Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:21 - ພຣະຄຳພີສັກສິ

21 ເມື່ອ​ກະສັດ​ເຢໂຮຍອາກິມ​ກັບ​ທະຫານ ພ້ອມ​ຂ້າຣາຊການ​ຂອງ​ເພິ່ນ​ໄດ້ຍິນ​ສິ່ງ​ທີ່​ອຸຣິຢາ​ໄດ້​ກ່າວ​ນັ້ນ ກະສັດ​ກໍໄດ້​ພະຍາຍາມ​ສັງຫານ​ລາວ, ແຕ່​ອຸຣິຢາ​ໄດ້​ຮູ້​ເລື່ອງ​ກ່ອນ; ສະນັ້ນ ລາວ​ຈຶ່ງ​ໜີໄປ​ຢ່າງ​ຕົກໃຈກົວ ແລະ​ໂຕນ​ໄປ​ຢູ່​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:21
15 Jak'a apnaqawi uñst'ayäwi  

ໂດຍ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງທ່ານ​ອົງ​ຊົງ​ພຣະຊົນຢູ່ ຂ້ານ້ອຍ​ຂໍ​ສາບານ​ວ່າ, ກະສັດ​ໄດ້​ໃຫ້​ຄົນ​ຊອກ​ຄົ້ນຫາ​ທ່ານ​ໃນ​ທຸກ​ປະເທດ​ທົ່ວໂລກ. ຖ້າ​ຜູ້ປົກຄອງ​ປະເທດ​ຄົນ​ໃດ​ລາຍງານ​ວ່າ ທ່ານ​ບໍ່ໄດ້​ຢູ່​ໃນ​ປະເທດ​ຂອງ​ເຂົາ ກະສັດ​ອາຮາບ​ກໍໄດ້​ບອກ​ໃຫ້​ຜູ້ປົກຄອງ​ຄົນ​ນັ້ນ​ສາບານ​ວ່າ​ຕົນເອງ​ບໍ່ໄດ້​ພົບ​ທ່ານ.


ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ອາສາ​ໂກດຮ້າຍ​ຜູ້ທຳນວາຍ​ຫລາຍ ຈົນ​ເພິ່ນ​ຈັບ​ລາວ​ໄປ​ຂັງ​ຄຸກ​ໄວ້. ໃນ​ເວລາ​ດຽວກັນ​ນັ້ນ ເພິ່ນ​ກໍ​ຂົ່ມເຫັງ​ປະຊາຊົນ​ບາງຄົນ​ຢ່າງ​ທາລຸນ.


ກະສັດ​ໂຢອາດ​ໄດ້​ຮ່ວມ​ຄິດ​ຮ້າຍ​ຕໍ່ສູ້​ເຊກາຣີຢາ ແລະ​ຕາມ​ຄຳສັ່ງ​ກະສັດ ປະຊາຊົນ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ຂ້ານ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ສ່ຽງ​ຊີວິດ​ສະເໝີ​ໄປ, ແຕ່​ຂ້ານ້ອຍ ບໍ່ໄດ້​ລືມໄລ​ກົດບັນຍັດ​ຂອງ​ພຣະອົງ.


ຜູ້​ທີ່​ກັງວົນ​ນຳ​ຄົນ​ເວົ້າ​ໃຫ້ ກໍ​ເປັນ​ອັນຕະລາຍ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ມີ​ຄວາມ​ປອດໄພ.


ເມື່ອ​ບັນດາ​ພວກ​ເຈົ້ານາຍ​ຂອງ​ຢູດາຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ ພວກເຂົາ​ກໍ​ຟ້າວ​ອອກ​ຈາກ​ວັງ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໄປ​ນັ່ງ​ທີ່​ທາງເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແລ້ວ​ເພິ່ນ​ກໍ​ສັ່ງ​ເຈົ້າຊາຍ​ເຢຣາເມເອນ, ເສຣາອີຢາ​ລູກຊາຍ​ຂອງ​ອາຊະຣິເອນ ແລະ​ເຊເລມີຢາ​ລູກຊາຍ​ຂອງ​ອັບເດເອນ, ໃຫ້​ໄປ​ຈັບ​ຂ້າພະເຈົ້າ ແລະ​ບາຣຸກ ເລຂາທິການ​ຂອງ​ຂ້າພະເຈົ້າ. ແຕ່​ພຣະເຈົ້າຢາເວ​ໄດ້​ເຊື່ອງ​ພວກເຮົາ​ໄວ້.


ແລ້ວ​ບັນດາ​ຂ້າຣາຊການ​ກໍ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ລາວ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ຢູ່​ໃນ​ເມືອງ​ເສຍກຳລັງໃຈ ໂດຍ​ເວົ້າ​ເຊັ່ນນີ້; ລາວ​ຈະ​ເຮັດ​ຢ່າງ​ດຽວກັນ​ອີກ​ຕໍ່​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນີ້. ລາວ​ບໍ່ໄດ້​ພະຍາຍາມ​ຊ່ວຍເຫລືອ​ປະຊາຊົນ​ເລີຍ; ລາວ​ມີ​ແຕ່​ຫາ​ຄວາມທຸກ​ມາ​ໃຫ້​ພວກເຂົາ.”


ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ຜູ້​ທີ່​ຮັກສາ​ຊີວິດ​ຂອງຕົນ​ໄວ້ ກໍ​ຈະ​ເສຍ​ຊີວິດ, ແຕ່​ຜູ້​ທີ່​ເສຍ​ຊີວິດ​ຂອງຕົນ​ເພື່ອ​ເຫັນ​ແກ່​ເຮົາ ກໍ​ຈະ​ໄດ້​ຊີວິດ.”


ເຮໂຣດ​ຢາກ​ຈະ​ຂ້າ​ໂຢຮັນ​ເສຍ, ແຕ່​ເພິ່ນ​ຢ້ານ​ປະຊາຊົນ ເພາະ​ເຂົາ​ຖື​ໂຢຮັນ​ວ່າ​ເປັນ​ຜູ້ທຳນວາຍ.


ດັ່ງນັ້ນ ນາງ​ເຮໂຣເດຍ​ຈຶ່ງ​ຄຽດແຄ້ນ​ໃຫ້​ໂຢຮັນ ແລະ​ຕ້ອງການ​ຂ້າ​ລາວ ແຕ່​ນາງ​ເຮັດ​ບໍ່ໄດ້​ຍ້ອນ​ເຮໂຣດ​ຢ້ານຢຳ​ໂຢຮັນ, ເພາະວ່າ​ໂຢຮັນ​ເປັນ​ຄົນ​ດີ ແລະ​ບໍຣິສຸດ​ສັດຊື່. ດັ່ງນັ້ນ ເຮໂຣດ​ຈຶ່ງ​ປ້ອງກັນ​ລາວ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka