Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:20 - ພຣະຄຳພີສັກສິ

20 ມີ​ຊາຍ​ຜູ້ໜຶ່ງ​ອີກ​ທີ່​ຊື່​ວ່າ​ອຸຣິຢາ ລູກຊາຍ​ຂອງ​ເຊມາອີຢາ ຊາວ​ເມືອງ​ກີຣີອາດ​ເຢອາຣີມ ໄດ້​ກ່າວ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ຕໍ່ສູ້​ເມືອງ​ນີ້ ແລະ​ກ່າວ​ຕໍ່ສູ້​ປະເທດ​ຊາດ​ດັ່ງ​ເຢເຣມີຢາ​ໄດ້​ກ່າວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:20
9 Jak'a apnaqawi uñst'ayäwi  

ໂດຍ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງທ່ານ​ອົງ​ຊົງ​ພຣະຊົນຢູ່ ຂ້ານ້ອຍ​ຂໍ​ສາບານ​ວ່າ, ກະສັດ​ໄດ້​ໃຫ້​ຄົນ​ຊອກ​ຄົ້ນຫາ​ທ່ານ​ໃນ​ທຸກ​ປະເທດ​ທົ່ວໂລກ. ຖ້າ​ຜູ້ປົກຄອງ​ປະເທດ​ຄົນ​ໃດ​ລາຍງານ​ວ່າ ທ່ານ​ບໍ່ໄດ້​ຢູ່​ໃນ​ປະເທດ​ຂອງ​ເຂົາ ກະສັດ​ອາຮາບ​ກໍໄດ້​ບອກ​ໃຫ້​ຜູ້ປົກຄອງ​ຄົນ​ນັ້ນ​ສາບານ​ວ່າ​ຕົນເອງ​ບໍ່ໄດ້​ພົບ​ທ່ານ.


ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ຕາມ​ແບບຢ່າງ​ແຫ່ງ​ບັນພະບຸລຸດ​ຂອງ​ເພິ່ນ.


ເຮົາ​ໄດ້​ລົງໂທດ​ພວກເຈົ້າ​ແຕ່​ກໍ​ບໍ່​ໄດ້​ຜົນ​ເລີຍ; ພວກເຈົ້າ​ບໍ່​ຍອມ​ໃຫ້​ເຮົາ​ຕີສອນ. ເໝືອນ​ໂຕສິງ​ທີ່​ຮ້າຍກາດ ພວກເຈົ້າ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພວກ​ເຈົ້າເອງ.


ແລ້ວ​ພວກເຂົາ​ກໍ​ບອກ​ລາວ​ວ່າ, “ເຈົ້າ​ກັບ​ເຢເຣມີຢາ​ຕ້ອງ​ປົບໜີໄປ​ລີ້​ສາ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ບ່ອນ​ທີ່​ພວກເຈົ້າ​ລີ້.”


ຍັງ​ມີ​ເມືອງ​ກີຣິອາດ​ບາອານ (ຫລື​ວ່າ ກີຣີອາດ​ເຢອາຣີມ) ແລະ​ຣັບບາ. ເມື່ອ​ລວມ​ທັງໝົດ​ມີ 2 ຕົວເມືອງ ຕະຫລອດ​ທັງ​ເມືອງເລັກ​ເມືອງນ້ອຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ.


ແລ້ວ​ຊາຍແດນ​ນີ້​ກໍ​ອອກ​ໄປ​ທາງ​ທິດໜຶ່ງອີກ ໂຄ້ງ​ໄປ​ທາງທິດໃຕ້​ດ້ານ​ທະເລ ຈາກ​ທິດ​ຕາເວັນຕົກ​ຂອງ​ພູ​ນີ້ ແລະ​ໄປ​ຈົນເຖິງ​ກີຣິອາດບາອານ (ຫລື​ກີຣີອາດ​ເຢອາຣີມ) ຊຶ່ງ​ເປັນ​ເມືອງ​ຂອງ​ເຜົ່າຢູດາ. ນີ້​ແມ່ນ​ຊາຍແດນ​ທາງທິດ​ຕາເວັນຕົກ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ​ໄປ​ຮອດ​ເມືອງ​ຂອງ​ພວກເຂົາ​ພາຍ​ໃນ​ສາມ​ວັນ. ເມືອງ​ເຫຼົ່ານີ້ ມີ​ດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະ​ກີຣີອາດ​ເຢອາຣີມ.


ແລ້ວ​ພວກເຂົາ​ກໍ​ສົ່ງ​ຄົນນຳຂ່າວ​ໄປ​ຫາ​ຊາວ​ກີຣີອາດ​ເຢອາຣີມ​ວ່າ, “ພວກ​ຟີລິດສະຕິນ​ໄດ້​ສົ່ງ​ຫີບ​ຂອງ​ພຣະເຈົ້າຢາເວ​ຄືນ​ມາ​ແລ້ວ ຂໍ​ໃຫ້​ລົງ​ມາ​ເອົາ​ສາ.”


ຫີບ​ນັ້ນ​ຢູ່​ໃນ​ເມືອງ​ກີຣີອາດ​ເຢອາຣີມ ເປັນ​ເວລາ​ດົນນານ​ເຖິງ​ຊາວ​ປີ. ໃນ​ເວລາ​ນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka