Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ປະກາດ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ ທີ່​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ອານາຈັກ​ຢູດາຍ​ເພື່ອ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢ່າ​ສູ່​ກ່າວ​ໃຫ້​ຂາດ​ໄປ​ຈັກ​ຄຳ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:2
32 Jak'a apnaqawi uñst'ayäwi  

ເຢເຣມີຢາ​ເອີຍ ຈົ່ງ​ຕຽມຕົວ​ໄປ​ບອກ​ພວກເຂົາ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ. ບັດນີ້​ຢ່າ​ສູ່​ຢ້ານກົວ​ພວກເຂົາ ບໍ່​ດັ່ງນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ​ຫລາຍ​ຂຶ້ນ​ຕື່ມ ເມື່ອ​ເຈົ້າ​ຢູ່​ນຳ​ພວກເຂົາ.


ແຕ່​ພຣະເຈົ້າຢາເວ​ກໍ​ຍັງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເວົ້າ​ວ່າ, ເຈົ້າ​ຍັງ​ໜຸ່ມ​ເກີນໄປ ແຕ່​ຈົ່ງ​ໄປ​ຫາ​ປະຊາຊົນ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ໄປ​ພົບ ແລະ​ບອກ​ພວກເຂົາ​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ.


ແລ້ວ​ຂ້າພະເຈົ້າ​ກໍ​ອອກ​ໄປ​ຈາກ​ໂຕເຟັດ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ. ຂ້າພະເຈົ້າ​ໄດ້​ໄປ​ຢືນ​ຢູ່​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ


ຜູ້ທຳນວາຍ​ທີ່​ໄດ້​ຝັນ​ກໍ​ຄວນ​ກ່າວ​ວ່າ ເປັນ​ແຕ່​ຄວາມຝັນ​ເທົ່ານັ້ນ; ແຕ່​ຜູ້ທຳນວາຍ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ກໍ​ຕ້ອງ​ປະກາດ​ຖ້ອຍຄຳ​ນັ້ນ​ຢ່າງ​ສັດຊື່. ເຟືອງເຂົ້າ​ຈະ​ປຽບ​ກັບ​ເຂົ້າ​ໄດ້​ບໍ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ທຸກຄົນ​ວ່າ,


ແລ້ວ​ໂດຍ​ຊ້ອງໜ້າ​ຂອງ​ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ທັງໝົດ ທີ່​ກຳລັງ​ຢືນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ນັ້ນ ຂ້າພະເຈົ້າ​ກໍ​ກ່າວ​ຕໍ່​ຮານານີຢາ​ວ່າ,


ແລ້ວ​ບາຣຸກ​ກໍໄດ້​ອ່ານ​ທຸກ​ຖ້ອຍຄຳ​ທີ່​ຂ້າພະເຈົ້າ​ໄດ້​ກ່າວ​ນັ້ນ ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຟັງ​ຢູ່. ລາວ​ໄດ້​ອ່ານ​ໜັງສື​ມ້ວນ​ນີ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຈາກ​ຫ້ອງ​ຂອງ​ເກມາຣິຢາ​ລູກຊາຍ​ຂອງ​ຊາຟານ ເລຂາທິການ​ປະຈຳ​ຣາຊວັງ. ສ່ວນ​ຫ້ອງ​ຂອງ​ເກມາຣິຢາ​ນັ້ນ​ຢູ່​ທີ່​ເດີ່ນ​ທາງ​ເທິງ ໃກ້​ທາງ​ເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຖ້າດັ່ງນັ້ນ ກໍດີ​ແລ້ວ; ຂ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕາມ​ທີ່​ພວກເຈົ້າ​ໄດ້​ຂໍຮ້ອງ​ມາ, ແລະ​ເມື່ອ​ພຣະເຈົ້າຢາເວ​ກ່າວ​ສິ່ງໃດ​ສິ່ງໜຶ່ງ​ແລ້ວ ຂ້ອຍ​ຈະ​ບອກ​ພວກເຈົ້າ. ຂ້ອຍ​ຈະ​ບໍ່​ປິດບັງ​ສິ່ງໃດໆ​ຕໍ່​ພວກເຈົ້າ​ເລີຍ.”


ພຣະອົງ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຢືນ​ຢູ່​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ທີ່ນັ້ນ​ໃຫ້​ປະກາດ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພວກເຈົ້າ​ຊາວ​ຢູດາ​ທັງໝົດ​ທີ່​ເຂົ້າ​ມາ​ທາງ​ປະຕູ​ນີ້​ເພື່ອ​ນະມັດສະການ​ພຣະເຈົ້າຢາເວ


ສະນັ້ນ ເຢເຣມີຢາ​ເອີຍ ເຈົ້າ​ຈະ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ສູ່​ປະຊາຊົນ​ຂອງເຮົາ​ຟັງ ແຕ່​ພວກເຂົາ​ຈະ​ບໍ່​ຟັງ​ເຈົ້າ; ເຈົ້າ​ຈະ​ເອີ້ນ​ຫາ​ພວກເຂົາ ແຕ່​ພວກເຂົາ​ຈະ​ບໍ່​ຂານຕອບ.


ພຣະອົງ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ຈົດຈຳ​ແລະ​ເອົາໃຈໃສ່​ຢ່າງ​ແທ້ຈິງ​ໃນ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ.


ບັດນີ້​ມະນຸດ​ເອີຍ ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຕ້ອງ​ນຳ​ຄຳ​ຕັກເຕືອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ໄປ​ບອກ​ພວກເຂົາ.


ຊາຍ​ຜູ້ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຝົ້າເບິ່ງ​ເຖີດ. ຈົ່ງ​ຕັ້ງໃຈ​ຟັງ​ແລະ​ເອົາໃຈໃສ່​ຕໍ່​ທຸກໆສິ່ງ​ທີ່​ເຮົາ​ສຳແດງ​ໃຫ້​ເຈົ້າ​ເຫັນ; ດ້ວຍເຫດນີ້​ແຫຼະ ເຈົ້າ​ຈຶ່ງ​ຖືກ​ນຳ​ມາ​ທີ່​ນີ້. ເຈົ້າ​ຈະ​ຕ້ອງ​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຈົ້າ​ເຫັນ​ນີ້.”


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ແລ້ວ​ພຣະອົງ​ກໍ​ສັ່ງສອນ​ທຸກໆ​ວັນ​ຢູ່​ໃນ​ພຣະວິຫານ, ພວກ​ຫົວໜ້າ​ປະໂຣຫິດ, ພວກ​ທຳມະຈານ ແລະ​ບັນດາ​ຜູ້ນຳ​ປະຊາຊົນ, ຕ່າງ​ກໍ​ຊອກ​ຫາ​ໂອກາດ​ທີ່​ຈະ​ຂ້າ​ພຣະອົງ​ເສຍ,


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ໄດ້​ກ່າວ​ໃຫ້​ໂລກ​ຟັງ​ຢ່າງ​ເປີດເຜີຍ ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ໃນ​ພຣະວິຫານ​ຢູ່​ສະເໝີ ບ່ອນ​ທີ່​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ ເຮົາ​ບໍ່ໄດ້​ເວົ້າ​ສິ່ງໃດ​ສິ່ງໜຶ່ງ​ໃນ​ທີ່​ລັບລີ້.


ພໍ​ຮຸ່ງ​ເຊົ້າ​ມາ ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ​ອີກ ປະຊາຊົນ​ທັງໝົດ​ໄດ້​ເຕົ້າໂຮມ​ອ້ອມ​ພຣະອົງ ແລະ​ພຣະອົງ​ກໍ​ນັ່ງ​ລົງ​ຕັ້ງຕົ້ນ​ສັ່ງສອນ.


ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ.


ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.


ແລ້ວ​ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເຂົ້າ​ມາ​ແຈ້ງ​ແກ່​ພວກເຂົາ​ວ່າ, “ເບິ່ງແມ! ຄົນ​ທີ່​ທ່ານ​ທັງຫລາຍ​ໄດ້​ຂັງ​ໄວ້​ໃນ​ຄຸກ​ນັ້ນ ໃນ​ເວລາ​ນີ້​ກຳລັງ​ຢືນ​ສັ່ງສອນ​ປະຊາຊົນ ຢູ່​ໃນ​ບໍລິເວນ​ພຣະວິຫານ.”


ແລະ​ທຸກໆ​ວັນ​ໃນ​ບໍລິເວນ​ພຣະວິຫານ ແລະ​ທີ່​ເຮືອນ​ຂອງ​ປະຊາຊົນ ພວກ​ອັກຄະສາວົກ​ໄດ້​ສືບຕໍ່​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ​ບໍ່ໄດ້​ຂາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ.


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


ຈົ່ງ​ຊອກ​ຫາ​ບ່ອນ​ໜຶ່ງ​ໃນ​ບັນດາ​ເຜົ່າ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ໜຶ່ງ​ໄວ້​ທ່າມກາງ​ປະຊາຊົນ ເພື່ອ​ຕັ້ງ​ພຣະນາມຊື່​ຂອງ​ພຣະອົງ​ໃນ​ທີ່ນັ້ນ​ແລະ​ສະຖິດ​ທີ່​ນັ້ນ​ດ້ວຍ ພວກເຈົ້າ​ຕ້ອງ​ໄປ​ທີ່​ນັ້ນ ແລະ​ນະມັດສະການ​ພຣະອົງ.


ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ​ໃສ່​ສິ່ງ​ທີ່​ຂ້າພະເຈົ້າ​ສັ່ງ ແລະ​ຢ່າ​ຕັດ​ສິ່ງໃດ​ສິ່ງໜຶ່ງ​ອອກ. ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.


ໂຢຊວຍ​ໄດ້​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ທຸກ​ຂໍ້​ຢູ່​ຕໍ່ໜ້າ​ຊຸມນຸມ​ທັງໝົດ ຊຶ່ງ​ລວມທັງ​ຜູ້ຍິງ, ເດັກນ້ອຍ, ຕະຫລອດ​ທັງ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ກັບ​ພວກເຂົາ.


ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ​ໃດ​ໜຶ່ງ ອອກ​ຈາກ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ຊົງ​ຕັດ​ສ່ວນແບ່ງ​ຂອງ​ຜູ້ນັ້ນ ອອກ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ແຫ່ງ​ນະຄອນ​ສັກສິດ ຊຶ່ງ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka