Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:18 - ພຣະຄຳພີສັກສິ

18 “ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:18
13 Jak'a apnaqawi uñst'ayäwi  

ເຈົ້າ​ບໍ່ເຄີຍ​ໄດ້ຍິນ​ບໍ​ວ່າ ເຮົາ​ໄດ້​ຕຽມ​ແຜນການ​ທັງໝົດ​ນີ້​ໄວ້​ແຕ່ດົນ​ແລ້ວ? ແລະ​ດຽວນີ້​ເຮົາ​ກໍ​ປະຕິບັດ​ຕາມ​ແຜນການ​ນັ້ນ. ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເພື່ອ​ທຳລາຍ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ​ໃຫ້​ເພພັງ​ລົງ​ເປັນ​ກອງ​ຫີນ.


ແຕ່​ໃນທີ່ສຸດ ເຮເຊກີຢາ​ແລະ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ໄດ້​ຖ່ອມຕົວ​ລົງ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່ໄດ້​ລົງໂທດ​ປະຊາຊົນ ຈົນກວ່າ​ເຮເຊກີຢາ​ໄດ້​ຕາຍໄປ.


ລາວ​ເວົ້າ​ຕໍ່ໜ້າ​ໝູ່ເພື່ອນ ແລະ​ທະຫານ​ຊາວ​ຊາມາເຣຍ​ວ່າ, “ຊາວຢິວ​ທີ່​ໜ້າ​ສົມເພດ​ເວດທະນາ​ພວກ​ນີ້ ຄິດ​ຢ່າງໃດ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຂົາ​ຕັ້ງໃຈ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່​ຊັ້ນບໍ? ພວກເຂົາ​ຄິດ​ວ່າ ການ​ນຳ​ເຄື່ອງ​ມາ​ເຜົາບູຊາ​ນັ້ນ ຈະ​ພາ​ໃຫ້​ພວກເຂົາ​ເຮັດ​ວຽກ​ແລ້ວ​ໃນ​ມື້​ດຽວ​ຊັ້ນບໍ? ພວກເຂົາ​ຈະ​ເອົາ​ເສດ​ຫີນ​ກຳແພງ​ແຕກ​ກໍ່ສ້າງ​ຂຶ້ນ​ໃໝ່​ໄດ້​ຊັ້ນບໍ?”


ຂ້າແດ່​ພຣະເຈົ້າ​ເອີຍ ຄົນ​ບໍ່​ນັບຖື​ພຣະເຈົ້າ ໄດ້​ຮຸກຮານ​ດິນແດນ​ຂອງ​ພຣະອົງ ໄດ້​ເຮັດ​ໃຫ້​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ເສື່ອມເສຍ​ສັກສີ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຖືກ​ທຳລາຍ.


ແລະ​ຕາມ​ໜ່ວຍ​ພູ​ໃນ​ຊົນນະບົດ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຢຶດ​ຊັບສົມບັດ​ແລະ​ສິ່ງຂອງ​ທີ່​ພວກເຈົ້າ​ໄດ້​ສະສົມ​ໄວ້​ໄປ​ໝົດ ຍ້ອນ​ການບາບ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້ ທົ່ວ​ທັງ​ດິນແດນ​ຂອງ​ພວກເຈົ້າ.


ປະເທດ​ນັ້ນ​ຈະ​ກາຍເປັນ​ກອງ​ສິ່ງ​ຮົກຮ້າງ​ເພພັງ ຄື​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ອາໄສ​ຢູ່. ມັນ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າຢ້ານກົວ​ຫລາຍ; ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ທຸກຄົນ​ທີ່​ເຫັນ​ກໍ​ຈະ​ຢ້ານກົວ​ໃຫຍ່.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ພຣະທຳ​ເລື່ອງນີ້​ບັນຈຸ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ສົ່ງ​ເຖິງ​ມີກາ ຊາວ​ເມືອງ​ໂມເຣເຊັດ ຢູ່​ໃນ​ສະໄໝ​ຂອງ​ເຈົ້າ​ໂຢທາມ ອາຮາດ ແລະ​ເຮເຊກີຢາ ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ. ພຣະອົງ​ໄດ້​ສຳແດງ​ໃຫ້​ມີກາ​ຮູ້​ສິ່ງ​ທັງໝົດ​ເຫຼົ່ານີ້ ກ່ຽວກັບ​ນະຄອນ​ຊາມາເຣຍ​ແລະ​ນະຄອນ​ເຢຣູຊາເລັມ.


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ໃນ​ຍຸກ​ຈະ​ມາ​ເຖິງ​ພູ​ໜ່ວຍ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່​ອາໄສ ຈະ​ສູງກວ່າ​ພູ​ໜ່ວຍ​ໃດໆ ທີ່​ຕັ້ງ​ຢູ່​ທີ່​ນັ້ນ. ພູ​ໜ່ວຍ​ນັ້ນ ຈະ​ຢູ່​ສູງກວ່າ​ບັນດາ​ພູເຂົາ​ທັງປວງ ຫລາຍໆ​ຊົນຊາດ​ຈະ​ຫລັ່ງໄຫລ​ມາ​ສູ່​ພູ​ໜ່ວຍ​ນີ້.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka