16 ແລ້ວພວກເຈົ້ານາຍແລະປະຊາຊົນກໍເວົ້າຕໍ່ບັນດາປະໂຣຫິດ ແລະພວກຜູ້ທຳນວາຍວ່າ, “ຊາຍຄົນນີ້ໄດ້ເວົ້າກັບພວກເຮົາ ໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ; ລາວບໍ່ສົມຄວນຖືກສັງຫານ.”
ໃນເວລາຢ່າງນີ້ຖ້າເຈົ້າມິດງຽບຢູ່ ສະຫວັນຈະຊ່ວຍເຫລືອພວກຢິວ ແລະພວກເຂົາຈະຖືກຊ່ວຍໃຫ້ພົ້ນ ຝ່າຍເຈົ້າຈະຕາຍ ແລະຄອບຄົວຂອງພໍ່ເຈົ້າກໍຈະເຖິງຈຸດຈົບ. ບາງທີການທີ່ເຈົ້າໄດ້ເປັນຣາຊີນີກໍເພື່ອໃນຍາມຄັບຂັນເຊັ່ນນີ້ແຫລະ ໃຜຈະຮູ້ໄດ້?”
ແມ່ນໃຜໄດ້ຢືນຕໍ່ຕ້ານຄົນຊົ່ວຮ້າຍແທນຂ້າພະເຈົ້າ? ແມ່ນໃຜໄດ້ເຂົ້າຂ້າງຂ້າພະເຈົ້າຕໍ່ສູ້ຄົນເຮັດຊົ່ວ?
ເມື່ອເຈົ້າເຮັດໃຫ້ພຣະເຈົ້າຢາເວພໍໃຈເຈົ້າກໍເຮັດໃຫ້ ສັດຕູກາຍເປັນມິດ.
ແລ້ວພວກປະໂຣຫິດກັບພວກຜູ້ທຳນວາຍ ກໍໄດ້ກ່າວຕໍ່ພວກເຈົ້ານາຍ ແລະປະຊາຊົນນັ້ນວ່າ, “ຊາຍຄົນນີ້ສົມຄວນຈະໄດ້ຮັບໂທດເຖິງຕາຍ ເພາະລາວໄດ້ກ່າວໃສ່ຮ້າຍເມືອງຂອງພວກເຮົາ. ພວກທ່ານກໍໄດ້ຍິນກັບຫູຂອງພວກທ່ານເອງແລ້ວ.”
ປະຊາຊົນທັງໝົດແລະພວກເຈົ້ານາຍຂອງພວກເຂົາໄດ້ຕົກລົງກັນ ປົດປ່ອຍທາດຮັບໃຊ້ຂອງພວກຕົນ ແລະຈະບໍ່ເອົາພວກເຂົາເປັນທາດຮັບໃຊ້ອີກ. ພວກເຂົາຕ່າງກໍໄດ້ປົດປ່ອຍທາດຮັບໃຊ້ນັ້ນໄປ
ແລ້ວພວກເຂົາກໍບອກລາວວ່າ, “ເຈົ້າກັບເຢເຣມີຢາຕ້ອງປົບໜີໄປລີ້ສາ. ຢ່າໃຫ້ຜູ້ໃດຜູ້ໜຶ່ງຮູ້ບ່ອນທີ່ພວກເຈົ້າລີ້.”
ເຖິງແມ່ນວ່າເອນນາທານ, ເດລາອີຢາ ແລະເກມາຣີຢາ ໄດ້ຮ້ອງຂໍກະສັດບໍ່ໃຫ້ຈູດໜັງສືມ້ວນນັ້ນກໍຕາມ ເພິ່ນກໍບໍ່ຍອມຟັງ.
ພວກເຂົາຈຶ່ງຄຽດແຄ້ນໃຫຍ່ພ້ອມທັງຂ້ຽນຕີຂ້າພະເຈົ້າ ແລະກັກຂັງຂ້າພະເຈົ້າໄວ້ໃນເຮືອນຂອງໂຢນາທານ ເລຂາທິການຂອງກະສັດ ຊຶ່ງບ່ອນນີ້ໄດ້ຖືກດັດແປງໃຫ້ເປັນຄຸກ.
ເມື່ອນາຍທະຫານກັບພວກທະຫານທີ່ເຝົ້າພຣະເຢຊູເຈົ້າ ໄດ້ເຫັນແຜ່ນດິນຫວັ່ນໄຫວ ແລະເຫດການທັງໝົດທີ່ເກີດຂຶ້ນນັ້ນ ພວກເຂົາກໍສະທ້ານຢ້ານກົວຫລາຍ ຈຶ່ງເວົ້າວ່າ, “ເພິ່ນແມ່ນພຣະບຸດຂອງພຣະເຈົ້າແທ້ຈິງ.”
ແຕ່ສຳລັບພວກເຮົາກໍສົມກັບໂທດນີ້ແທ້ ເພາະພວກເຮົາກຳລັງຮັບຜົນກຳທີ່ພວກເຮົາໄດ້ເຮັດ, ແຕ່ເພິ່ນບໍ່ໄດ້ເຮັດຜິດຫຍັງເລີຍ.”
ເມື່ອນາຍຮ້ອຍທະຫານເຫັນເຫດການທີ່ເກີດຂຶ້ນແລ້ວ ລາວກໍສັນລະເສີນພຣະເຈົ້າໂດຍເວົ້າວ່າ, “ຈິງແທ້ແລ້ວ ທ່ານຜູ້ນີ້ບໍ່ມີຄວາມຜິດ.”
ຂ້າພະເຈົ້າໄດ້ພົບວ່າ ບໍ່ມີຂໍ້ຫາໃດໆທີ່ລາວຄວນຈະຕາຍ ຫລືຖືກຂັງຄຸກ, ຄຳຟ້ອງຕໍ່ສູ້ລາວນັ້ນ ພົວພັນກັບບັນຫາເລື່ອງກົດບັນຍັດຂອງພວກເຂົາເອງ.
ແລ້ວສຽງອຶກກະທຶກກັນຢ່າງໃຫຍ່ກໍເກີດຂຶ້ນ ແລະມີພວກທຳມະຈານບາງຄົນໃນຄະນະຟາຣີຊາຍຢືນຂຶ້ນຄັດຄ້ານວ່າ, “ພວກເຮົາບໍ່ເຫັນຄວາມຜິດໃດໆໃນຄົນນີ້. ຖ້າວິນຍານ ຫລືເທວະດາຕົນໜຶ່ງກ່າວກັບລາວ ຈະວ່າຢ່າງໃດ?”
ສ່ວນຂ້າພະເຈົ້າໄດ້ເຫັນວ່າ ຄົນນີ້ບໍ່ໄດ້ເຮັດຜິດອັນໃດທີ່ຄວນຈະຕ້ອງຕາຍ, ແຕ່ເພາະຜູ້ກ່ຽວເອງໄດ້ອຸທອນໄປເຖິງຈັກກະພັດ, ຂ້າພະເຈົ້າຈຶ່ງຕັດສິນໃຈຈະສົ່ງລາວໄປ.