Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:15 - ພຣະຄຳພີສັກສິ

15 ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:15
21 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ອັນ​ໂຫດຮ້າຍ​ເຊັ່ນນີ້? ເລືອດ​ນ້ອງຊາຍ​ຂອງ​ເຈົ້າ​ຟ້ອງຮ້ອງ​ຂຶ້ນ​ມາ​ຫາ​ເຮົາ ດັ່ງ​ສຽງ​ຂໍຮ້ອງ​ແກ້ແຄ້ນ.


ຣູເບັນ​ເວົ້າ​ວ່າ, “ຂ້ອຍ​ບອກ​ພວກເຈົ້າ​ແລ້ວ​ວ່າ​ຢ່າ​ຕີ​ລາວ ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້ອຍ​ເລີຍ. ເຫັນ​ບໍ​ບັດນີ້ ບາບໄລ່​ເວນທັນ​ສາ​ແລ້ວ.”


ແລະ​ໂດຍ​ສະເພາະ​ແລ້ວ ຍ້ອນ​ເພິ່ນ​ໄດ້​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ຈົນ​ຖະໜົນ​ນະຄອນ​ເຢຣູຊາເລັມ​ນອງ​ໄປ​ດ້ວຍ​ເລືອດ. ພຣະເຈົ້າຢາເວ​ບໍ່​ອາດ​ຍົກໂທດ​ໃຫ້​ກະສັດ​ມານາເຊ​ໃນ​ເລື່ອງ​ນີ້​ໄດ້.


ກະສັດ​ໂຢອາດ​ໄດ້​ລືມໄລ​ຄຸນງາມ​ຄວາມດີ​ທີ່​ເຢໂຮຍອາດາ ພໍ່​ຂອງ​ເຊກາຣີຢາ​ໄດ້​ເຮັດ​ໄວ້​ແກ່​ຕົນ ຈົນ​ເພິ່ນ​ຕ້ອງ​ປະຫານ​ເຊກາຣີຢາ. ກ່ອນ​ເຊກາຣີຢາ​ໃກ້​ຈະ​ສິ້ນໃຈ​ຕາຍ ເພິ່ນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເບິ່ງ​ສິ່ງ​ທີ່​ທ່ານ​ກຳລັງ​ເຮັດ​ແລະ​ລົງໂທດ​ທ່ານ​ດ້ວຍ.”


ມີ​ເຈັດ​ຢ່າງ​ທີ່​ພຣະເຈົ້າຢາເວ​ກຽດຊັງ ແລະ​ຜ່ອນຜັນ​ໃຫ້​ບໍ່ໄດ້: ຕາ​ທີ່​ຈອງຫອງ ລີ້ນ​ທີ່​ເວົ້າຕົວະ ມື​ທີ່​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ໃຈ​ທີ່​ຄິດ​ແຜນການ​ຊົ່ວຮ້າຍ ຕີນ​ທີ່​ຟ້າວ​ແລ່ນ​ໄປ​ເຮັດ​ຊົ່ວ ຜູ້​ທີ່​ເວົ້າ​ຄຳ​ພະຍານ​ບໍ່ຈິງ​ຕໍ່ສູ້​ຄົນອື່ນ ແລະ​ຜູ້​ທີ່​ຫາ​ເລື່ອງ​ໃຫ້​ພີ່ນ້ອງ​ຜິດຖຽງກັນ.


ເຮົາ​ໄດ້​ລົງໂທດ​ພວກເຈົ້າ​ແຕ່​ກໍ​ບໍ່​ໄດ້​ຜົນ​ເລີຍ; ພວກເຈົ້າ​ບໍ່​ຍອມ​ໃຫ້​ເຮົາ​ຕີສອນ. ເໝືອນ​ໂຕສິງ​ທີ່​ຮ້າຍກາດ ພວກເຈົ້າ​ໄດ້​ຂ້າ​ພວກ​ຜູ້ທຳນວາຍ​ຂອງ​ພວກ​ເຈົ້າເອງ.


ເຄື່ອງນຸ່ງ​ຂອງເຈົ້າ​ເປິເປື້ອນ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ຍາກຈົນ ແລະ​ຄົນ​ບໍ່ມີ​ຄວາມຜິດ; ແຕ່​ບໍ່ແມ່ນ​ເລືອດ​ຂອງ​ຄົນ​ຢ່ອງ​ເຂົ້າ​ໄປ​ລັກ​ເຄື່ອງ​ໃນ​ເຮືອນ. ທັງໆ​ທີ່​ເຈົ້າ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ກໍຕາມ


“ແຕ່​ເຈົ້າ​ເຫັນ​ແຕ່​ຜົນປະໂຫຍດ​ສ່ວນຕົວ ເຈົ້າ​ກົດຂີ່​ຢ່າງ​ຮຸນແຮງ​ປະຊາຊົນ​ຂອງເຈົ້າ. ເຈົ້າ​ເຂັ່ນຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຫຍັງ.”


“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ ເພື່ອ​ປະກາດ​ທຸກໆສິ່ງ​ທີ່​ພວກທ່ານ​ໄດ້ຍິນ​ຂ້າພະເຈົ້າ​ກ່າວ​ຕໍ່ສູ້​ວິຫານ​ແລະ​ເມືອງ​ນີ້.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ໄດ້​ມາເຖິງ​ເຢເຣມີຢາ.


ຈົ່ງ​ເຊົາ​ເອົາລັດ​ເອົາປຽບ​ຄົນຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ. ຈົ່ງ​ເຊົາ​ປະຫັດປະຫານ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢູ່​ໃນ​ດິນແດນ​ນີ້. ຈົ່ງ​ເຊົາ​ຂາບໄຫວ້​ພະອື່ນ​ສາ ເພາະ​ການກະທຳ​ເຊັ່ນນັ້ນ​ຈະ​ເປັນ​ການທຳລາຍ​ພວກເຈົ້າ​ເອງ.


ຖ້າ​ພວກເຈົ້າ​ຫາກ​ເຮັດ​ເຊັ່ນນັ້ນ ກໍ​ເທົ່າ​ກັບ​ເຮັດ​ໃຫ້​ດິນແດນ​ທີ່​ພວກເຈົ້າ​ພວມ​ອາໄສ​ຢູ່​ນັ້ນ​ເປັນ​ມົນທິນ. ເມື່ອ​ຜູ້ຂ້າຄົນ​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ກໍ​ບໍ່ມີ​ພິທີ​ໃດ​ຈະ​ຊຳລະ​ມົນທີນ​ໃຫ້​ໝົດ​ໄປ​ຈາກ​ດິນແດນ​ໄດ້ ນອກຈາກ​ການ​ປະຫານ​ຊີວິດ​ຂອງ​ຜູ້ຂ້າຄົນ​ນັ້ນ.


ຝ່າຍ​ຢູດາ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ​ກໍ​ເວົ້າ​ຂຶ້ນ​ວ່າ, “ອາຈານ​ເອີຍ ທ່ານ​ຄົງ​ບໍ່​ໝາຍຄວາມວ່າ​ແມ່ນ​ຂ້ານ້ອຍ​ຕີ້?” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ໄດ້​ເວົ້າ​ເອງ.”


ແລະ​ວາງແຜນ​ກົນ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ເອົາ​ພຣະອົງ​ໄປ​ຂ້າ.


ຊະເຕຟາໂນ​ຄຸເຂົ່າ​ລົງ ແລະ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂໍ​ຊົງ​ໂຜດ​ຍົກບາບ​ຍົກກຳ​ນີ້​ໃຫ້​ພວກເຂົາ​ດ້ວຍ​ເທີ້ນ.” ເມື່ອ​ກ່າວ​ຄຳ​ນີ້​ແລ້ວ ເພິ່ນ​ກໍ​ສິ້ນໃຈ​ຕາຍ.


ຈົ່ງ​ປະຕິບັດ​ສິ່ງ​ນີ້​ເພື່ອ​ວ່າ​ຄົນ​ບໍຣິສຸດ​ຈະ​ບໍ່ໄດ້​ຖືກ​ຂ້າ ແລະ​ເພື່ອ​ພວກເຈົ້າ​ຈະ​ບໍ່ມີ​ໂທດ​ຖານ​ຂ້າ​ຄົນ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ພວກເຈົ້າ.


ເພາະ​ຄົນ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຂອງ​ຜູ້​ປະກາດ​ພຣະທຳ​ໄຫລ​ອອກ ແລະ​ພຣະອົງ​ໄດ້​ຊົງ​ປະທານ​ເລືອດ​ໃຫ້​ພວກເຂົາ​ດື່ມ ກໍ​ສົມຄວນ​ກັບ​ການ​ກະທຳ​ຂອງ​ພວກເຂົາ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka