14 ສຳລັບຂ້າພະເຈົ້ານັ້ນແມ່ນຢູ່ໃນກຳມືຂອງພວກທ່ານແລ້ວ ຈົ່ງເຮັດກັບຂ້າພະເຈົ້າຕາມທີ່ພວກທ່ານເຫັນດີແລະຖືກຕ້ອງເທີ້ນ.
ແຕ່ຖ້າພຣະອົງບໍ່ພໍໃຈນຳເຮົາ ກໍຂໍໃຫ້ພຣະອົງເຮັດຕໍ່ເຮົາຕາມທີ່ພຣະອົງຕ້ອງການເຖີດ.”
ກະສັດໂຢອາດໄດ້ລືມໄລຄຸນງາມຄວາມດີທີ່ເຢໂຮຍອາດາ ພໍ່ຂອງເຊກາຣີຢາໄດ້ເຮັດໄວ້ແກ່ຕົນ ຈົນເພິ່ນຕ້ອງປະຫານເຊກາຣີຢາ. ກ່ອນເຊກາຣີຢາໃກ້ຈະສິ້ນໃຈຕາຍ ເພິ່ນໄດ້ຮ້ອງຂຶ້ນວ່າ, “ຂໍໃຫ້ພຣະເຈົ້າຢາເວເບິ່ງສິ່ງທີ່ທ່ານກຳລັງເຮັດແລະລົງໂທດທ່ານດ້ວຍ.”
ກະສັດໄດ້ບອກລາວວ່າ, “ປະຊາຊົນ ແລະເງິນຂອງພວກເຂົາກໍເປັນຂອງເຈົ້າ ຈົ່ງເຮັດກັບພວກເຂົາຕາມໃຈຊອບເທີ້ນ.”
ແຕ່ຈົ່ງແນ່ໃຈໃນເລື່ອງນີ້ ຄືຖ້າພວກທ່ານສັງຫານຂ້າພະເຈົ້າ ພວກທ່ານແລະຊາວເມືອງນີ້ກໍຈະມີຄວາມຜິດໃນຖານຂ້າຄົນບໍ່ມີຄວາມຜິດ ເພາະແມ່ນພຣະເຈົ້າຢາເວທີ່ໄດ້ໃຊ້ຂ້າພະເຈົ້າມາເຕືອນພວກທ່ານໃນເລື່ອງນີ້.”
ກະສັດເຊເດກີຢາຕອບວ່າ, “ດີແລ້ວ ຖ້າດັ່ງນັ້ນ ຈົ່ງເຮັດຕໍ່ລາວຕາມທີ່ພວກເຈົ້າຕ້ອງການ; ເຮົາຫ້າມພວກເຈົ້າບໍ່ໄດ້ດອກ.”
ຊັດຣາກ, ເມຊາກ, ອາເບັດເນໂກໄດ້ຕອບວ່າ, “ຂ້າແດ່ພະຣາຊາ ພວກຂ້ານ້ອຍຈະບໍ່ຂໍກ່າວປ້ອງກັນຕົວເລີຍ.
ບັດນີ້ ພວກຂ້ານ້ອຍຕົກຢູ່ໃຕ້ອຳນາດຂອງທ່ານແລ້ວ ຂໍທ່ານຈົ່ງປະຕິບັດຕໍ່ພວກຂ້ານ້ອຍ ຕາມທີ່ທ່ານເຫັນສົມຄວນເທີ້ນ.”