Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:12 - ພຣະຄຳພີສັກສິ

12 ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ ເພື່ອ​ປະກາດ​ທຸກໆສິ່ງ​ທີ່​ພວກທ່ານ​ໄດ້ຍິນ​ຂ້າພະເຈົ້າ​ກ່າວ​ຕໍ່ສູ້​ວິຫານ​ແລະ​ເມືອງ​ນີ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:12
9 Jak'a apnaqawi uñst'ayäwi  

ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ປະກາດ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ ທີ່​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ອານາຈັກ​ຢູດາຍ​ເພື່ອ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢ່າ​ສູ່​ກ່າວ​ໃຫ້​ຂາດ​ໄປ​ຈັກ​ຄຳ.


ເມື່ອ​ພວກເຂົາ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ຄໍ່າຄວນ?’ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ເນື່ອງ​ຈາກ​ຂ່າວ​ຮ້າຍ​ທີ່​ກຳລັງ​ມາ. ເມື່ອ​ມັນ​ມາຮອດ ຈິດໃຈ​ຂອງ​ພວກເຂົາ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ, ມື​ຂອງ​ພວກເຂົາ​ຈະ​ອ່ອນເພຍ​ລົງ, ຄວາມ​ກ້າຫານ​ຂອງ​ພວກເຂົາ​ຈະ​ໝົດ​ໄປ ແລະ​ຫົວເຂົ່າ​ຂອງ​ພວກເຂົາ​ກໍ​ຈະ​ສັ່ນເຊັນ.’ ເວລາ​ມາຮອດ​ແລ້ວ; ມັນ​ຈະ​ຢູ່​ທີ່​ນີ້.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ໄດ້ຍິນ​ໂຕສິງ​ຮ້ອງ​ແຜດສຽງ​ຄຳຣາມ ຜູ້ໃດ​ເດ​ຈະ​ລະງັບ​ຄວາມ​ຢ້ານກົວ​ໄວ້​ໄດ້? ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຈາ ຜູ້ໃດ​ແດ່​ຈະ​ກ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ໄດ້?


ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.


ແຕ່​ເປໂຕ​ກັບ​ອັກຄະສາວົກ​ຄົນອື່ນໆ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈຳ​ຕ້ອງ​ເຊື່ອຟັງ​ພຣະເຈົ້າ​ຫລາຍກວ່າ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka