Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 26:11 - ພຣະຄຳພີສັກສິ

11 ແລ້ວ​ພວກ​ປະໂຣຫິດ​ກັບ​ພວກ​ຜູ້ທຳນວາຍ ກໍໄດ້​ກ່າວ​ຕໍ່​ພວກ​ເຈົ້ານາຍ ແລະ​ປະຊາຊົນ​ນັ້ນ​ວ່າ, “ຊາຍ​ຄົນ​ນີ້​ສົມຄວນ​ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ ເພາະ​ລາວ​ໄດ້​ກ່າວ​ໃສ່ຮ້າຍ​ເມືອງ​ຂອງ​ພວກເຮົາ. ພວກທ່ານ​ກໍ​ໄດ້​ຍິນ​ກັບ​ຫູ​ຂອງ​ພວກທ່ານ​ເອງ​ແລ້ວ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 26:11
13 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”


ແລ້ວ​ພວກ​ເຈົ້ານາຍ​ແລະ​ປະຊາຊົນ​ກໍ​ເວົ້າ​ຕໍ່​ບັນດາ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ເວົ້າ​ກັບ​ພວກເຮົາ ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ; ລາວ​ບໍ່​ສົມຄວນ​ຖືກ​ສັງຫານ.”


ແລ້ວ​ບັນດາ​ຂ້າຣາຊການ​ກໍ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຄົນ​ຜູ້​ນີ້​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ລາວ​ໄດ້​ເຮັດ​ໃຫ້​ພວກ​ທະຫານ​ຢູ່​ໃນ​ເມືອງ​ເສຍກຳລັງໃຈ ໂດຍ​ເວົ້າ​ເຊັ່ນນີ້; ລາວ​ຈະ​ເຮັດ​ຢ່າງ​ດຽວກັນ​ອີກ​ຕໍ່​ທຸກຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ນີ້. ລາວ​ບໍ່ໄດ້​ພະຍາຍາມ​ຊ່ວຍເຫລືອ​ປະຊາຊົນ​ເລີຍ; ລາວ​ມີ​ແຕ່​ຫາ​ຄວາມທຸກ​ມາ​ໃຫ້​ພວກເຂົາ.”


ພວກເຈົ້າ​ຄິດ​ເຫັນ​ຢ່າງ​ໃດ?” ພວກເຂົາ​ຕອບ​ວ່າ, “ມັນ​ຜິດ​ແລະ​ສົມຄວນ​ຕາຍ.”


ພວກເຂົາ​ຕອບ​ວ່າ, “ຖ້າ​ລາວ​ບໍ່​ເປັນ​ຜູ້ຮ້າຍ​ແລ້ວ ພວກ​ຂ້ານ້ອຍ​ກໍ​ຈະ​ບໍ່ໄດ້​ນຳ​ລາວ​ມາ​ມອບ​ໃຫ້​ທ່ານ​ດອກ.”


ປະຊາຊົນ​ຕອບ​ເພິ່ນ​ຄືນ​ວ່າ, “ພວກເຮົາ​ມີ​ກົດໝາຍ​ທີ່​ວ່າ ລາວ​ຕ້ອງ​ຕາຍ ເພາະ​ລາວ​ປະກາດ​ຕົວ​ເອງ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”


ປະຊາຊົນ​ໄດ້​ຟັງ​ໂປໂລ​ກ່າວ ຈົນເຖິງ​ເວລາ​ທີ່​ເພິ່ນ​ເວົ້າ​ຄຳ​ນີ້ ແລ້ວ​ພວກເຂົາ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຈັດ​ການ​ກັບ​ຄົນ​ນີ້​ເສຍ ເອົາ​ໄປ​ຂ້າ​ຖິ້ມ, ບໍ່ຄວນ​ໃຫ້​ມີ​ຊີວິດ​ຢູ່.”


ແຕ່​ຖ້າ​ຜູ້ທຳນວາຍ​ຜູ້ໃດ​ບັງ​ອາດ​ກ່າວ​ຖ້ອຍຄຳ​ໃນ​ນາມ​ຂອງ​ເຮົາ ເມື່ອ​ເຮົາ​ບໍ່ໄດ້​ສັ່ງ​ໃຫ້​ກ່າວ ຫລື​ກ່າວ​ໃນ​ນາມ​ຂອງ​ບັນດາ​ພະອື່ນ​ລາວ​ຕ້ອງ​ຕາຍ.


ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂຢອາດ​ວ່າ, “ເອົາ​ລູກຊາຍ​ຂອງ​ເຈົ້າ​ອອກ​ມາ​ນອກ​ພີ້ ເພື່ອ​ພວກເຮົາ​ຈະ​ຂ້າ​ລາວ​ຖິ້ມ ເພາະ​ລາວ​ເປັນ​ຄົນ​ຮື້​ແທ່ນບູຊາ​ຂອງ​ພະບາອານ ແລະ​ຕັດ​ເສົາ​ສັກສິດ​ຂອງ​ເຈົ້າແມ່​ອາເຊຣາ​ທີ່​ຢູ່​ທາງ​ຂ້າງ​ນັ້ນ​ຖິ້ມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka