ເຢເຣມີຢາ 25:9 - ພຣະຄຳພີສັກສິ9 ‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາມີບາງສິ່ງທີ່ຈະກ່າວຕໍ່ປະເທດ ເພື່ອນບ້ານໃກ້ຄຽງທັງຫລາຍຂອງຊາດອິດສະຣາເອນ ຄືປະເທດທີ່ໄດ້ທຳລາຍດິນແດນທີ່ເຮົາໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ. ເຮົາຈະຖອນຮາກຖອນເຫງົ້າຄົນຊົ່ວເຫຼົ່ານັ້ນ ໃຫ້ອອກໄປຈາກດິນແດນຂອງພວກເຂົາເໝືອນຫລົກຕົ້ນໄມ້ ແລະເຮົາຈະຊ່ວຍກູ້ເອົາຢູດາອອກຈາກພວກເຂົາ.
ພຣະເຈົ້າຢາເວເອງໄດ້ກ່າວວ່າ, ‘ເຮົາຈະເຮັດໃຫ້ເຈົ້າກັບມິດສະຫາຍຂອງເຈົ້າຕົກໃຈຢ້ານ ແລະເຈົ້າກໍຈະເຫັນພວກເຂົາທັງໝົດຖືກຂ້າດ້ວຍດາບຂອງເຫຼົ່າສັດຕູ. ເຮົາຈະມອບປະຊາຊົນຢູດາທັງໝົດໃຫ້ຢູ່ໃຕ້ອຳນາດຂອງກະສັດແຫ່ງບາບີໂລນ; ລາວຈະຈັບເອົາບາງຄົນໄປເປັນຊະເລີຍທີ່ປະເທດຂອງລາວ ຫລືສັງຫານບາງຄົນເສຍ.
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ແລ້ວໃຫ້ບອກພວກເຂົາວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ ເຮົາຈະນຳພາກະສັດເນບູກາດເນັດຊາແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາມາບ່ອນນີ້ ແລະລາວ ຈະຕັ້ງບັນລັງຂອງລາວເທິງກ້ອນຫີນເຫຼົ່ານີ້ ຊຶ່ງເຈົ້າ ໄດ້ຝັງໄວ້ ແລະຈະກາງເຕັນແຫ່ງກະສັດເທິງກ້ອນຫີນນັ້ນ.
“ສິງອອກຈາກປ່າຕຶບມາສູ່ແຄມແມ່ນໍ້າຈໍແດນທີ່ມີຫຍ້າຂຽວສັນໃດ; ເຮົາກໍຈະມາເຮັດໃຫ້ຊາວເອໂດມ ແລ່ນໜີຈາກດິນແດນຂອງພວກເຂົາຢ່າງກະທັນຫັນສັນນັ້ນ. ແລ້ວຜູ້ນຳທີ່ເຮົາເລືອກເອົາກໍຈະປົກຄອງດິນແດນ. ຜູ້ໃດແດ່ທຽບເທົ່າກັບເຮົາໄດ້? ຜູ້ໃດແດ່ກ້າທ້າທາຍເຮົາໄດ້? ນັກປົກຄອງຜູ້ໃດແດ່ຕ້ານທານເຮົາໄດ້?
ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍຕັ້ງແຕ່ໃດໆມາ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ, ເປັນອົງບໍຣິສຸດ ແລະອົງເປັນຢູ່ສືບໄປເປັນນິດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ ແລະພຣະຜູ້ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ; ພຣະອົງໄດ້ເລືອກເອົາພວກບາບີໂລນ ແລະໄດ້ເຮັດໃຫ້ພວກເຂົາແຂງແຮງ ເພື່ອວ່າພວກເຂົາຈະລົງໂທດພວກຂ້ານ້ອຍໄດ້.