ເຢເຣມີຢາ 25:7 - ພຣະຄຳພີສັກສິ7 ກົງກັນຂ້າມ ພຣະເຈົ້າຢາເວກ່າວວ່າ ພວກທ່ານປະຕິເສດທີ່ຈະຍອມຟັງພຣະອົງ, ແຕ່ພວກທ່ານກັບເຮັດໃຫ້ພຣະອົງໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບຕ່າງໆ; ສິ່ງນັ້ນແຫລະ ໄດ້ນຳເອົາການລົງໂທດຂອງພຣະອົງມາສູ່ພວກທ່ານເອງ. Uka jalj uñjjattʼäta |
ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ?
ໂດຍຮູບເຄົາຣົບຂອງພວກເຂົານັ້ນ ພວກເຂົາແກ້ງເຮັດໃຫ້ເຮົາໂມໂຫ ໂດຍແກ້ງເຮັດໃຫ້ເຮົາຫຶງຫວງ ຕໍ່ສິ່ງທີ່ພວກເຂົາເອີ້ນວ່າພະຂອງເຂົາເຈົ້ານັ້ນ; ພະເກ້ໆເຫຼົ່ານັ້ນລ້ວນແຕ່ເປັນພະທຽມ ບໍ່ແມ່ນພຣະເຈົ້າແທ້ຈັກດີ້. ສະນັ້ນ ເຮົາຈຶ່ງຈະໃຊ້ຊາດໜຶ່ງມາເຮັດໃຫ້ ພວກເຂົາເຈົ້າເກີດໂມໂຫ; ເຮົາຈະເຮັດໃຫ້ພວກເຂົາເກີດອິດສາ ຊົນຊາດເບົາປັນຍານີ້.