Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:6 - ພຣະຄຳພີສັກສິ

6 ພວກເພິ່ນ​ໄດ້​ບອກ​ພວກທ່ານ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ; ແລະ​ຢ່າ​ເຮັດ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໂດຍ​ຂາບໄຫວ້​ຮູບເຄົາຣົບ​ທັງຫລາຍ ທີ່​ພວກທ່ານ​ໄດ້​ເຮັດ​ຂຶ້ນ​ເອງ. ຖ້າ​ພວກທ່ານ​ເຊື່ອຟັງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ພຣະອົງ​ກໍ​ຈະ​ບໍ່ໄດ້​ລົງໂທດ​ພວກທ່ານ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:6
17 Jak'a apnaqawi uñst'ayäwi  

ປະຊາຊົນ​ຢູດາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ໜັກກວ່າ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ເຮັດ​ມາ ຊຶ່ງ​ເປັນ​ການ​ຍົວະເຍົ້າ​ໃຫ້​ພຣະອົງ​ໂກດຮ້າຍ.


ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ກັບ​ພວກເຂົາ ແລະ​ສັ່ງ​ວ່າ: “ຢ່າ​ຂາບໄຫວ້​ບັນດາ​ພະອື່ນ; ຢ່າ​ກົ້ມຂາບ ຫລື​ບົວລະບັດ​ຮັບໃຊ້ ຫລື​ຖວາຍບູຊາ​ແກ່​ພະ​ເຫຼົ່ານັ້ນ.


ຢ່າ​ເຮັດ​ຮູບ​ພະ​ເປັນ​ເງິນ​ເປັນ​ຄຳ ໄວ້​ຂາບໄຫວ້​ຄຽງ​ຄູ່​ເຮົາ​ເດັດຂາດ.


ຢ່າ​ນະມັດສະການ​ພະອື່ນ ນອກຈາກ​ເຮົາ.


ຕັ້ງແຕ່​ເລີ່ມຕົ້ນ​ປະຫວັດສາດ​ຂອງ​ພວກເຂົາ​ມາ ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ພໍໃຈ​ນຳ​ເລີຍ; ມີ​ແຕ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ເທົ່ານັ້ນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ. ພຣະເຈົ້າຢາເວ​ກ່າວ​ວ່າ,


ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.


ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ຖາມ​ວ່າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະທຳ​ສິ່ງ​ອັນ​ຊົ່ວຊ້າ​ເຫຼົ່ານີ້​ໃສ່​ພວກເຈົ້າ​ເອງ. ພວກເຈົ້າ​ຢາກ​ນຳ​ການທຳລາຍ​ມາ​ສູ່​ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ຂອງ​ພວກເຈົ້າ​ຜູ້ໃດ​ຜູ້ໜຶ່ງ​ເຫຼືອ​ຢູ່​ບໍ?


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ ແລະ​ຖວາຍບູຊາ​ແກ່​ບັນດາ​ພະອື່ນ​ໃນ​ປະເທດ​ເອຢິບ ຄື​ບ່ອນ​ທີ່​ພວກເຈົ້າ​ໄດ້​ມາ​ພັກ​ອາໄສ​ຢູ່​ນີ້? ພວກເຈົ້າ​ຢາກ​ເຮັດ​ສິ່ງ​ນີ້​ເພື່ອ​ທຳລາຍ​ພວກ​ເຈົ້າເອງ​ບໍ? ເພື່ອ​ທຸກ​ຊົນຊາດ​ໃນ​ໂລກ​ຈະ​ຫົວ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ​ບໍ?


ຈົ່ງ​ເຊົາ​ເອົາລັດ​ເອົາປຽບ​ຄົນຕ່າງດ້າວ, ລູກກຳພ້າ ແລະ​ແມ່ໝ້າຍ. ຈົ່ງ​ເຊົາ​ປະຫັດປະຫານ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢູ່​ໃນ​ດິນແດນ​ນີ້. ຈົ່ງ​ເຊົາ​ຂາບໄຫວ້​ພະອື່ນ​ສາ ເພາະ​ການກະທຳ​ເຊັ່ນນັ້ນ​ຈະ​ເປັນ​ການທຳລາຍ​ພວກເຈົ້າ​ເອງ.


ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.


ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”


ເພື່ອ​ຊັກຊວນ​ພວກເຈົ້າ​ໄປ​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຮັດ​ມາ​ກ່ອນ. ເຖິງ​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ສັນຍາ​ໄວ້​ນັ້ນ​ຈະ​ເປັນ​ຄວາມຈິງ​ກໍຕາມ,


ແຕ່​ພວກເຈົ້າ​ຢ່າ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ​ຈັກເທື່ອ ຫລື​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ.”


ຢ່າ​ຂາບໄຫວ້​ບັນດາ​ພະອື່ນໆ ຫລື​ພະ​ໃດໆ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ.


ຢ່າ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈັກເທື່ອ ຫລື​ຫັນເຫ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ຖ້າ​ພວກເຈົ້າ​ຂືນ​ເຮັດ ຂ້າພະເຈົ້າ​ຂໍ​ເຕືອນ​ພວກເຈົ້າ​ໃນວັນນີ້​ໂລດ​ວ່າ ພວກເຈົ້າ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ.


ແລະ​ຖ້າ​ພວກເຈົ້າ​ປະຖິ້ມ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ບັນດາ​ພະ​ຂອງ​ຕ່າງຊາດ​ແລ້ວ ພຣະອົງ​ກໍ​ຈະ​ຫັນ​ມາ​ຕໍ່ສູ້ ແລະ​ລົງໂທດ​ພວກເຈົ້າ. ພຣະອົງ​ຈະ​ທຳລາຍ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ເຮັດ​ດີ​ຕໍ່​ພວກເຈົ້າ​ກໍຕາມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka