Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:4 - ພຣະຄຳພີສັກສິ

4 ພວກທ່ານ​ບໍ່​ຍອມ​ຟັງ​ຫລື​ສົນໃຈ​ເລີຍ; ເຖິງ​ແມ່ນ​ວ່າ ພຣະເຈົ້າຢາເວ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ມາ​ຫາ​ພວກທ່ານ​ກໍຕາມ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:4
24 Jak'a apnaqawi uñst'ayäwi  

ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ບັນດາ​ຜູ້ທຳນວາຍ ມາ​ເຕືອນ​ພວກເຂົາ​ໃຫ້​ກັບ​ມາ​ຫາ​ພຣະອົງ ແຕ່​ປະຊາຊົນ​ບໍ່​ເຊື່ອຟັງ.


ເຖິງ​ແມ່ນ​ວ່າ ພຣະເຈົ້າຢາເວ​ໄດ້​ເຕືອນ​ມານາເຊ​ແລະ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ​ກໍດີ ແຕ່​ພວກເຂົາ​ກໍ​ບໍ່​ຍອມ​ຟັງ.


ແຕ່​ພວກເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ. ພວກເຈົ້າ​ທຸກຄົນ​ດື້ດ້ານ​ແລະ​ຊົ່ວຊ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ​ເລີຍ.


ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ເຮົາ ແລະ​ພວກເຂົາ​ກໍ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ວັນ​ນີ້ ແຕ່​ພວກເຂົາ​ຊໍ້າພັດ​ດື້ດ້ານ, ບໍ່​ຍອມ​ເຊື່ອຟັງ ທັງ​ບໍ່​ຍອມ​ຮຽນຮູ້​ຈາກ​ເຮົາ​ດ້ວຍ.


ພວກເຂົາ​ຈະ​ຕອບ​ວ່າ, ‘ບໍ່​ເປັນຫຍັງ​ພວກເຮົາ​ຕ້ອງ​ເຮັດ​ເຊັ່ນນັ້ນ? ພວກເຮົາ​ທຸກຄົນ​ຈະ​ດື້ດ້ານ​ແລະ​ເຮັດ​ຊົ່ວຊ້າ​ຕາມໃຈ​ຂອງ​ພວກເຮົາ​ຕໍ່ໄປ.”’


ແລະ​ບອກ​ໃຫ້​ປະຊາຊົນ​ທັງໝົດ​ຮູ້ວ່າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ນຳ​ໂທດກຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ມາ​ສູ່​ນະຄອນ​ນີ້​ແລະ​ເມືອງ​ໃກ້ຄຽງ​ທັງໝົດ​ດ້ວຍ ເພາະ​ພວກເຈົ້າ​ດື້ດ້ານ​ແລະ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ຂອງເຮົາ.”


ພຣະອົງ​ໄດ້​ກ່າວ​ຕໍ່​ພວກເຈົ້າ ເມື່ອ​ຈະເລີນ​ຮຸ່ງເຮືອງ ແຕ່​ພວກເຈົ້າ​ບໍ່​ເຊື່ອຟັງ​ແລະ​ປະຕິເສດ​ມາ​ຕະຫລອດ. ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຊີວິດ​ຕະຫລອດ​ມາ ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ພຣະອົງ.


“ເປັນ​ເວລາ​ຊາວສາມ​ປີ​ແລ້ວ ຄື​ນັບ​ຕັ້ງແຕ່​ປີ​ທີ​ສິບສາມ​ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ມາ​ຈົນເຖິງ​ບັດນີ້ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່ເຄີຍ​ປົກປິດ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈາກ​ພວກທ່ານ​ເລີຍ. ແຕ່​ພວກທ່ານ​ບໍ່ໄດ້​ເອົາໃຈໃສ່.


ກົງກັນຂ້າມ ພຣະເຈົ້າຢາເວ​ກ່າວ​ວ່າ ພວກທ່ານ​ປະຕິເສດ​ທີ່​ຈະ​ຍອມ​ຟັງ​ພຣະອົງ, ແຕ່​ພວກທ່ານ​ກັບ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ ໂດຍ​ຂາບໄຫວ້​ຮູບເຄົາຣົບ​ຕ່າງໆ; ສິ່ງນັ້ນ​ແຫລະ ໄດ້​ນຳ​ເອົາ​ການລົງໂທດ​ຂອງ​ພຣະອົງ​ມາ​ສູ່​ພວກທ່ານ​ເອງ.


ແລະ​ໂດຍ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທັງຫລາຍ​ຂອງ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ສືບຕໍ່​ສົ່ງ​ມາ​ຫາ​ພວກເຈົ້າ. ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ກ່າວ.


ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ທີ່​ເຮົາ​ໄດ້ສົ່ງ​ມາ​ສູ່​ພວກເຂົາ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງເຮົາ. ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ໄດ້​ຫັນຫລັງ​ໃຫ້​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສືບຕໍ່​ສັ່ງສອນ​ພວກເຂົາ​ສໍ່າໃດ​ກໍດີ; ແຕ່​ພວກເຂົາ​ກໍ​ບໍ່​ຍອມ​ຟັງ​ແລະ​ຮຽນຮູ້​ເລີຍ.


ເຮົາ​ຈະ​ລົງໂທດ​ເຈົ້າ, ເຊື້ອສາຍ​ຂອງ​ເຈົ້າ ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ ຍ້ອນ​ການບາບ​ທີ່​ພວກເຈົ້າ​ທັງໝົດ​ໄດ້​ເຮັດ. ເຈົ້າເອງ​ລວມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາ ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງເຮົາ; ສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ໄພພິບັດ​ຊຶ່ງ​ເຮົາ​ໄດ້​ຂູ່​ໄວ້​ນັ້ນ​ມາ​ສູ່​ພວກເຈົ້າ​ທຸກຄົນ.”


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກໍໄດ້​ແຕ່ງຕັ້ງ​ຄົນເຝົ້າຍາມ ເພື່ອ​ໃຫ້​ເປົ່າແກ​ເຕືອນ​ວ່າ, “ຈົ່ງ​ລະວັງ​ສຽງ​ແກ​ສັນຍານ​ໄພ.” ແຕ່​ພວກເຂົາ​ຊໍ້າ​ເວົ້າ​ວ່າ, “ພວກເຮົາ​ຈະ​ບໍ່​ຟັງ.”


‘ຢ່າ​ສູ່​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ນານ​ມາ​ແລ້ວ​ບັນດາ​ຜູ້ທຳນວາຍ​ໄດ້​ບອກ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ບອກ​ພວກເຈົ້າ​ບໍ່​ໃຫ້​ດຳເນີນ​ຊີວິດ​ໃນ​ທາງ​ຊົ່ວຊ້າ​ແລະ​ໃນ​ທາງ​ບາບ​ຕໍ່ໄປ.’ ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka