Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:37 - ພຣະຄຳພີສັກສິ

37 ແລະ​ຄອກ​ແກະ​ທີ່​ສະຫງົບສຸກ​ກໍ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ເນື່ອງ​ຈາກ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:37
10 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ເປັນ​ກະສັດ ແຜ່ນດິນ​ໂລກ​ຈົ່ງ​ເບີກບານ​ໃຈ ເກາະ​ທັງຫລາຍ​ຕາມ​ທະເລ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ​ເຖີດ.


ແມ່ນແຕ່​ຣາຊວັງ​ກໍ​ຈະ​ຖືກ​ປະຖິ້ມ ແລະ​ເມືອງຫລວງ​ກໍ​ຈະ​ຮ້າງ​ຫວ່າງເປົ່າ​ຢ່າງ​ໝົດສິ້ນ. ເຮືອນ​ແລະ​ປ້ອມ​ປ້ອງກັນ​ທັງຫລາຍ​ຈະ​ຮົກຮ້າງ​ເພພັງ​ຕະຫລອດໄປ. ລໍ​ປ່າ​ຈະ​ທ່ຽວຫລິ້ນ​ຢູ່​ທີ່ນັ້ນ ແລະ​ຝູງແກະ​ກໍ​ຈະ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ.


ພຣະເຈົ້າຢາເວ​ຈະ​ສະເດັດ​ມາ​ພ້ອມ​ກັບ​ໄຟ. ພຣະອົງ​ຈະ​ມາ​ເທິງ​ປີກ​ຂອງ​ລົມພະຍຸ​ເພື່ອ​ລົງໂທດ​ພວກ​ທີ່​ພຣະອົງ​ໂກດຮ້າຍ.


ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.


ປະຊາຊົນ​ຂອງເຮົາ​ປູກ​ເຂົ້າ ແຕ່​ກ່ຽວ​ຫຍ້າ​ແທນ ພວກເຂົາ​ໄດ້​ເຮັດ​ວຽກ​ໜັກ ແຕ່​ພັດ​ບໍ່ໄດ້​ຫຍັງ​ຈັກຢ່າງ. ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ທີ່​ມີ​ຕໍ່​ພວກເຂົາ ຈຶ່ງ​ໃຫ້​ຜົນລະປູກ​ຂອງ​ພວກເຂົາ​ຕົກເຮ່ຍ​ເສຍໄປ​ສິ້ນ.”


ນະຄອນ​ເຢຣູຊາເລັມ​ເອີຍ ເບິ່ງ​ພຸ້ນ​ດູ ເຫຼົ່າ​ສັດຕູ​ຂອງ​ເຈົ້າ​ກຳລັງ​ລົງ​ມາ​ແຕ່​ທາງ​ທິດເໜືອ ປະຊາຊົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບ​ໃຫ້​ເຈົ້າ​ດູແລ​ນັ້ນ​ຢູ່​ໃສ? ຄື​ປະຊາຊົນ​ທີ່​ເຈົ້າ​ພໍໃຈ​ນຳ​ນັ້ນ.


ມີ​ສຽງ​ຮ້ອງ​ຂອງ​ພວກ​ຜູ້ລ້ຽງແກະ ແລະ​ສຽງ​ຄວນຄາງ​ຂອງ​ພວກ​ຜູ້ນຳ​ຂອງ​ຝູງແກະ ຍ້ອນ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ທົ່ງຫຍ້າ​ຂອງ​ພວກເຂົາ​ເສຍ​ແລ້ວ


ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”


ເພາະ​ພຣະເຈົ້າ​ຂອງເຮົາ​ທັງຫຼາຍ ຊົງ​ເປັນ​ໄຟ​ທີ່​ເຜົາຜານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka