36 ມີສຽງຮ້ອງຂອງພວກຜູ້ລ້ຽງແກະ ແລະສຽງຄວນຄາງຂອງພວກຜູ້ນຳຂອງຝູງແກະ ຍ້ອນພຣະເຈົ້າຢາເວໄດ້ທຳລາຍທົ່ງຫຍ້າຂອງພວກເຂົາເສຍແລ້ວ
ຈົ່ງສົ່ງຝູງຄົນເຂົ້າມາປຸ້ນເຮືອນຂອງພວກເຂົາ ຢ່າງພວກເຂົາບໍ່ຮູ້ຕົວ; ຈົ່ງເຮັດໃຫ້ພວກເຂົາຮ້ອງໄຫ້ດ້ວຍຄວາມຢ້ານກົວແດ່ທ້ອນ. ພວກເຂົາໄດ້ຂຸດຫລຸມໄວ້ດັກຈັບຂ້ານ້ອຍ ແລະໄດ້ເຮັດແຮ້ວດັກຈັບຂ້ານ້ອຍຄືກັນ.
ບັນດາພວກຜູ້ລ້ຽງແກະເອີຍ ຈົ່ງຮ້ອງໄຫ້ສາ ພວກເຈົ້າທີ່ເປັນຜູ້ລ້ຽງແກະຂອງເຮົາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນສາ ຈົ່ງໄວ້ທຸກແລະກິ້ງເກືອກຢູ່ໃນຂີ້ຝຸ່ນດິນ. ເວລາກໍມາເຖິງແລ້ວ ທີ່ພວກເຈົ້າຕ້ອງຖືກປະຫານໝູ່ ແລະພວກເຈົ້າຈະຖືກຂ້າຖິ້ມດັ່ງຂ້າຝູງແກະເຖິກ.
ພວກເຈົ້າບໍ່ມີທາງທີ່ຈະປົບໜີໄປໄດ້ເລີຍ.
ແລະຄອກແກະທີ່ສະຫງົບສຸກກໍຖືກປະໃຫ້ຮົກຮ້າງເພພັງ ເນື່ອງຈາກຄວາມໂກດຮ້າຍອັນແຮງກ້າຂອງພຣະເຈົ້າຢາເວ.
ສະນັ້ນ ຈົ່ງໃສ່ຜ້າກະສອບເຂົ້າ ແລະໄວ້ທຸກ ຈົ່ງຮ້ອງໄຫ້ຮໍ່າໄຮ ແລະຄໍ່າຄວນສາເຖີດ ເພາະພຣະເຈົ້າຢາເວໂກດຮ້າຍຮຸນແຮງຫລາຍ ຄວາມໂກດຮ້າຍຂອງພຣະອົງບໍ່ໄດ້ຫັນໜີໄປຈາກພວກເຮົາ.
ບັນດານັກປົກຄອງຄວນຄາງຢ່າງທຸກລະທົມໃຈ ເພາະກຽດສັກສີຂອງພວກເຂົາສູນສິ້ນໄປເສຍແລ້ວ ຈົ່ງຟັງສຽງຄຳຣາມຮ້ອງຂອງຝູງສິງໜຸ່ມ ປ່າທີ່ມັນຢູ່ຕາມແມ່ນໍ້າຈໍແດນໄດ້ຖືກທຳລາຍລົງ.