Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:32 - ພຣະຄຳພີສັກສິ

32 ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໄພພິບັດ​ກຳລັງ​ມາ​ຈາກ​ຊົນຊາດ​ໜຶ່ງ​ໄປ​ເຖິງ​ອີກ​ຊົນຊາດ​ໜຶ່ງ ແລະ​ພະຍຸ​ໃຫຍ່​ກຳລັງ​ກໍ່ຕົວ​ຂຶ້ນ​ທີ່​ທາງ​ສຸດປາຍ​ແຜ່ນດິນ​ໂລກ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:32
12 Jak'a apnaqawi uñst'ayäwi  

ຊົນຊາດ​ໜຶ່ງ​ກົດຂີ່​ອີກ​ຊົນຊາດ​ໜຶ່ງ ແລະ​ເມືອງ​ໜຶ່ງ​ກົດຂີ່​ອີກ​ເມືອງ​ໜຶ່ງ, ເພາະ​ພຣະເຈົ້າ​ໄດ້​ນຳ​ຄວາມ​ເດືອດຮ້ອນ ແລະ​ຄວາມ​ຍາກ​ລຳບາກ​ມາ​ສູ່​ພວກເຂົາ.


ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.


ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.


ລູກທະນູ​ຂອງ​ພວກເຂົາ​ແຫລມ ແລະ​ໜ້າທະນູ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຍິງ. ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ແຂງ​ດັ່ງ​ຫີນ ແລະ​ຕີນ​ລົດ​ກໍ​ປິ່ນ​ດັ່ງ​ລົມ​ບ້າໝູ.


ເຮົາ​ຮູ້ຈັກ ຄວາມຄິດ​ແລະ​ການກະທຳ​ຂອງ​ພວກເຂົາ. ເຮົາ​ກຳລັງ​ມາ ເພື່ອ​ເຕົ້າໂຮມ​ປະຊາຊົນ​ໃນ​ບັນດາ​ຊົນຊາດ​ທັງໝົດ. ເມື່ອ​ເຕົ້າໂຮມ​ແລ້ວ ພວກເຂົາ​ຈະ​ເຫັນ​ວ່າ​ເຮົາ​ມີ​ຣິດອຳນາດ​ກະທຳ​ສິ່ງໃດ​ໄດ້​ແດ່


ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ພະຍຸ​ໃຫຍ່ ຄື​ລົມ​ແຮງ​ທີ່​ຈະ​ພັດ​ກະໜໍ່າ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຮ້າຍ


ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ນັ້ນ ເປັນ​ດັ່ງ​ລົມພະຍຸ ຄື​ລົມ​ອັນ​ໂຫດຮ້າຍ​ທີ່​ຈະ​ພັດປິວ​ວົນວຽນ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຊ້າ​ທັງຫລາຍ. ຄວາມ​ໂກດຮ້າຍ​ນີ້​ຈະ​ບໍ່​ສິ້ນສຸດ ຈົນກວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ປະສົງ​ຢາກ​ເຮັດ​ໃຫ້​ສຳເລັດ. ໃນເວລາ​ສຸດທ້າຍ ເຈົ້າ​ທັງຫລາຍ​ຈະ​ເຂົ້າໃຈ​ຢ່າງ​ແຈ່ມແຈ້ງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ມາ​ແຕ່​ປະເທດ​ໜຶ່ງ​ທາງ​ທິດເໜືອ; ເປັນ​ຊາດ​ໜຶ່ງ​ຊຶ່ງ​ຢູ່​ຫ່າງໄກ​ທີ່​ມີ​ກຳລັງ​ອຳນາດ​ຕຽມ​ສູ້ຮົບ.


ພວກເຂົາ​ຖື​ໜ້າທະນູ​ກັບ​ດາບ ພວກເຂົາ​ເປັນ​ຄົນ​ຮ້າຍກາດ​ແລະ​ຂາດ​ຄວາມ​ເມດຕາ. ພວກເຂົາ​ຂີ່​ມ້າ​ສຽງດັງ​ກຶກກ້ອງ ດັ່ງ​ສຽງ​ຂອງ​ທະເລ​ຄຶກຄະນອງ. ພວກເຂົາ​ຕຽມພ້ອມ​ເຮັດ​ເສິກ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄອຍຖ້າ​ເບິ່ງ ຄອຍຖ້າ​ວັນ​ທີ່​ເຮົາ​ລຸກຂຶ້ນ​ກ່າວໂທດ​ຊົນຊາດ​ທັງຫລາຍ. ເຮົາ​ໄດ້​ຕັດສິນໃຈ​ເຕົ້າໂຮມ​ບັນດາ​ຊົນຊາດ ແລະ​ອານາຈັກ​ທັງຫລາຍ​ແລ້ວ ເພື່ອ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ທົ່ວ​ແຜ່ນດິນ​ໂລກ​ຈະ​ຖືກ​ໄຟ​ແຫ່ງ​ຄວາມ​ກີ້ວໂກດ​ຂອງເຮົາ​ທຳລາຍ.


ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ປະເທດ​ຕໍ່​ປະເທດ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ,


“ຈະ​ມີ​ໝາຍສຳຄັນ​ໃນ​ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງປວງ ແລະ​ຈະ​ມີ​ຄວາມ​ທຸກຮ້ອນ​ເທິງ​ແຜ່ນດິນ​ໂລກ​ຕາມ​ປະເທດ​ຕ່າງໆ ຊຶ່ງ​ມີ​ຄວາມ​ສະຫງົນ​ສົນເທ ເພາະ​ສຽງ​ກ້ອງ​ອັນ​ໃຫຍ່ຫລວງ​ຂອງ​ທະເລ​ແລະ​ຟອງຄື້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka