28 ຖ້າພວກເຂົາປະຕິເສດຈັບເອົາຈອກຈາກມືຂອງເຈົ້າມາດື່ມ ຈົ່ງບອກພວກເຂົາວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຍັງສັ່ງໃຫ້ພວກເຂົາຕ້ອງດື່ມຈາກຈອກນັ້ນຢູ່.
ໃນເມື່ອເຈົ້າຄັດຄ້ານຕໍ່ສິ່ງທີ່ພຣະເຈົ້າກະທຳ ເຈົ້າຫວັງໃຫ້ພຣະອົງເຮັດຕາມເຈົ້າຕ້ອງການໄດ້ບໍ່? ການຕັດສິນໃຈແມ່ນເຈົ້າແລະບໍ່ແມ່ນຂ້ອຍເດີ ບັດນີ້ ຈົ່ງບອກພວກເຮົາມາວ່າເຈົ້າຄິດຢ່າງໃດແລ້ວ?
ດັ່ງນັ້ນ ຂ້າພະເຈົ້າຈຶ່ງຈັບເອົາຈອກຈາກມືຂອງພຣະເຈົ້າຢາເວ ມາຍື່ນໃຫ້ປະເທດທັງໝົດ ຊຶ່ງພຣະເຈົ້າຢາເວໄດ້ໃຊ້ໃຫ້ຂ້າພະເຈົ້າໄປ ແລະໃຫ້ພວກເຂົາໄດ້ດື່ມເຫຼົ້າອະງຸ່ນຈາກຈອກນັ້ນ.
ແຕ່ຖ້າປະເທດຫລືອານາຈັກໃດທີ່ບໍ່ຍອມຢູ່ໃຕ້ການປົກຄອງຂອງລາວ ແລ້ວເຮົາກໍຈະລົງໂທດປະເທດນັ້ນໂດຍໃຫ້ເກີດສົງຄາມ, ເກີດການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ. ພຣະເຈົ້າຢາເວກ່າວວ່າ ຈົນເຖິງຂັ້ນເຮົາອະນຸຍາດໃຫ້ເນບູກາດເນັດຊາແຫ່ງບາບີໂລນທຳລາຍປະເທດຢ່າງໝົດສິ້ນ.
ສະນັ້ນ ແຜ່ນດິນໂລກຈຶ່ງຈະໄວ້ທຸກກັນ ແລະໃນຟ້າສະຫວັນທົ່ວໄປກໍຈະມືດມົວໄປສິ້ນ. ເຮົາກ່າວໄປແລ້ວຈະບໍ່ມີການປ່ຽນໃຈ ເມື່ອເຮົາໄດ້ຕັດສິນໃຈຈະບໍ່ມີການປ່ຽນແປງອີກ.
ພຣະເຈົ້າຢາເວກ່າວວ່າ, “ເຖິງແມ່ນວ່າຄົນທີ່ບໍ່ສົມຄວນໄດ້ຖືກລົງໂທດກໍຕ້ອງດື່ມຈາກຈອກແຫ່ງການຕັດສິນ; ພວກເຈົ້າຄິດວ່າຈະໄປໂດຍບໍ່ຖືກລົງໂທດຊັ້ນບໍ? ບໍ່ແມ່ນດອກ ພວກເຈົ້າຕ້ອງດື່ມຈາກຈອກນັ້ນ
ແຜ່ນດິນໂລກສັ່ນສະເທືອນ ເພາະພຣະເຈົ້າຢາເວກຳລັງດຳເນີນແຜນການຂອງພຣະອົງ ເພື່ອເຮັດໃຫ້ບາບີໂລນເປັນຖິ່ນແຫ້ງແລ້ງກັນດານ ຄືບ່ອນທີ່ບໍ່ມີຜູ້ໃດອາໄສຢູ່.
ພຣະອົງຖືວ່າຄົນໃນໂລກນີ້ບໍ່ມີຫຍັງໝົດ ຕ່າງກໍບໍ່ມີຄຸນຄ່າບໍ່ມີຫຍັງທັງນັ້ນ; ມະນຸດໃນໂລກ ແລະເທວະດາເທິງສະຫວັນ ກໍຢູ່ໃຕ້ການປົກຄອງຂອງພຣະອົງທັງນັ້ນ. ບໍ່ມີຜູ້ໃດສາມາດຂັດຂວາງພຣະປະສົງ ຫລືສອບຖາມເຖິງສິ່ງທີ່ພຣະອົງຊົງກະທຳ.
ປະຊາຊົນຂອງເຮົາໄດ້ດື່ມ ທີ່ເນີນພູສັກສິດຂອງເຮົາ ຈາກຈອກແຫ່ງການລົງໂທດອັນຂົມຂື່ນ. ແຕ່ໝົດທຸກຊົນຊາດທີ່ຢູ່ອ້ອມແອ້ມພວກເຂົາຄືກັນ ກໍຈະໄດ້ດື່ມຈອກອັນຂົມຂື່ນນັ້ນໜັກກວ່າ; ພວກເຂົາຈະພາກັນດື່ມຈາກຈອກນັ້ນຈົນໝົດ ແລະຕ່າງກໍຈະສະຫລາຍໄປຈົນໝົດສິ້ນ.
ເພື່ອໃຫ້ສິ່ງສາລະພັດຕາມທີ່ພຣະຫັດ ແລະພຣະໄທຂອງພຣະອົງ ຊົງກຳນົດຕັ້ງແຕ່ກ່ອນມາແລ້ວນັ້ນເກີດຂຶ້ນ.
ໃນພຣະອົງນັ້ນ ພວກເຮົາໄດ້ຕົກເປັນສ່ວນຂອງພຣະເຈົ້າ ຕາມການຊົງຕັ້ງພຣະໄທໄວ້ກ່ອນຂອງພຣະອົງ ຜູ້ຊົງກະທຳໃຫ້ສິ່ງສາລະພັດດຳເນີນໄປ ໃຫ້ສົມກັບນໍ້າພຣະໄທຂອງພຣະອົງ.