ເຢເຣມີຢາ 25:26 - ພຣະຄຳພີສັກສິ26 ບັນດາກະສັດທັງໝົດທາງທິດເໜືອ, ໄກແລະໃກ້ແຕ່ລະເມືອງເປັນລຳດັບ. ທຸກໆຊົນຊາດທີ່ຢູ່ເທິງແຜ່ນດິນໂລກຕ້ອງໄດ້ດື່ມຈາກຈອກນີ້. ໃນທີ່ສຸດກະສັດແຫ່ງບາບີໂລນກໍຈະດື່ມຈາກຈອກນີ້ຄືກັນ. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ບັນດາກະສັດທັງໝົດທາງທິດເໜືອກໍຢູ່ທີ່ນັ້ນເຊັ່ນດຽວກັນກັບຊາວຊີໂດນ. ຄັ້ງໜຶ່ງ ອຳນາດຂອງພວກເຂົາໄດ້ກະຈາຍຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ ພວກເຂົາລົງໄປຢ່າງອັບອາຍຂາຍໜ້າກັບພວກທີ່ໄດ້ຖືກຂ້າໃນສະໜາມຮົບ ແລະໄດ້ນອນພັກຜ່ອນໂດຍບໍ່ໄດ້ຮັບພິທີຕັດ. ພວກເຂົາແບ່ງຄວາມອັບອາຍຂາຍໜ້າກັບພວກທີ່ລົງໄປສູ່ແດນມໍຣະນານັ້ນ.