Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:25 - ພຣະຄຳພີສັກສິ

25 ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ສິມຣິ, ເອລາມ ແລະ​ເມເດຍ;

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:25
14 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ​ອາຣາມ; ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນີ້​ຕໍ່ໆ​ມາ.


ມີ​ກະສັດ​ສີ່​ຄົນ​ດັ່ງນີ້: ເຈົ້າ​ອຳຣາເຟນ​ແຫ່ງ​ນະຄອນ​ບາບີໂລນ, ເຈົ້າ​ອາຣິໂອກ​ແຫ່ງ​ນະຄອນ​ເອນລາຊາ, ເຈົ້າ​ເຄໂດລາໂອເມ​ແຫ່ງ​ນະຄອນ​ເອລາມ ແລະ​ເຈົ້າ​ຕີດານ​ແຫ່ງ​ນະຄອນ​ກົວອິມ;


ນາງ​ເກີດ​ລູກຊາຍ​ຫລາຍ​ຄົນ​ໃຫ້​ເພິ່ນ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ​ຊູອາ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ປຸກ​ປັ່ນ​ຊາວ​ເມເດັດ ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ພວກເຂົາ​ບໍ່​ວົນ​ນຳ​ເງິນ ແລະ​ບໍ່​ໄຝ່ຝັນ​ນຳ​ຄຳ.


ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.


ພວກ​ທະຫານ​ຈາກ​ດິນແດນ​ເອລາມ​ໄດ້​ຂີ່​ມ້າ​ມາ ພ້ອມ​ທັງ​ມີ​ໜ້າທະນູ ແລະ​ລູກທະນູ​ຄົບມື. ພວກ​ທະຫານ​ຈາກ​ດິນແດນ​ກີຣະ ກໍ​ມີ​ໂລ້​ຂອງ​ພວກເຂົາ​ຕຽມໄວ້​ພ້ອມ.


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ຈົ່ງ​ໃຫ້​ຊົນຊາດ​ທັງຫລາຍ​ຕຽມ​ເຮັດ​ເສິກ​ຕໍ່ສູ້​ບາບີໂລນ. ຈົ່ງ​ນຳ​ບັນດາ​ກະສັດ​ແຫ່ງ​ເມເດຍ ບັນດາ​ພວກ​ເຈົ້ານາຍ​ແລະ​ພວກ​ຂ້າຣາຊການ ຕະຫລອດ​ທັງ​ກອງທັບ​ທັງໝົດ​ທີ່​ລາວ​ໄດ້​ຄວບຄຸມ​ນັ້ນ​ມາ.


ເອລາມ​ກໍ​ຢູ່​ທີ່​ນັ້ນ ພ້ອມ​ທັງ​ມີ​ຂຸມຝັງສົບ​ພວກ​ທະຫານ​ຂອງຕົນ​ອ້ອມຮອບ​ຢູ່. ພວກເຂົາ​ລ້ວນແຕ່​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ພວກເຂົາ​ໄດ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ໂດຍ​ບໍ່ໄດ້​ຮັບ​ພິທີຕັດ. ເມື່ອ​ຍັງ​ມີ​ຊີວິດ​ຢູ່ ພວກເຂົາ​ເຄີຍ​ກະຈາຍ​ຄວາມ​ຢ້ານກົວ​ອັນ​ໃຫຍ່; ແຕ່​ບັດນີ້ ພວກເຂົາ​ກໍ​ຕາຍ​ແລະ​ຖືກ​ຫຍໍ້ຫຍັນ.


ແບ່ງແຍກ​ຄື​ອານາຈັກ​ຂອງທ່ານ​ຈະ​ຖືກ​ແບ່ງ​ໃຫ້​ຊາວ​ເມເດຍ​ກັບ​ຊາວ​ເປີເຊຍ.”


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ເຫັນ​ໃນທັນໃດ​ວ່າ​ຕົນເອງ​ຢູ່​ໃນ​ເມືອງ​ຊູຊາ ເປັນ​ເມືອງ​ທີ່​ມີ​ກຳແພງ​ອ້ອມຮອບ​ໃນ​ແຂວງ​ເອລາມ. ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ໃກ້​ແມ່ນໍ້າ​ອູລາຍ


ຄື​ພາສາ​ປາເທຍ, ເມເດຍ ແລະ ເອລາມ ມາ​ຈາກ​ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ​ຈາກ​ປົນໂຕ ແລະ ເອເຊຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka