Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:23 - ພຣະຄຳພີສັກສິ

23 ບັນດາ​ເມືອງ​ຕ່າງໆ ເຊັ່ນ: ເດດານ, ເຕມາ ແລະ​ບູຊະ; ບັນດາ​ປະຊາຊົນ​ທັງໝົດ​ທີ່​ກຽນ​ຜົມ​ສັ້ນໆ;

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:23
15 Jak'a apnaqawi uñst'ayäwi  

ເຊື້ອສາຍ​ຂອງ​ກູເຊ​ແມ່ນ​ຊາວ​ເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະ​ສັບເຕກາ. ເຊື້ອສາຍ​ຂອງ​ຣາອາມາ​ແມ່ນ​ຊາວ​ເຊບາ ແລະ​ຊາວ​ເດດານ.


ອູເຊ​ອ້າຍ​ກົກ, ບູເຊ​ນ້ອງຊາຍ, ເກມູເອນ​ພໍ່​ຂອງ​ອາຣາມ,


ຮາດັດ, ເຕມາ, ເຢຕູເຣ, ນາຟິດ ແລະ​ເກເດມາ.


ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ,


ຂະບວນ​ໂຕ​ອູດ​ຈາກ​ເຕມາ​ແລະ​ເຊບາ ກໍ​ຊອກ​ຫາ​ນໍ້າ​ກິນ​ແຕ່​ກໍ​ຜິດຫວັງ​ທັງນັ້ນ


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ເຜົ່າ​ເກດາ ແລະ​ທ້ອງຖິ່ນ​ຕ່າງໆ​ຊຶ່ງ​ຖືກ​ຄວບຄຸມ​ໂດຍ​ເມືອງ​ຮາໂຊ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຕີ​ໄດ້​ວ່າ, “ຈົ່ງ​ໂຈມຕີ​ປະຊາຊົນ​ເກດາ ແລະ​ທຳລາຍ​ເຜົ່າ​ທາງທິດ​ຕາເວັນອອກ


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຢຶດ​ຝູງ​ອູດ ແລະ​ຝູງງົວ​ຂອງ​ພວກເຂົາ​ໄປ​ໃຫ້​ໝົດ ເຮົາ​ຈະ​ກະຈັດ​ກະຈາຍ​ຄົນ​ທີ່​ຕັດ​ຜົມ​ສັ້ນ​ໄປ​ທຸກທິດ​ທຸກທາງ ແລະ​ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ​ຮອບດ້ານ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເຖິງ​ເອໂດມ​ວ່າ, “ປະຊາຊົນ​ເມືອງ​ເຕມານ​ໝົດ​ປັນຍາ​ແລ້ວ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຂົາ​ບໍ່ໄດ້​ບອກ​ວ່າ ຄວນ​ເຮັດ​ຢ່າງໃດ​ບໍ? ສະຕິປັນຍາ​ຂອງ​ພວກເຂົາ​ໄປ​ໃສ​ໝົດແລ້ວ?


ປະຊາຊົນ​ເດດານ ຈົ່ງ​ອ່ວາຍໜ້າ​ແລ່ນ​ໜີໄປ​ສາ ຈົ່ງ​ລີ້ແມ ເຮົາ​ກຳລັງ​ຈະ​ທຳລາຍ​ເຊື້ອສາຍ​ຂອງ​ເອຊາວ ເພາະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ຕ້ອງ​ລົງໂທດ​ພວກເຂົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຈະ​ລົງໂທດ​ປະຊາຊົນ​ເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະ​ປະຊາຊົນ​ທີ່​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກ​ນີ້​ຕັດ​ຜົມ​ຂອງ​ພວກເຂົາ​ສັ້ນໆ. ປະຊາຊົນ​ເຫຼົ່ານີ້​ລ້ວນແຕ່​ໄດ້​ຮັບ​ພິທີຕັດ; ແຕ່​ບໍ່ມີ​ຜູ້ໃດ​ໄດ້​ຮັກສາ​ພັນທະສັນຍາ ທີ່​ພວກເຂົາ​ໄດ້​ເຮັດ​ໄວ້. ບໍ່ມີ​ຜູ້ໃດ​ໃນ​ປະຊາຊົນ​ເຫຼົ່ານີ້ ແລະ​ປະຊາຊົນ​ອິດສະຣາເອນ ໄດ້​ຮັກສາ​ພັນທະສັນຍາ​ຂອງເຮົາ​ເລີຍ.”


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ປະກາດ​ວ່າ ເຮົາ​ຈະ​ລົງໂທດ​ເອໂດມ ແລະ​ຂ້າ​ທຸກຄົນ​ແລະ​ສັດ​ທຸກ​ໂຕ​ຢູ່​ໃນ​ທີ່ນັ້ນ. ຕັ້ງແຕ່​ເມືອງ​ເຕມານ ຫາ​ເມືອງ​ເດດານ ເຮົາ​ຈະ​ເຮັດ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ປະຊາຊົນ​ກໍ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ.


ປະຊາຊົນ​ໂຣເດັດ ໄດ້​ຄ້າຂາຍ​ກັບ​ເຈົ້າ; ປະຊາຊົນ​ໃນ​ດິນແດນ​ຝັ່ງ​ທະເລ​ຫລາຍ​ແຫ່ງ​ໄດ້​ເອົາ​ງາ​ຊ້າງ ແລະ​ໄມ້​ຍູງ​ແລກປ່ຽນ​ເອົາ​ສິນຄ້າ​ຂອງເຈົ້າ.


ປະຊາຊົນ​ເດດານ​ໄດ້​ແລກປ່ຽນ​ຜ້າປົກ​ອານມ້າ​ກັບ​ສິນຄ້າ​ຂອງເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka