Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:20 - ພຣະຄຳພີສັກສິ

20 ບັນດາ​ຊາວ​ເອຢິບ ແລະ​ຊາວ​ຕ່າງ​ປະເທດ​ທັງໝົດ ທີ່​ອາໄສ​ຢູ່​ໃນ​ປະເທດ​ເອຢິບ; ບັນດາ​ກະສັດ​ທັງໝົດ​ໃນ​ດິນແດນ​ອູເຊ; ບັນດາ​ກະສັດ​ທັງໝົດ​ຂອງ​ຊາວ​ຟີລິດສະຕິນ: ເມືອງ​ອາຊະເກໂລນ, ກາຊາ, ເອັກໂຣນ ແລະ​ຜູ້​ທີ່​ເຫຼືອ​ຢູ່​ໃນ​ອາຊະໂດດ;

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:20
19 Jak'a apnaqawi uñst'ayäwi  

ເຊື້ອສາຍ​ຂອງ​ອາຣາມ​ແມ່ນ​ຊາວ​ອູເຊ, ຮຸນ, ເກເທ ແລະ​ເມເຊັກ.


ອູເຊ​ອ້າຍ​ກົກ, ບູເຊ​ນ້ອງຊາຍ, ເກມູເອນ​ພໍ່​ຂອງ​ອາຣາມ,


ພວກ​ລູກຊາຍ​ຂອງ​ເຊມ ມີ​ດັ່ງນີ້: ເອລາມ, ອັດຊູເຣ, ອາກປັກຊາດ, ລູດ, ອາຣາມ, ອູເຊ, ຮຸນ, ເກເຕີ ແລະ​ເມເຊັກ. ພວກ​ນີ້​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ​ຕໍ່ໆ​ມາ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.


ຢູ່​ໃນ​ດິນແດນ​ອູເຊ ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂຢບ. ລາວ​ນະມັດສະການ​ພຣະເຈົ້າ​ແລະ​ສັດຊື່​ຕໍ່​ພຣະອົງ. ລາວ​ເປັນ​ຄົນດີ​ແລະ​ລະມັດ​ລະວັງຕົວ​ບໍ່​ເຮັດ​ຊົ່ວ.


ນອກຈາກນີ້​ກໍ​ຍັງ​ມີ​ຄົນ​ເຊື້ອຊາດ​ອື່ນໆ ຝູງແກະ​ຝູງແບ້​ແລະ​ຝູງງົວ ເດີນທາງ​ໄປ​ນຳ​ອີກ​ດ້ວຍ.


ພາຍໃຕ້​ຄຳສັ່ງ​ຂອງ​ຈັກກະພັດ​ຊາກໂກນ​ແຫ່ງ​ອັດຊີເຣຍ ຜູ້​ບັນຊາການ​ສູງສຸດ​ຂອງ​ກອງທັບ​ອັດຊີເຣຍ​ໄດ້​ໂຈມຕີ​ອາຊະໂດດ​ເມືອງ​ຂອງ​ຊາວ​ຟີລິດສະຕິນ.


ບັນດາ​ກະສັດ​ທັງໝົດ​ຂອງ​ດິນແດນ​ອາຣາເບຍ; ບັນດາ​ກະສັດ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ;


ແລ້ວ​ພຣະອົງ​ກໍໄດ້​ບອກ​ຂ້າພະເຈົ້າ​ສົ່ງ​ຂ່າວສານ ໄປ​ເຖິງ​ບັນດາ​ກະສັດ​ແຫ່ງ​ເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະ​ຊີໂດນ; ໂດຍ​ຜ່ານ​ທາງ​ບັນດາ​ຕົວແທນ​ຂອງ​ພວກເຂົາ ທີ່​ໄດ້​ມາ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ເຈົ້າ​ເຊເດກີຢາ.


ຈົ່ງ​ທຳລາຍ​ຝູງມ້າ ແລະ​ລົດຮົບ​ປະເທດ​ນີ້​ສາ ຈົ່ງ​ໃຫ້​ຄວາມຕາຍ​ມາ​ສູ່​ພວກ​ທະຫານ​ຮັບຈ້າງ. ພວກເຂົາ​ຊ່າງ​ອິດອ່ອນ​ເມື່ອຍຫລາຍ​ແທ້ໆ​ນໍ ຈົ່ງ​ທຳລາຍ​ຂຸມຊັບ​ໂດຍ​ໃຫ້​ຖືກ​ປຸ້ນ​ເອົາ​ຈົນກ້ຽງ.


ຊາວ​ເອໂດມ​ແລະ​ອູເຊ ຈົ່ງ​ຫົວ​ເຍາະເຍີ້ຍ​ຕໍ່ໄປ ຈົ່ງ​ພາກັນ​ດີໃຈ​ໃນ​ຍາມ​ທີ່​ພວກເຈົ້າ​ດີໃຈ​ໄດ້. ໄພພິບັດ​ຂອງ​ພວກເຈົ້າ​ກໍ​ກຳລັງ​ມາເຖິງ​ຄືກັນ ພວກເຈົ້າ​ຈະ​ເປືອຍຕົວ​ຍ່າງ​ໂຊເຊ​ອັບອາຍ​ຄືກັນ​ດອກ.


ສົງຄາມ​ນັ້ນ​ຈະ​ຂ້າ​ທະຫານ​ຮັບຈ້າງ​ຈາກ​ເອທີໂອເປຍ, ລີເບຍ, ລີເດຍ, ອາຣາເບຍ, ກຸບ ແລະ​ແມ່ນແຕ່​ທະຫານ​ທີ່​ມາ​ຈາກ​ປະຊາຊົນ​ຂອງເຮົາ​ເອງ​ດ້ວຍ.”


ພຣະເຈົ້າຢາເວ​ຊ່ວຍເຫລືອ​ຊາວ​ຢູດາ ແລະ​ພວກເຂົາ​ກໍ​ຢຶດເມືອງ​ຕາມ​ແຖບ​ເນີນພູ​ໄດ້. ແຕ່​ພວກເຂົາ​ບໍ່ໄດ້​ຢຶດ ເມືອງ​ກາຊາ, ເມືອງ​ອາຊະເກໂລນ ຫລື​ເມືອງ​ເອັກໂຣນ ພ້ອມ​ທັງ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ນັ້ນ. ຊາວ​ຢູດາ​ບໍ່​ສາມາດ​ຂັບໄລ່​ປະຊາຊົນ ທີ່​ຢູ່​ຕາມ​ທົ່ງ​ຮາບພຽງ​ອອກ​ໄປ​ໄດ້ ເພາະ​ພວກ​ເຫຼົ່ານີ້​ມີ​ລົດຮົບ​ທີ່​ເຮັດ​ດ້ວຍ​ເຫຼັກ.


ຄຳ​ທີ່​ເປັນ​ຮູບ​ຕຸ່ມຝີ​ຫ້າ​ກ້ອນ​ຊຶ່ງ​ພວກ​ຟີລິດສະຕິນ​ໄດ້​ຈັດ​ສົ່ງ​ມາ ເປັນ​ຂອງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເພື່ອ​ຊົດໃຊ້​ບາບ​ນັ້ນ ແຕ່ລະ​ກ້ອນ​ແມ່ນ​ສຳລັບ​ແຕ່ລະ​ເມືອງ ດັ່ງນີ້: ອາຊະໂດດ, ກາຊາ, ອາຊະເກໂລນ, ກາດ ແລະ​ເອັກໂຣນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka