Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:17 - ພຣະຄຳພີສັກສິ

17 ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຈັບ​ເອົາ​ຈອກ​ຈາກ​ມື​ຂອງ​ພຣະເຈົ້າຢາເວ ມາ​ຍື່ນໃຫ້​ປະເທດ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໃຊ້​ໃຫ້​ຂ້າພະເຈົ້າ​ໄປ ແລະ​ໃຫ້​ພວກເຂົາ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:17
9 Jak'a apnaqawi uñst'ayäwi  

ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”


ຖ້າ​ພວກເຂົາ​ປະຕິເສດ​ຈັບ​ເອົາ​ຈອກ​ຈາກ​ມື​ຂອງ​ເຈົ້າ​ມາ​ດື່ມ ຈົ່ງ​ບອກ​ພວກເຂົາ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຍັງ​ສັ່ງ​ໃຫ້​ພວກເຂົາ​ຕ້ອງ​ດື່ມ​ຈາກ​ຈອກ​ນັ້ນ​ຢູ່.


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ພຣະອົງ​ກໍໄດ້​ບອກ​ຂ້າພະເຈົ້າ​ສົ່ງ​ຂ່າວສານ ໄປ​ເຖິງ​ບັນດາ​ກະສັດ​ແຫ່ງ​ເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະ​ຊີໂດນ; ໂດຍ​ຜ່ານ​ທາງ​ບັນດາ​ຕົວແທນ​ຂອງ​ພວກເຂົາ ທີ່​ໄດ້​ມາ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ເຈົ້າ​ເຊເດກີຢາ.


“ມະນຸດ​ເອີຍ ຈົ່ງ​ປະນາມ​ກະສັດ​ເອຢິບ. ຈົ່ງ​ບອກ​ວ່າ ລາວ​ເອງ​ແລະ​ປະເທດ​ຂອງ​ລາວ​ຈະ​ຖືກ​ລົງໂທດ​ຢ່າງໃດ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ອ້າ​ປາກ ແລະ​ພຣະອົງ​ກໍ​ປ້ອນ​ໜັງສື​ມ້ວນ​ໃສ່​ປາກ​ຂ້າພະເຈົ້າ.


ນິມິດ​ນີ້​ຄືກັນ​ກັບ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ເມື່ອ​ພຣະເຈົ້າ​ໄດ້​ສະເດັດ​ມາ​ເພື່ອ​ທຳລາຍ​ນະຄອນ​ເຢຣູຊາເລັມ ແລະ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ແລ້ວ​ຂ້າພະເຈົ້າ​ກໍ​ກົ້ມ​ຂາບລົງ​ກັບ​ພື້ນດິນ.


ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ແທນທີ່​ຈະ​ໄດ້​ຮັບ​ກຽດຕິຍົດ. ພວກເຈົ້າ​ເອງ​ຈະ​ດື່ມ​ເຫຼົ້າ ແລະ​ຈະ​ຍ່າງ​ໂຊເຊ. ພຣະເຈົ້າຢາເວ​ເອງ​ຈະ​ມອບ​ຈອກ​ແຫ່ງ​ການລົງໂທດ​ນີ້​ໃຫ້​ພວກເຈົ້າ​ດື່ມ ແລະ​ກຽດຕິຍົດ​ຂອງ​ພວກເຈົ້າ​ກໍ​ຈະ​ເສື່ອມເສຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka