16 ເມື່ອພວກເຂົາດື່ມແລ້ວ ພວກເຂົາຈະໂຊເຊແລະເສຍສະຕິໄປ ເພາະເສິກສົງຄາມທີ່ເຮົາຈະສົ່ງມາຕໍ່ສູ້ພວກເຂົາ.”
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ຈົ່ງບອກປະຊາຊົນອິດສະຣາເອນວ່າ ໄຫທີ່ພວກເຂົາເຮັດໄວ້ນັ້ນແມ່ນສຳລັບໃສ່ເຫຼົ້າອະງຸ່ນ, ແຕ່ຖ້າພວກເຂົາຕອບວ່າ, ‘ແມ່ນແລ້ວ ພວກເຮົາຮູ້ດີ.’
ແລ້ວເຮົາຈະທຸບພວກເຂົາດັ່ງໄຫເຫຼົ້າທຸບກັນ ບໍ່ວ່າເຖົ້າຫລືໜຸ່ມກໍຕາມ. ພຣະເຈົ້າຢາເວກ່າວວ່າ, ເຮົາຈະບໍ່ມີຄວາມເມດຕາ, ຄວາມປານີ ຫລືຄວາມສົງສານໃດໆ ເມື່ອເຮົາທຳລາຍພວກເຂົາ.”
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງບອກປະຊາຊົນວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນ ສັ່ງໃຫ້ພວກເຂົາດື່ມຈາກຈອກນີ້ຈົນຮາກອອກມາ ຈົນພວກເຂົາລົ້ມລົງແລະລຸກຂຶ້ນບໍ່ໄດ້ ເພາະສົງຄາມທີ່ເຮົາຈະສົ່ງໄປຕໍ່ສູ້ພວກເຂົານັ້ນ.
ເຈົ້າກຳລັງຊອກຫາຜົນປະໂຫຍດໃສ່ຕົວເຈົ້າບໍ? ຢ່າເຮັດເລີຍ. ເຮົາກຳລັງນຳໄພພິບັດມາສູ່ມະນຸດສະໂລກທັງໝົດ, ພຣະເຈົ້າຢາເວກ່າວວ່າ ແຕ່ຢ່າງໜ້ອຍບໍ່ວ່າເຈົ້າຈະໄປທີ່ໃດ ເຈົ້າກໍຈະໜີເອົາຊີວິດໃຫ້ພົ້ນໄດ້.”’
ພຣະເຈົ້າຢາເວກ່າວວ່າ, “ຈົ່ງເຮັດໃຫ້ໂມອາບມືນເມົາເພາະໄດ້ກະບົດຕໍ່ເຮົາ. ໂມອາບຈະເກືອກກົ້ວຢູ່ໃນຮາກຂອງຕົນເອງ ແລະປະຊາຊົນຈະຫົວເຍາະເຍີ້ຍ.
ພວກເຂົານັ້ນໂລບມາກໂລພາບໍ? ເຮົາຈະຕຽມງານກິນລ້ຽງສຳລັບພວກເຂົາ ແລະໃຫ້ພວກເຂົາດື່ມແລະສຸກໃຈ. ພວກເຂົາຈະເຂົ້າໄປນອນແລະຈະບໍ່ຕື່ນຂຶ້ນຈັກເທື່ອ.
ບາບີໂລນເປັນດັ່ງຈອກຄຳໃນກຳມືຂອງພຣະເຈົ້າຢາເວ ໂດຍເຮັດໃຫ້ທັງໂລກຕ້ອງມືນເມົາ. ບັນດາຊົນຊາດໄດ້ດື່ມເຫຼົ້າອະງຸ່ນຈາກຈອກນັ້ນ ແລ້ວກໍໝົດສະຕິໄປ.
ພຣະອົງໃຫ້ຈິດໃຈຂ້ອຍເຕັມແຕ່ຄວາມຂົມຂື່ນ ໃຫ້ໂສກເສົ້າຫງອຍເຫງົາຕະຫລອດເວລາ.
ຊາວເອໂດມແລະອູເຊ ຈົ່ງຫົວເຍາະເຍີ້ຍຕໍ່ໄປ ຈົ່ງພາກັນດີໃຈໃນຍາມທີ່ພວກເຈົ້າດີໃຈໄດ້. ໄພພິບັດຂອງພວກເຈົ້າກໍກຳລັງມາເຖິງຄືກັນ ພວກເຈົ້າຈະເປືອຍຕົວຍ່າງໂຊເຊອັບອາຍຄືກັນດອກ.
ປະຊາຊົນຂອງເຮົາໄດ້ດື່ມ ທີ່ເນີນພູສັກສິດຂອງເຮົາ ຈາກຈອກແຫ່ງການລົງໂທດອັນຂົມຂື່ນ. ແຕ່ໝົດທຸກຊົນຊາດທີ່ຢູ່ອ້ອມແອ້ມພວກເຂົາຄືກັນ ກໍຈະໄດ້ດື່ມຈອກອັນຂົມຂື່ນນັ້ນໜັກກວ່າ; ພວກເຂົາຈະພາກັນດື່ມຈາກຈອກນັ້ນຈົນໝົດ ແລະຕ່າງກໍຈະສະຫລາຍໄປຈົນໝົດສິ້ນ.
ນີເນເວເອີຍ ເຈົ້າເອງກໍຈະຕົກຢູ່ໃນຄວາມມືດມົວເຊັ່ນດຽວກັນ ເຈົ້າເອງຈະພະຍາຍາມປົບໜີຈາກພວກສັດຕູຄືກັນ.
ຜູ້ນັ້ນ ຈະຕ້ອງດື່ມເຫລົ້າແວງແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ ທີ່ຊົງຖອກລົງໃນຈອກແຫ່ງຄວາມໂກດຮ້າຍນັ້ນ ໂດຍບໍ່ປົນກັບສິ່ງໃດ ຜູ້ນັ້ນຈະຖືກທໍລະມານໃນໄຟກັບມາດ ຕໍ່ໜ້າຝູງເທວະດາບໍຣິສຸດ ແລະຕໍ່ພຣະພັກພຣະເມສານ້ອຍ.
ແລະເທວະດາອີກຕົນໜຶ່ງ ເປັນຕົນທີສອງໄດ້ນຳໄປ ຮ້ອງຂຶ້ນວ່າ, “ບາບີໂລນມະຫານະຄອນນັ້ນ ຫຼົ້ມຈົມແລ້ວ ຫຼົ້ມຈົມເສຍແລ້ວ ຄືນະຄອນທີ່ເຮັດໃຫ້ປະຊາຊາດທັງປວງ ດື່ມເຫລົ້າແວງປຸກຢ່າງເຫຼືອເກີນຂອງຕົນ ຕາມຄວາມປາຖະໜາທາງກາມ.”
ເພາະວ່າປະຊາຊາດທັງປວງໄດ້ດື່ມເຫລົ້າແວງປຸກຢ່າງເຫລືອເກີນ ແຫ່ງການຜິດສິນທຳທາງເພດຂອງນະຄອນນັ້ນ. ບັນດາກະສັດແຫ່ງແຜ່ນດິນໂລກໄດ້ລ່ວງຜິດສິນທຳທາງເພດກັບນະຄອນນັ້ນ ແລະພໍ່ຄ້າທັງຫລາຍແຫ່ງແຜ່ນດິນໂລກ ໄດ້ລໍ້າລວຍດ້ວຍຊັບອັນຟຸມເຟືອຍຂອງນະຄອນນັ້ນ.”