Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:14 - ພຣະຄຳພີສັກສິ

14 ເຮົາ​ຈະ​ແກ້ແຄ້ນ​ຊາວ​ບາບີໂລນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ປະເທດ​ທັງຫລາຍ​ແລະ​ບັນດາ​ກະສັດ​ຜູ້​ມີ​ອຳນາດ ຈະ​ເອົາ​ພວກເຂົາ​ໄປ​ເປັນ​ທາດຮັບໃຊ້.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:14
17 Jak'a apnaqawi uñst'ayäwi  

ລູກສາວ​ຂອງ​ບາບີໂລນ​ເອີຍ ເຈົ້າ​ກໍ​ຈະ​ຖືກ​ທຳລາຍ​ເໝືອນກັນ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕອບ​ສະໜອງ​ເຈົ້າ​ຄືນ ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ແກ່​ພວກເຮົາ​ນັ້ນ


ຈົ່ງ​ຟັງ​ສຽງ​ທີ່​ເທິງ​ພູ ຄື​ສຽງ​ຂອງ​ຝູງ​ຄົນ​ອັນ​ແໜ້ນໜາ ສຽງ​ຂອງ​ຊົນຊາດ ແລະ​ອານາຈັກ​ຕ່າງໆ​ທີ່​ກຳລັງ​ເຕົ້າໂຮມ​ກັນ. ກອງທັບ​ທັງຫລາຍ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ຕຽມ​ກຳລັງ​ສູ້ຮົບ.


ຫລາຍ​ຊົນຊາດ​ຈະ​ຊ່ວຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ; ໃນ​ທີ່ນັ້ນ ຊົນຊາດ​ເຫຼົ່ານັ້ນ​ຈະ​ຮັບໃຊ້​ຊາດ​ອິດສະຣາເອນ​ດັ່ງ​ທາດ. ພວກ​ທີ່​ເຄີຍ​ຈັບ​ຄົນ​ໃນ​ຊາດ​ອິດສະຣາເອນ​ໄປ​ຄັ້ງ​ໜຶ່ງ​ນັ້ນ ບັດນີ້ ຈະ​ຖືກ​ຄົນ​ໃນ​ຊາດ​ອິດສະຣາເອນ​ຈັບ​ຄືນ ແລະ​ປະຊາຊົນ​ອິດສະຣາເອນ​ຈະ​ປົກຄອງ ຄົນ​ເຫຼົ່ານັ້ນ​ທີ່​ເຄີຍ​ກົດຂີ່​ພວກຕົນ​ມາ​ຄັ້ງ​ໜຶ່ງ.


ຈົ່ງ​ຟັງ​ແມ ສຽງ​ອຶກກະທຶກ​ຢູ່​ໃນ​ເມືອງ​ພຸ້ນ ສຽງ​ຢູ່​ໃນ​ພຣະວິຫານ​ພຸ້ນ ແມ່ນ​ສຽງ​ພຣະເຈົ້າຢາເວ​ກຳລັງ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ.


ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ລາວ ແລະ​ພວກເຂົາ​ຈະ​ຮັບໃຊ້​ລູກຫລານ​ຂອງ​ລາວ​ດ້ວຍ ຈົນກວ່າ​ເຖິງ​ກຳນົດ​ທີ່​ຊົນຊາດ​ຂອງ​ລາວ​ເອງ​ຫຼົ້ມຈົມ​ໄປ. ແລ້ວ​ຊົນຊາດ​ຂອງ​ລາວ​ກໍ​ຈະ​ຮັບໃຊ້​ຊົນຊາດ​ທັງຫລາຍ ທີ່​ມີ​ອຳນາດ​ແລະ​ບັນດາ​ກະສັດ​ທີ່​ຍິ່ງໃຫຍ່.


ພຣະອົງ​ວາງແຜນ​ໄດ້​ດີເລີດ ແລະ​ເຮັດ​ສິ່ງ​ຕ່າງໆ​ດ້ວຍ​ຣິດອຳນາດ. ພຣະອົງ​ເຫັນ​ທຸກໆສິ່ງ​ທີ່​ມະນຸດ​ເຮັດ ແລະ​ພຣະອົງ​ໃຫ້​ບຳເໜັດ​ຕາມ​ການກະທຳ​ຂອງ​ພວກເຂົາ.


“ປະຊາຊົນ​ກຳລັງ​ມາ​ແຕ່​ປະເທດ​ທາງ​ທິດເໜືອ ຄື​ຊົນຊາດ​ໜຶ່ງ​ທີ່​ຢູ່​ຫ່າງໄກ ແລະ​ຍິ່ງໃຫຍ່​ດ້ວຍ; ກະສັດ​ທັງຫລາຍ​ຕ່າງ​ກໍໄດ້​ຕຽມຕົວ ເພື່ອ​ຈະ​ເຮັດ​ເສິກ​ທັງ​ນັ້ນ.


ເຮົາ​ຈະ​ປຸກປັ່ນ​ໝວດ​ໜຶ່ງ​ໃນ​ບັນດາ​ຊົນຊາດ​ທີ່​ເຂັ້ມແຂງ​ທາງ​ທິດເໜືອ​ໃຫ້​ມາ​ໂຈມຕີ​ບາບີໂລນ. ພວກເຂົາ​ຈະ​ລຽນແຖວກັນ​ເຮັດ​ເສິກ ແລະ​ຕີ​ເອົາ​ປະເທດ​ນີ້. ພວກເຂົາ​ເປັນ​ນັກໂຫ່ເນື້ອ​ທີ່​ຊຳນິ​ຊຳນານ ໂດຍ​ຍິງ​ລູກທະນູ​ບໍ່​ຜິດພາດ​ເປົ້າໝາຍ​ຈັກເທື່ອ.


ຈົ່ງ​ແລ່ນ​ໜີ​ຈາກ​ບາບີໂລນ​ສາ ຈົ່ງ​ແລ່ນ​ເອົາ​ຊີວິດ​ລອດ​ເຖີດ ຢ່າ​ໃຫ້​ຖືກ​ຂ້າ​ຍ້ອນ​ບາບ​ຂອງ​ບາບີໂລນ. ບັດນີ້ ພຣະເຈົ້າຢາເວ​ກຳລັງ​ແກ້ແຄ້ນ​ແລະ​ລົງໂທດ​ສິ່ງ​ທີ່​ບາບີໂລນ​ສົມຄວນ​ໄດ້​ຮັບ.


ແບ່ງແຍກ​ຄື​ອານາຈັກ​ຂອງທ່ານ​ຈະ​ຖືກ​ແບ່ງ​ໃຫ້​ຊາວ​ເມເດຍ​ກັບ​ຊາວ​ເປີເຊຍ.”


ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka