13 ເຮົາຈະລົງໂທດບາບີໂລນດ້ວຍໄພພິບັດທັງໝົດ ທີ່ເຮົາໄດ້ຂູ່ວ່າຈະນຳມາສູ່ປະເທດທັງຫລາຍ ເມື່ອເຮົາໄດ້ກ່າວຜ່ານທາງເຢເຣມີຢານັ້ນ ຄືໄພພິບັດທັງໝົດທີ່ໄດ້ບັນທຶກໄວ້ໃນໜັງສືນີ້.
ສະນັ້ນ ຖ້ອຍຄຳທີ່ເຮົາກ່າວໄປກໍເຊັ່ນດຽວກັນ ຄືຈະບໍ່ກັບຄືນມາຫາເຮົາໂດຍສູນເປົ່າ ຈະສຳເລັດຕາມທີ່ເຮົາໄດ້ວາງແຜນການ ແລະທຸກສິ່ງທີ່ເຮົາໃຊ້ໄປເຮັດນັ້ນ ຈະເກີດຜົນຈະເລີນຂຶ້ນ.
ວັນນີ້ ເຮົາໃຫ້ເຈົ້າມີອຳນາດເໜືອປະຊາຊາດແລະອານາຈັກທັງຫລາຍ ເພື່ອໃຫ້ຖອນຮາກແລະຮື້ຖິ້ມ ເພື່ອໃຫ້ທຳລາຍແລະໂຄ່ນລົ້ມ ເພື່ອໃຫ້ກໍ່ສ້າງແລະປູກຝັງ.”
“ເຮົາເລືອກເຈົ້າໄວ້ ກ່ອນເຮົາໄດ້ໃຫ້ຊີວິດແກ່ເຈົ້າ ແລະກ່ອນເຈົ້າໄດ້ເກີດມາ ເຮົາໄດ້ເລືອກເອົາເຈົ້າໄວ້ແລ້ວ ເພື່ອໃຫ້ເປັນຜູ້ທຳນວາຍແກ່ປະຊາຊາດທັງຫລາຍ.”
ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ຈົ່ງຂຽນຖ້ອຍຄຳທັງໝົດ ທີ່ເຮົາໄດ້ບອກແກ່ເຈົ້ານັ້ນໄວ້ໃນໜັງສືເຫຼັ້ມໜຶ່ງ.
“ຈົ່ງເອົາເຈ້ຍມ້ວນໜຶ່ງມາຂຽນຖ້ອຍຄຳທັງໝົດທີ່ເຮົາໄດ້ບອກເຈົ້າ ເຖິງອິດສະຣາເອນ ແລະຢູດາລວມທັງຊົນຊາດທັງໝົດ. ຈົ່ງຂຽນທຸກໆສິ່ງທີ່ເຮົາໄດ້ບອກເຈົ້າ ຕັ້ງແຕ່ຄາວທີ່ເຮົາໄດ້ກ່າວແກ່ເຈົ້າເທື່ອທຳອິດ ເມື່ອເຈົ້າໂຢສີຢາເປັນກະສັດຈົນເຖິງທຸກວັນນີ້.
ຈົ່ງບອກເຢໂຮຍອາກິມກະສັດແຫ່ງຢູດາວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, ເຈົ້າໄດ້ຈູດໜັງສືມ້ວນ ແລະຖາມວ່າ ເປັນຫຍັງເຈົ້າຈຶ່ງຂຽນວ່າກະສັດແຫ່ງບາບີໂລນຈະມາທຳລາຍດິນແດນນີ້ພ້ອມທັງຂ້າປະຊາຊົນແລະຝູງສັດດ້ວຍ.’
ດັ່ງນັ້ນ ຂ້າພະເຈົ້າຈຶ່ງເອີ້ນບາຣຸກລູກຊາຍຂອງເນຣີຢາເຂົ້າມາຫາ; ແລະໃຫ້ຂຽນທຸກໆຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ. ແລ້ວບາຣຸກກໍໄດ້ຂຽນຖ້ອຍຄຳທັງໝົດລົງໃນເຈ້ຍມ້ວນນັ້ນ.
ແບ່ງແຍກຄືອານາຈັກຂອງທ່ານຈະຖືກແບ່ງໃຫ້ຊາວເມເດຍກັບຊາວເປີເຊຍ.”
ດາຣິອຸດຄົນເມເດຍຜູ້ມີອາຍຸປະມານຫົກສິບສອງປີ ໄດ້ຢຶດອຳນາດປົກຄອງອານາຈັກ.
ແລ້ວຂ້າພະເຈົ້າກໍໄດ້ຮັບຄຳສັ່ງວ່າ, “ເຈົ້າຕ້ອງປະກາດຖ້ອຍຄຳຂອງພຣະເຈົ້າອີກເທື່ອໜຶ່ງ ກ່ຽວກັບບັນດາຊົນຊາດທັງຫລາຍ, ບັນດາປະຊາຊາດ, ພາສາ ແລະກະສັດທັງຫລາຍ.”