ເຢເຣມີຢາ 25:11 - ພຣະຄຳພີສັກສິ11 ດິນແດນທັງໝົດນີ້ຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ; ແລະປະເທດໃກ້ຄຽງຈະຮັບໃຊ້ກະສັດແຫ່ງບາບີໂລນເປັນເວລາເຈັດສິບປີ. Uka jalj uñjjattʼäta |
ແລ້ວໃຫ້ບອກພວກເຂົາວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ ເຮົາຈະນຳພາກະສັດເນບູກາດເນັດຊາແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາມາບ່ອນນີ້ ແລະລາວ ຈະຕັ້ງບັນລັງຂອງລາວເທິງກ້ອນຫີນເຫຼົ່ານີ້ ຊຶ່ງເຈົ້າ ໄດ້ຝັງໄວ້ ແລະຈະກາງເຕັນແຫ່ງກະສັດເທິງກ້ອນຫີນນັ້ນ.
ຈົ່ງບອກຊົນຊາດທັງໝົດວ່າ, ‘ຕໍ່ໄປນີ້ແມ່ນຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ທີ່ກ່າວແກ່ປະຊາຊົນເຢຣູຊາເລັມຜູ້ທີ່ຍັງອາໄສຢູ່ໃນດິນແດນຂອງຕົນ ຄືພວກເຂົາຈະສັ່ນເຊັນເມື່ອພວກເຂົາກິນເຂົ້າ ແລະຈະສັ່ນເຊັນດ້ວຍຄວາມຢ້ານເມື່ອພວກເຂົາດື່ມນໍ້າ. ດິນແດນຂອງພວກເຂົາຈະຖືກຢຶດເອົາເຂົ້າຂອງໄປໝົດ ເພາະທຸກຄົນທີ່ອາໄສຢູ່ໃນທີ່ນັ້ນບໍ່ໄດ້ນັບຖືກົດໝາຍ.