ພວກຜູ້ນຳຂ່າວກໍແລ່ນນຳເອົາປະກາດນີ້ ໄປທົ່ວທຸກແຂວງໃນອານາຈັກ. ໃນປະກາດນັ້ນມີເນື້ອຄວາມວ່າ ໃນວັນທີ່ກຳນົດໄວ້ຄືວັນທີສິບສາມຂອງເດືອນອາດາກ ຄົນຢິວທຸກຄົນບໍ່ວ່າໜຸ່ມຫລືເຖົ້າ ແມ່ຍິງຫລືເດັກນ້ອຍຕ້ອງຖືກຂ້າຖິ້ມໝົດ. ພວກເຂົາຈະຕ້ອງຖືກປະຫານໝູ່ຢ່າງບໍ່ປານີ ແລະສິ່ງຂອງຂອງພວກເຂົາຈະຕ້ອງຖືກຢຶດ.