Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 25:1 - ພຣະຄຳພີສັກສິ

1 ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ; ຂ້າພະເຈົ້າ​ໄດ້​ຮັບ​ຖ້ອຍຄຳ​ທີ່​ກ່ຽວກັບ​ປະຊາຊົນ​ທັງໝົດ​ຂອງ​ຢູດາຍ. (ເລື່ອງ​ນີ້​ໄດ້​ເກີດຂຶ້ນ​ໃນ​ປີ​ທີ​ໜຶ່ງ ທີ່​ເນບູ​ກາດເນັດຊາ​ໄດ້​ເປັນ​ກະສັດ​ແຫ່ງ​ບາບີໂລນ.)

Uka jalj uñjjattʼäta Copia luraña




ເຢເຣມີຢາ 25:1
13 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ເອຢິບ​ໄດ້​ແຕ່ງຕັ້ງ​ເຈົ້າ​ເອລີອາກິມ ນ້ອງຊາຍ​ຂອງ​ເຢໂຮອາຮາດ​ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ໂດຍ​ປ່ຽນ​ຊື່​ໃໝ່​ໃຫ້​ເພິ່ນ​ວ່າ ເຢໂຮຍອາກິມ. ສ່ວນ​ເຢໂຮອາຮາດ​ນັ້ນ​ໄດ້​ຖືກ​ເນໂກ​ນຳ​ຕົວ​ໄປ​ທີ່​ເອຢິບ.


ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຮຸກຮານ​ຢູດາຍ, ຈັບ​ເຢໂຮຍອາກິມ ແລະ​ລ່າມໂສ້​ເພິ່ນ​ນຳ​ໄປ​ສູ່​ບາບີໂລນ.


ຕໍ່ມາ ໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ ເມື່ອ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ. ຫລັງຈາກ​ນັ້ນ ພຣະອົງ​ກໍໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ​ຕັ້ງ​ຫລາຍ​ເທື່ອ ຈົນເຖິງ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ. ໃນ​ເດືອນ​ທີ​ຫ້າ​ຂອງ​ປີ​ນັ້ນ​ເອງ ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ໃນ​ຣາຊການ​ປີ​ທີ​ສິບ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ອັນ​ກົງ​ກັບ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ.


ເມື່ອ​ເຈົ້າ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ກະສັດ​ແຫ່ງ​ຢູດາຍ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,


ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ ລູກຊາຍ​ເຈົ້າ​ໂຢສີຢາ ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ຈົດ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ຂຽນ​ໄວ້.


ໂດຍ​ເລີ່ມ​ຈາກ​ເອຢິບ​ກ່ອນ. ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ເຖິງ​ກອງທັບ​ຂອງ​ກະສັດ​ເນໂກ​ແຫ່ງ​ເອຢິບ ທີ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ເອົາ​ຊະນະ ທີ່​ກາກເກມິດ​ໃກ້​ກັບ​ແມ່ນໍ້າ​ເອີຟຣັດ​ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ໂຢສີຢາ ກະສັດ​ແຫ່ງ​ຢູດາຍ:


ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໄປ​ທີ່​ປະຕູ​ຂອງ​ພຣະວິຫານ ບ່ອນ​ທີ່​ປະຊາຊົນ​ຢູດາ​ໄປ​ນະມັດສະການ.


ໃນ​ປີ​ທີ​ສາມ ທີ່​ເຈົ້າ​ເຢໂຮຍອາກິມ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ອ້ອມ​ເມືອງ​ໄວ້.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.


ເມື່ອ​ເຈົ້າເນບູ​ກາດເນັດຊາ​ເປັນ​ກະສັດ​ໄດ້​ສອງ​ປີ​ແລ້ວ ເພິ່ນ​ກໍ​ຝັນ​ຢ່າງ​ໜຶ່ງ. ຄວາມຝັນ​ນີ້​ເຮັດ​ໃຫ້​ເພິ່ນ​ເປັນທຸກໃຈ​ຈົນ​ນອນ​ບໍ່​ຫລັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka