ເຢເຣມີຢາ 24:9 - ພຣະຄຳພີສັກສິ9 ເຮົາຈະນຳໄພພິບັດມາສູ່ພວກເຂົາ ຈົນຊົນຊາດທັງຫລາຍຈະເກີດຢ້ານກົວຫຼາຍ. ປະຊາຊົນຈະຫົວເລາະໃສ່ພວກເຂົາ, ເວົ້າສຽດສີພວກເຂົາ, ເວົ້າເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ ໃນທົ່ວທຸກບ່ອນທີ່ພວກເຂົາກະຈັດກະຈາຍໄປ. Uka jalj uñjjattʼäta |
ນະຄອນເຢຣູຊາເລັມແລະເມືອງທັງໝົດຂອງຢູດາຍ ພ້ອມທັງບັນດາກະສັດແລະພວກເຈົ້ານາຍໄດ້ຖືກບັງຄັບໃຫ້ດື່ມ ເພື່ອວ່າເມືອງເຫຼົ່ານີ້ຈະກາຍເປັນເມືອງຮົກຮ້າງຫວ່າງຄົນ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ; ແລະເພື່ອວ່າປະຊາຊົນຈະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ ດັ່ງທີ່ພວກເຂົາຍັງປະຕິບັດກັນຢູ່.
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ເພາະສະນັ້ນ ບັດນີ້ພຣະເຈົ້າຢາເວກ່າວວ່າ ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາຈະໃຫ້ພວກເຈົ້າໄດ້ມີອິດສະຫລະພາບ, ພຣະເຈົ້າຢາເວກ່າວວ່າ ຄືອິດສະຫລະພາບທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ທຸກໆຊົນຊາດໃນໂລກນີ້ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດກັບພວກເຂົາ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ເຮົາໂກດຮ້າຍແລະໂກດເຄືອງຊາວນະຄອນເຢຣູຊາເລັມສັນໃດ ເຮົາກໍຈະໂກດເຄືອງພວກເຈົ້າສັນນັ້ນ ຖ້າພວກເຈົ້າໄປປະເທດເອຢິບ. ພວກເຈົ້າຕ່າງກໍຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ປະຊາຊົນຈະເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງ. ພວກເຈົ້າຈະບໍ່ເຫັນບ່ອນນີ້ອີກຕໍ່ໄປຈັກເທື່ອ.’
ສຳລັບປະຊາຊົນຢູດາທີ່ຍັງເຫລືອແລະຕັ້ງໃຈໄປຢູ່ໃນເອຢິບນັ້ນ ເຮົາຈະເຮັດໃຫ້ພວກເຂົາຖືກທຳລາຍໄປຢ່າງໝົດສິ້ນ. ພວກເຂົາທັງໝົດບໍ່ວ່າໃຫຍ່ຫລືນ້ອຍຈະຕາຍໃນເອຢິບ ຄືຕາຍໃນສົງຄາມຫລືຕາຍຍ້ອນການອຶກຢາກ. ພວກເຂົາຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ຄົນທັງຫລາຍຈະຫົວເຢາະເຢີ້ຍພວກເຂົາແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.