Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 24:8 - ພຣະຄຳພີສັກສິ

8 ສຳລັບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ບັນດາ​ພວກ​ເຈົ້ານາຍ​ຂອງ​ລາວ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ຍັງເຫລືອ​ຢູ່ ຄື​ຜູ້​ທີ່​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຫລື​ໄດ້​ຍົກຍ້າຍ​ໄປ​ປະເທດ​ເອຢິບ​ນັ້ນ; ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຂົາ ດັ່ງ​ໝາກເດື່ອ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 24:8
18 Jak'a apnaqawi uñst'ayäwi  

ໂຢສີຢາ​ມີ​ລູກຊາຍ​ສີ່​ຄົນ​ຕາມ​ລຳດັບ​ອາຍຸ ມີ​ດັ່ງນີ້: ໂຢຮານັນ, ເຢໂຮຍອາກິມ, ເຊເດກີຢາ ແລະ​ຊານລູມ.


ຂ້າພະເຈົ້າ​ຈຶ່ງ​ກັບຄືນ​ໄປ ແລະ​ເມື່ອ​ພົບ​ບ່ອນ​ທີ່​ໄດ້​ເຊື່ອງ​ເສື້ອ​ແລ້ວ ຂ້າພະເຈົ້າ​ກໍ​ເຫັນ​ວ່າ​ເສື້ອ​ເຫຼົ່ານັ້ນ​ເປື່ອຍ​ໝົດ​ຈົນ​ໃຊ້​ການ​ຫຍັງ​ບໍ່ໄດ້.


ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ເຮົາ​ຈະ​ບໍ່​ຊ່ວຍ​ເມືອງ​ນີ້​ແຕ່​ຈະ​ທຳລາຍ​ມັນ​ຖິ້ມ. ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ກໍ​ຈະ​ຈູດ​ມັນ​ຖິ້ມ​ໃຫ້​ໝົດກ້ຽງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ກະຕ່າ​ໜ່ວຍ​ທີ​ໜຶ່ງ​ໄດ້​ບັນຈຸ​ໝາກເດື່ອ​ດີ ຄື​ໝາກ​ທີ່​ໄດ້​ເກັບ​ແຕ່​ຫົວປີ; ກະຕ່າ​ໜ່ວຍ​ທີ​ສອງ​ໄດ້​ບັນຈຸ​ໝາກເດື່ອ​ບໍ່​ດີ ຄື​ກິນ​ບໍ່ໄດ້​ເລີຍ.


“ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພິຈາລະນາ​ເຫັນ​ວ່າ ປະຊາຊົນ​ທີ່​ໄດ້​ຖືກ​ຈັບ​ໄປ​ບາບີໂລນ​ນັ້ນ​ເປັນ​ດັ່ງ​ໝາກເດື່ອ​ທີ່ດີ ແລະ​ເຮົາ​ຈະ​ປະຕິບັດ​ຕໍ່​ພວກເຂົາ​ຢ່າງ​ໃຈ​ເມດຕາ.


ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ເອົາ​ຊະນະ​ກອງທັບ​ບາບີໂລນ​ທັງໝົດ​ໄດ້ ຈົນ​ຍັງເຫລືອ​ແຕ່​ຜູ້​ທີ່​ບາດເຈັບ​ນອນ​ຢູ່​ໃນ​ຜ້າເຕັນ​ກໍຕາມ; ແຕ່​ຄົນ​ເຫຼົ່ານັ້ນ​ກໍ​ຍັງ​ຈະ​ລຸກຂຶ້ນ​ມາ​ຈູດ​ເມືອງ​ນີ້​ຖິ້ມ.”


ຕໍ່ມາ ກະສັດ​ເຊເດກີຢາ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ຂ້າພະເຈົ້າ​ອອກ​ມາ ແລະ​ຢູ່​ທີ່​ຣາຊວັງ​ນັ້ນ ເພິ່ນ​ຖາມ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ມີ​ຖ້ອຍຄຳ​ຫຍັງ​ແດ່​ຈາກ​ພຣະເຈົ້າຢາເວ?” ຂ້າພະເຈົ້າ​ຕອບ​ວ່າ, “ມີ​ຢູ່​ທ່ານເອີຍ” ແລະ​ຂ້າພະເຈົ້າ​ກໍ​ກ່າວ​ຕື່ມ​ວ່າ, “ທ່ານ​ຈະ​ຖືກ​ມອບ​ໃຫ້​ກະສັດ​ແຫ່ງ​ບາບີໂລນ.”


ເມື່ອ​ເຢເຣມີຢາ​ກ່າວ​ຕໍ່​ປະຊາຊົນ​ເຖິງ​ຖ້ອຍຄຳ​ທັງໝົດ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ໄດ້​ໃຊ້​ເພິ່ນ​ໃຫ້​ບອກ​ພວກເຂົາ​ຈົບ​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ກ່ຽວກັບ​ຊາວ​ອິດສະຣາເອນ​ທັງໝົດ ທີ່​ກຳລັງ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ ຄື​ໃນ​ເມືອງ​ມິກໂດນ, ຕາປັນເຮັດ, ມຳຟິດ ແລະ​ໃນ​ທາງ​ພາກໃຕ້​ຂອງ​ປະເທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka