Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 24:6 - ພຣະຄຳພີສັກສິ

6 ເຮົາ​ຈະ​ເຝົ້າເບິ່ງ​ພວກເຂົາ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ນີ້. ເຮົາ​ຈະ​ກໍ່ສ້າງ ແລະ​ຫລໍ່ຫລອມ​ພວກເຂົາ​ຂຶ້ນ ແລະ​ຈະ​ບໍ່​ທຳລາຍ​ພວກເຂົາ​ລົງ; ເຮົາ​ຈະ​ປູກ​ພວກເຂົາ​ໄວ້ ແລະ​ຈະ​ບໍ່​ຫລົກ​ພວກເຂົາ​ຖິ້ມ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 24:6
28 Jak'a apnaqawi uñst'ayäwi  

ທ່ານເອີຍ ທ່ານ​ໄດ້​ບອກ​ໃຫ້​ພວກ​ຂ້ານ້ອຍ​ເອົາ​ລາວ​ມາ​ທີ່​ນີ້ ເພື່ອ​ທ່ານ​ຈະ​ໄດ້​ເຫັນ​ລາວ


ສາຍຕາ​ຂອງ​ພຣະເຈົ້າຢາເວ​ໄດ້​ເຝົ້າເບິ່ງ​ທົ່ວໂລກນີ້​ທັງໝົດ ເພື່ອ​ໃຫ້​ກຳລັງ​ແກ່​ຜູ້​ທີ່​ມີ​ຈິດໃຈ​ສັດຊື່​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ; ສະນັ້ນ ຕັ້ງແຕ່​ບັດນີ້​ໄປ ທ່ານ​ຈະ​ເຮັດ​ເສິກ​ຢູ່​ບໍ່​ຂາດ.”


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍໃຫ້​ພຣະອົງ​ຈົດຈຳ​ທຸກໆ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ ເພື່ອ​ປະຊາຊົນ​ເຫຼົ່ານີ້​ດ້ວຍ​ເຖີດ.


ພຣະເຈົ້າຢາເວ​ເຝົ້າເບິ່ງ​ຄົນ​ຊອບທຳ ແລະ​ຟັງ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ,


ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ທີ່​ບໍ່​ນັບຖື​ພຣະອົງ​ອອກ​ໄປ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຢູ່​ດິນແດນ​ນັ້ນ ພຣະອົງ​ໄດ້​ລົງໂທດ​ຊົນຊາດ​ອື່ນໆ ເຮັດ​ໃຫ້​ຄົນ​ຊາດ​ຂອງ​ພຣະອົງ​ຮັ່ງມີ​ຂຶ້ນ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ປະຊາຊົນ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ທັງໝົດ ແລະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ສືບໄປ​ເປັນນິດ. ເຮົາ​ໄດ້​ປູກ​ພວກເຂົາ​ໄວ້​ແລະ​ເຮົາ​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ ເພື່ອ​ເຜີຍ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ໃຫ້​ໂລກ​ໄດ້​ຮູ້.


ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”


ແຕ່​ຫລັງຈາກ​ເຮົາ​ໄດ້​ກວາດຕ້ອນ​ພວກເຂົາ​ໄປ​ແລ້ວ ເຮົາ​ຈະ​ເມດຕາ​ພວກເຂົາ; ເຮົາ​ຈະ​ນຳ​ແຕ່ລະ​ຊົນຊາດ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ​ທີ່​ເປັນ​ຂອງຕົນເອງ ແລະ​ສູ່​ປະເທດ​ທີ່​ເປັນ​ຂອງ​ພວກເຂົາ.


ແຕ່​ພວກເຂົາ​ຈະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ຜູ້​ໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ດິນແດນ​ທາງ​ທິດເໜືອ ແລະ​ອອກ​ມາ​ຈາກ​ປະເທດ​ຕ່າງໆ ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ.’ ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ເດີມ​ຂອງ​ພວກເຂົາ ຄື​ດິນແດນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ​ນັ້ນ.”


ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ເຮົາ​ຈະ​ບໍ່​ຊ່ວຍ​ເມືອງ​ນີ້​ແຕ່​ຈະ​ທຳລາຍ​ມັນ​ຖິ້ມ. ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ກໍ​ຈະ​ຈູດ​ມັນ​ຖິ້ມ​ໃຫ້​ໝົດກ້ຽງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.


ເຮົາ​ໄດ້​ຄອຍເຝົ້າ​ເພື່ອ​ຖອນຮາກ, ຫລົກ​ຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະ​ຮື້​ພວກເຂົາ​ຖິ້ມ​ສັນໃດ ເຮົາ​ກໍ​ຈະ​ເບິ່ງແຍງ​ເພື່ອ​ປູກ​ແລະ​ກໍ່ສ້າງ​ພວກເຂົາ​ຂຶ້ນ​ສັນນັ້ນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ປົວແປງ​ແລະ​ກໍ່ສ້າງ​ເຈົ້າ​ຂຶ້ນ​ໃໝ່​ອີກເທື່ອໜຶ່ງ. ພວກເຈົ້າ​ຈະ​ຕີ​ກອງ ແລະ​ຟ້ອນລຳ​ຢ່າງ​ຊື່ນບານ​ອີກເທື່ອໜຶ່ງ.


ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ.


ເຮົາ​ຈະ​ເຮັດ​ດີ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເຕັມໃຈ ແລະ​ເຮົາ​ກໍ​ຈະ​ໃຫ້​ພວກເຂົາ​ຢູ່​ໃນ​ດິນແດນ​ນີ້​ຕະຫລອດໄປ.


ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຢູດາຍ​ກັບ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ ແລະ​ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນໃໝ່​ໃຫ້​ເປັນ​ດັ່ງ​ແຕ່​ກ່ອນ.


ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ, ກຽດສັກສີ ແລະ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ເຮົາ ແລະ​ທຸກໆ​ຊົນຊາດ​ໃນ​ໂລກ​ຈະ​ຢ້ານກົວ​ແລະ​ສັ່ນເຊັນ ເມື່ອ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ເຮັດ​ໃຫ້​ແກ່​ຊາວ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້ຍິນ​ເຖິງ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ນີ້.”


“ຈົ່ງ​ແຕ່ງ​ຄົນ​ໄປ​ຊອກ​ຫາ​ເຢເຣມີຢາ ແລະ​ເບິ່ງແຍງ​ລາວ​ໃຫ້​ດີ. ຢ່າ​ທຳຮ້າຍ​ລາວ ແຕ່​ຈົ່ງ​ຊ່ວຍເຫລືອ​ລາວ​ຕາມ​ທີ່​ລາວ​ຕ້ອງການ.”


‘ຖ້າ​ພວກເຈົ້າ​ຢາກ​ອາໄສ​ຢູ່​ໃນ​ດິນແດນ​ນີ້​ຕໍ່ໄປ​ແລ້ວ ເຮົາ​ກໍ​ຈະ​ສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ທຳລາຍ​ພວກເຈົ້າ​ລົງ; ເຮົາ​ຈະ​ປູກ​ພວກເຈົ້າ ແລະ​ຈະ​ບໍ່​ຫລົກ​ພວກເຈົ້າ​ຖິ້ມ. ການທຳລາຍ​ທີ່​ເຮົາ​ນຳ​ມາ​ສູ່​ພວກເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາມທຸກໃຈ​ຫລາຍ.


ເຮົາ​ຈະ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ທຸກໆ​ຊົນຊາດ ແລະ​ທຸກໆ​ປະເທດ ເພື່ອ​ນຳພາ​ພວກເຈົ້າ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ​ເອງ.


ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ສູ່​ດິນ​ເດີມ​ຂອງ​ພວກເຂົາ ສ້າງ​ເມືອງ​ເພພັງ​ຂຶ້ນ​ໃໝ່ ແລະ​ອາໄສ​ຢູ່​ທີ່​ນັ້ນ; ພວກເຂົາ​ຈະ​ເຮັດ​ສວນອະງຸ່ນ​ອີກ ແລະ​ດື່ມ​ເຫຼົ້າ​ອະງຸ່ນ ພວກເຂົາ​ຈະ​ເຮັດ​ສວນ​ຜັກ​ແລະ​ກິນ​ເຄື່ອງ​ປູກຝັງ​ນັ້ນ.


ເປັນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດູແລ​ຮັກສາ. ຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເປັນ​ຜູ້ດູແລ​ເບິ່ງແຍງ​ດິນແດນ​ນີ້​ຕະຫລອດ​ປີ.


“ພຣະເນດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ເຝົ້າ​ເບິ່ງ​ຄົນ​ຊອບທຳ ແລະ​ພຣະອົງ​ກໍ​ຊົງ​ຮັບ​ຟັງ​ຄຳ​ພາວັນນາ​ ອະທິຖານ​ຂອງ​ເຂົາ ແຕ່​ພຣະພັກ​ຂອງ​ພຣະອົງ ຊົງ​ຕໍ່ສູ້​ບັນດາ​ຄົນ​ທີ່​ເຮັດ​ການ​ຊົ່ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka