ເຢເຣມີຢາ 24:3 - ພຣະຄຳພີສັກສິ3 ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນໝາກເດື່ອ ໜ່ວຍດີກໍດີທີ່ສຸດ ແລະໜ່ວຍບໍ່ດີກໍບໍ່ດີຈົນກິນບໍ່ໄດ້.” Uka jalj uñjjattʼäta |
ໂຊນຈຶ່ງເວົ້າວ່າ, “ເປັນຄວາມຄິດທີ່ດີ ໃຫ້ພວກເຮົາພາກັນໄປເທາະ.” ດັ່ງນັ້ນ ພວກເຂົາຈຶ່ງໄປບ່ອນທີ່ຄົນຂອງພຣະເຈົ້າຢູ່. ໃນຂະນະທີ່ຍ່າງຂຶ້ນເນີນພູເຂົ້າໄປໃນເມືອງນັ້ນ ພວກເຂົາໄດ້ພົບຍິງສາວບາງຄົນທີ່ອອກມາຕັກນໍ້າ ຈຶ່ງສອບຖາມຍິງສາວນັ້ນວ່າ, “ໝໍດູຢູ່ເມືອງນີ້ບໍ?” (ໃນເວລານັ້ນຄົນເອີ້ນຜູ້ທຳນວາຍວ່າ ໝໍດູ; ດັ່ງນັ້ນ ຖ້າມີຄົນໃດຢາກຖາມພຣະເຈົ້າ ເຂົາຕ້ອງເວົ້າວ່າ, “ພວກເຮົາໄປຫາໝໍດູກັນເທາະ.”)