Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 24:2 - ພຣະຄຳພີສັກສິ

2 ກະຕ່າ​ໜ່ວຍ​ທີ​ໜຶ່ງ​ໄດ້​ບັນຈຸ​ໝາກເດື່ອ​ດີ ຄື​ໝາກ​ທີ່​ໄດ້​ເກັບ​ແຕ່​ຫົວປີ; ກະຕ່າ​ໜ່ວຍ​ທີ​ສອງ​ໄດ້​ບັນຈຸ​ໝາກເດື່ອ​ບໍ່​ດີ ຄື​ກິນ​ບໍ່ໄດ້​ເລີຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 24:2
11 Jak'a apnaqawi uñst'ayäwi  

ມີ​ອັນ​ໃດ​ແດ່ ທີ່​ຂ້ອຍ​ບໍ່ໄດ້​ເຮັດ​ສຳລັບ​ສວນ​ນີ້? ແລ້ວ​ເປັນຫຍັງ​ໝາກ​ອະງຸ່ນ​ຈຶ່ງ​ສົ້ມ​ໝົດ ທັງໆ​ທີ່​ຂ້ອຍ​ຫວັງ​ໄວ້​ວ່າ​ຈະ​ໄດ້​ໝາກ​ຫວານ​ດີ?


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເຮົາ​ກຳລັງ​ຈະ​ນຳ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຂົາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນ​ດັ່ງ​ໝາກເດື່ອ​ເນົ່າ​ຈົນ​ກິນ​ບໍ່ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ເຮົາ​ພົບເຫັນ​ຊາດ​ອິດສະຣາເອນ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ພົບ​ໝາກອະງຸ່ນ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເມື່ອ​ເຮົາ​ໄດ້​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ເຫັນ​ໝາກ​ເດື່ອເທດ​ສຸກ​ໃນ​ຕົ້ນ​ລະດູການ. ແຕ່​ເມື່ອ​ພວກເຂົາ​ໄດ້ມາ​ເຖິງ​ພູ​ເປອໍ​ແລ້ວ ພວກເຂົາ​ກໍໄດ້​ເລີ່ມ​ຂາບໄຫວ້​ພະບາອານ ແລະ​ບໍ່ດົນ​ພວກເຂົາ​ກໍ​ເປັນ​ໜ້າກຽດຊັງ ດັ່ງ​ບັນດາ​ຮູບພະ​ທີ່​ພວກເຂົາ​ຮັກ​ນັ້ນ.


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


ປ້ອມ​ປ້ອງກັນ​ເມືອງ​ທັງຫລາຍ​ຂອງເຈົ້າ​ເປັນ​ດັ່ງ​ຕົ້ນ​ເດື່ອ​ທີ່​ມີ​ໝາກເດື່ອສຸກ; ເມື່ອ​ສັ່ນ​ຕົ້ນ​ຂອງມັນ ໝາກ​ກໍ​ຈະ​ຕົກ​ໃສ່​ປາກ​ຂອງ​ພວກເຈົ້າ​ໂລດ


ຜົນລະປູກ​ລຸ້ນ​ທຳອິດ​ຂອງ​ທຸກຢ່າງ​ທີ່​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ ທີ່​ພວກເຂົາ​ນຳມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ຂອງ​ເຈົ້າ. ສະມາຊິກ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ທີ່​ບໍ່​ເປັນ​ມົນທິນ ກິນ​ຂອງ​ຖວາຍ​ນັ້ນ​ໄດ້.


“ເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ມວນ​ມະນຸດ​ໂລກ, ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ​ຈະ​ເຮັດ​ໃຫ້​ເຄັມ​ຄືນ​ໄດ້​ອີກ​ຢ່າງ​ໃດ? ມັນ​ບໍ່ມີ​ຄ່າ​ເສຍ​ແລ້ວ. ດັ່ງນັ້ນ ຈຶ່ງ​ມີ​ແຕ່​ໂຍນ​ຖິ້ມ​ໃຫ້​ຄົນ​ຢຽບ​ຢໍ່າ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka