Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 24:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ໝາກເດື່ອ​ສອງ​ກະຕ່າ ຊຶ່ງ​ວາງ​ໄວ້​ຢູ່​ຕໍ່ໜ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ. (ເລື່ອງ​ນີ້​ໄດ້​ເກີດຂຶ້ນ ຫລັງຈາກ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເຈົ້າ​ເຢໂຮຍອາກິມ ກະສັດ​ແຫ່ງ​ຢູດາຍ​ຈາກ​ນະຄອນ​ເຢຣູຊາເລັມ ໄປ​ຍັງ​ບາບີໂລນ​ພ້ອມ​ກັບ​ພວກ​ຜູ້ນຳ​ຂອງ​ຢູດາຍ, ພວກ​ຊ່າງສີມື ແລະ​ພວກ​ຄົນງານ​ທີ່​ຊຳນິ​ຊຳນານ.)

Uka jalj uñjjattʼäta Copia luraña




ເຢເຣມີຢາ 24:1
22 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ​ໄດ້​ມີ​ກອງທັບ​ບາບີໂລນ ຊຶ່ງ​ບັນຊາການ​ໂດຍ​ພວກ​ນາຍ​ທະຫານ​ຂອງ​ກະສັດ​ເນບູ​ກາດເນັດຊາ ໄດ້​ຍົກທັບ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ແລະ​ປິດລ້ອມ​ເມືອງ​ໄວ້.


ເມື່ອ​ຮອດ​ລະດູ​ໃບໄມ້ປົ່ງ ກະສັດ​ເນບູກາເນັດຊາ​ໄດ້​ນຳ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ພ້ອມທັງ​ນຳ​ຊັບສົມບັດ​ອັນມີຄ່າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ກ້ຽງ. ແລ້ວ​ເພິ່ນ​ກໍ​ແຕ່ງຕັ້ງ​ເຊເດກີຢາ ລູງ ຂອງ​ເຢໂຮຍອາກິນ ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຢູດາຍ​ແລະ​ເຢຣູຊາເລັມ​ແທນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ເມືອງ​ທາງ​ພາກໃຕ້​ຂອງ​ຢູດາຍ​ໄດ້​ຖືກ​ປິດລ້ອມ​ແລ້ວ ບໍ່ມີ​ຜູ້ໃດ​ເລີຍ​ລອດຊີວິດ​ມາ​ໄດ້. ປະຊາຊົນ​ຢູດາ​ລ້ວນແຕ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”


ເຮົາ​ຈະ​ນຳ​ເຢໂຮຍອາກິນ ລູກຊາຍ​ຂອງ​ເຢໂຮຍອາກິມ​ຜູ້​ເປັນ​ກະສັດ​ແຫ່ງ​ຢູດາຍ ທີ່​ໄດ້​ຖືກ​ຈັບ​ໄປ​ບາບີໂລນ​ພ້ອມກັບ​ປະຊາຊົນ​ຢູດາຍ​ນັ້ນ​ກັບຄືນ​ມາ​ຄືກັນ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ທຳລາຍ​ການ​ຢູ່ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”


ຂ້າພະເຈົ້າ​ໄດ້​ຂຽນ​ໜັງສື​ສະບັບ​ໜຶ່ງ​ເຖິງ​ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ເຖິງ​ຄົນອື່ນໆ​ທີ່​ເຈົ້າເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ຂ້າພະເຈົ້າ​ໄດ້​ຂຽນ​ຈົດໝາຍ​ນີ້ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ, ມານດາ​ຂອງເພິ່ນ, ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ເຈົ້ານາຍ​ຂອງ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ, ພວກ​ຊ່າງສີມື ແລະ​ພວກ​ກຳມະກອນ​ທີ່​ຊຳນິ​ຊຳນານ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເຢໂຮຍອາກິມ.


ຊຶ່ງ​ມັນ​ຖື​ໄປ​ສູ່​ດິນແດນ​ທີ່​ມີ​ການ​ຄ້າຂາຍ ແລະ​ວາງ​ມັນ​ໄວ້​ໃນ​ເມືອງ​ໜຶ່ງ​ຂອງ​ພວກ​ພໍ່ຄ້າ.


ພວກເຂົາ​ໄດ້​ຈັບ​ມັນ​ແລ້ວ​ຂັງ​ໃສ່​ໄວ້​ຢູ່​ໃນ​ກົງ ແລະ​ນຳ​ໄປ​ຫາ​ກະສັດ​ແຫ່ງ​ບາບີໂລນ​ພຸ້ນ. ພວກເຂົາ​ຈັບ​ມັນ​ຍັດ​ໃສ່​ຄຸກ​ເພາະ​ບໍ່​ຢາກ​ໄດ້ຍິນ​ສຽງ​ຂອງ​ມັນ ຮ້ອງຄາງ​ຢູ່​ຕາມ​ເທິງ​ພູ​ຂອງ​ອິດສະຣາເອນ​ນັ້ນ.


ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ​ບັນດານ​ໃຫ້​ມີ​ຝູງຕັກແຕນ​ເກີດ​ຂື້ນມາ (ຫລັງຈາກ​ໄດ້​ຕັດ​ຫຍ້າ​ຊຶ່ງ​ເປັນ​ສ່ວນ​ຂອງ​ກະສັດ ແລ້ວ​ຫຍ້າ​ກໍ​ເລີ່ມ​ປົ່ງ​ຂຶ້ນ​ໃໝ່).


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈັດຕຽມ​ການລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ. ໄຟ​ໄດ້​ລຸກ​ໄໝ້​ມະຫາສະໝຸດ​ຢູ່​ໃຕ້​ພື້ນ​ແຜ່ນດິນ​ໂລກ ແລະ​ເລີ່ມ​ໄໝ້​ດິນແດນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ຂ້າພະເຈົ້າ​ເຫັນ​ນິມິດ​ອີກ​ຢ່າງ​ໜຶ່ງ. ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ​ຢືນ​ຢູ່​ຂ້າງ​ກຳແພງ​ທີ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ໃຊ້​ສາຍເນັ່ງ ແລະ​ພຣະອົງ​ຖື​ສາຍ​ລູກດິ່ງ​ນັ້ນ​ໄວ້.


ແລ້ວ​ພຣະເຈົ້າຢາເວ​ກໍ​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ຊ່າງ​ຕີ​ເຫຼັກ​ສີ່​ຄົນ.


ໃນ​ນິມິດ​ຢ່າງ​ອື່ນ​ອີກ ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ມະຫາ​ປະໂຣຫິດ​ເຢຊູອາ ເພິ່ນ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ຂອງ​ພຣະເຈົ້າຢາເວ. ໃນ​ທີ່ນັ້ນ ຢູ່​ຂ້າງ​ຂອງ​ເຢຊູອາ​ກໍ​ມີ​ມານຊາຕານ ຢືນ​ຢູ່​ດ້ວຍ​ພ້ອມ​ທີ່​ຈະ​ກ່າວຟ້ອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka