ເຢເຣມີຢາ 23:6 - ພຣະຄຳພີສັກສິ6 ໃນສະໄໝຂອງເພິ່ນນັ້ນ, ປະຊາຊົນຢູດາຈະປອດໄພ ແລະປະຊາຊົນອິດສະຣາເອນກໍຈະຢູ່ເຢັນເປັນສຸກ. ຄົນຈະເອີ້ນເພິ່ນວ່າ, ‘ພຣະເຈົ້າຢາເວອົງເປັນຄວາມຊອບທຳຂອງພວກຂ້ານ້ອຍ.”’ Uka jalj uñjjattʼäta |
ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ.
“ປະຊາຊົນຂອງເຮົາເອີຍ ພວກເຈົ້າຢ່າຢ້ານເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າແຕກຕື່ນເທາະ ພຣະເຈົ້າຢາເວກ່າວວ່າ: ເຮົາຈະຊ່ວຍກູ້ເອົາພວກເຈົ້າມາຈາກແດນຫ່າງໄກ ຈາກດິນແດນພວກເຈົ້າຕົກໄປເປັນຊະເລີຍນັ້ນ. ພວກເຈົ້າຈະກັບຄືນມາບ້ານ ທັງມີຊີວິດຢ່າງສັນຕິສຸກ ຈະປອດໄພແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, “ເມື່ອເຮົາປົວແປງປະຊາຊົນຂອງເຮົາໃນດິນແດນຂອງພວກເຂົາໃຫ້ດີຄືເກົ່າແລ້ວ ພວກເຂົາຈະເວົ້າໃນດິນແດນຂອງຢູດາຍແລະຂອງພວກເຂົາເອງອີກເທື່ອໜຶ່ງວ່າ, ‘ຂໍພຣະເຈົ້າຢາເວອວຍພອນເຈົ້າ ເນີນພູສັກສິດ ນະຄອນເຢຣູຊາເລັມບ່ອນສັກສິດທີ່ພຣະອົງສະຖິດຢູ່.’
ເຈັດເທື່ອເຈັດສິບປີນັ້ນແມ່ນໄລຍະເວລາ ທີ່ພຣະເຈົ້າໄດ້ກຳນົດໃຫ້ປະຊາຊົນແລະເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບແລະເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະຄວາມຍຸດຕິທຳອັນຖາວອນຈະປາກົດມີມາ ເພື່ອວ່ານິມິດ ແລະຖ້ອຍຄຳຂອງຜູ້ທຳນວາຍຈະກາຍເປັນຈິງ ແລະເພື່ອພຣະວິຫານອັນສັກສິດ ຈະໄດ້ຖືກຢຶດຖວາຍຄືນໃໝ່ໃຫ້ແກ່ພຣະເຈົ້າ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງກະທຳໃນສິ່ງທີ່ຍຸດຕິທຳສະເໝີ; ແຕ່ພວກຂ້ານ້ອຍໄດ້ນຳເອົາແຕ່ຄວາມເສື່ອມເສຍ ມາສູ່ພວກຂ້ານ້ອຍເອງຢູ່ເລື້ອຍ. ດັ່ງໃນກໍລະນີທີ່ພວກຂ້ານ້ອຍທັງໝົດຄືຜູ້ທີ່ຢູ່ໃນແຂວງຢູດາຍ, ໃນນະຄອນເຢຣູຊາເລັມ, ຕະຫລອດທັງຊາວອິດສະຣາເອນ ທີ່ພຣະອົງໄດ້ໃຫ້ກະຈັດກະຈາຍໄປໃນປະເທດໃກ້ແລະໄກ ຍ້ອນພວກເຂົາບໍ່ສັດຊື່ຕໍ່ພຣະອົງ.
ເຮົາຈະເຮັດໃຫ້ປະຊາຊົນຢູດາເຂັ້ມແຂງ ເຮົາຈະຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນ. ເຮົາຈະມີຄວາມເມດຕາແກ່ພວກເຂົາ ແລະນຳພວກເຂົາທຸກຄົນກັບມາບ້ານ. ພວກເຂົາຈະເປັນຄືກັບວ່າເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ເຮົາຈະຕອບຄຳພາວັນນາອະທິຖານ ທຸກໆປະການຂອງພວກເຂົາເຈົ້າ.