Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:4 - ພຣະຄຳພີສັກສິ

4 ເຮົາ​ຈະ​ແຕ່ງຕັ້ງ​ໃຫ້​ມີ​ຜູ້​ລ້ຽງດູ​ພວກເຂົາ. ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຢ້ານ ຫລື​ສະທ້ານ​ຕົກໃຈກົວ​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ບໍ່​ລົງໂທດ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:4
25 Jak'a apnaqawi uñst'ayäwi  

ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


“ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຢ່າ​ຢ້ານ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ແຕກຕື່ນ​ເທາະ ພຣະເຈົ້າຢາເວ​ກ່າວ​ວ່າ: ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ມາ​ຈາກ​ແດນ​ຫ່າງໄກ ຈາກ​ດິນແດນ​ພວກເຈົ້າ​ຕົກ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບຄືນ​ມາ​ບ້ານ ທັງ​ມີ​ຊີວິດ​ຢ່າງ​ສັນຕິສຸກ ຈະ​ປອດໄພ​ແລະ​ຈະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຈົ້າ​ຢ້ານ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊົນຊາດ​ທັງຫລາຍ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ປະກາດ​ຖ້ອຍຄຳ​ຂອງເຮົາ​ທີ່​ແຄມຝັ່ງ​ໄກຫ່າງ. ເຮົາ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ກະຈັດ​ກະຈາຍ​ໄປ ແຕ່​ເຮົາ​ຈະ​ເຕົ້າໂຮມ​ພວກເຂົາ ແລະ​ດູແລ​ພວກເຂົາ​ໃໝ່​ອີກ ຄົນລ້ຽງແກະ​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ສັນໃດ ເຮົາ​ກໍ​ຈະ​ເຝົ້າ​ເບິ່ງແຍງ​ປະຊາຊົນ​ຂອງເຮົາ​ສັນນັ້ນ.


ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”


ເຮົາ​ຈະ​ໃຫ້​ປະຊາຊົນ ແລະ​ຝູງສັດ​ເພີ່ມ​ຂຶ້ນ​ຈຳນວນ​ຫລວງຫລາຍ. ພວກເຈົ້າ​ຈະ​ມີ​ຄົນ​ຫລາຍກວ່າ​ແຕ່​ກ່ອນ ແລະ​ພວກເຈົ້າ​ກໍ​ຈະ​ມີ​ລູກ​ຫລາຍ​ຄົນ. ເຮົາ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ທີ່​ນັ້ນ ດັ່ງ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຢູ່​ມາ​ກ່ອນ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ຫລາຍກວ່າ​ເກົ່າ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຮົາ​ຈະ​ອວຍພອນ​ພວກເຈົ້າ​ໃຫ້​ມີ​ລູກຫລານ​ຢ່າງ​ຫລວງຫລາຍ; ສ່ວນ​ເຮົາ​ກໍ​ຈະ​ຖື​ຮັກສາ​ພັນທະສັນຍາ ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ.


ທຸກໆ​ຄົນ​ຈະ​ຢູ່​ນຳກັນ​ຢ່າງ​ສະຫງົບສຸກ ທ່າມກາງ​ສວນອະງຸ່ນ​ແລະ​ຕົ້ນ​ໝາກເດື່ອ ແລະ​ບໍ່ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເລີຍ ປາກ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫຼະ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


ໂຜດ​ໃຊ້​ຄ້ອນເທົ້າ​ຂອງ​ພຣະອົງ​ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ພວກດຽວ​ໃນ​ປ່າ. ໃນ​ອ້ອມແອ້ມ​ພວກເຂົາ​ນັ້ນ​ມີ​ດິນ​ດີ. ໂຜດ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ລ້ຽງ​ພວກເຂົາ​ໃນ​ທົ່ງຫຍ້າ​ຂອງ​ເມືອງ​ບາຊານ ແລະ​ກີເລອາດ ດັ່ງ​ໃນ​ຄາວກ່ອນ​ແຕ່​ດົນນານ​ມາ​ແລ້ວ.


ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ ຈະ​ບໍ່​ເຮັດ​ຜິດ​ຕໍ່​ຜູ້ໃດ, ຈະ​ບໍ່​ເວົ້າຕົວະ, ທັງ​ຈະ​ບໍ່​ຊອກຫາ​ຫລອກລວງ​ຜູ້ໃດ​ດ້ວຍ. ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ແລະ​ໝັ້ນຄົງ ຄື​ບໍ່​ຢ້ານກົວ​ຜູ້ໃດ.”


ແລະ​ລາຍງານ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ນັບ​ທະຫານ​ທີ່​ຢູ່​ໃຕ້​ບັນຊາການ​ເບິ່ງ ແລະ​ເຫັນ​ວ່າ​ບໍ່ມີ​ແມ່ນແຕ່​ຄົນ​ດຽວ​ຂາດຫາຍ​ໄປ.


ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ​ນັ້ນ ຂ້ານ້ອຍ​ກໍໄດ້​ປົກປັກ​ຮັກສາ​ພວກເຂົາ​ໄວ້ ໂດຍ​ຣິດອຳນາດ​ແຫ່ງ​ພຣະນາມ​ຂອງ​ພຣະອົງ ຄື​ພຣະນາມ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ໄດ້​ປົກປ້ອງ​ພວກເຂົາ​ໄວ້ ແລະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ໄດ້​ເສຍ​ໄປ ເວັ້ນໄວ້​ແຕ່​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ຄວາມ​ຈິບຫາຍ ເພື່ອ​ຈະ​ໄດ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.


ທີ່​ເວົ້າ​ດັ່ງນີ້ ເພື່ອ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ວ່າ, “ພວກ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ ບໍ່ໄດ້​ເສຍ​ໄປ​ຈັກ​ຄົນ.”


ຊຶ່ງ​ເປັນ​ຜູ້​ທີ່​ຣິດອຳນາດ​ຂອງ​ພຣະເຈົ້າ ຊົງ​ເຝົ້າ​ຮັກສາ​ໄວ້​ດ້ວຍ​ຄວາມເຊື່ອ ຈົນ​ໄດ້​ເຖິງ​ຄວາມ​ພົ້ນ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ປາກົດ​ໃນ​ວັນ​ສຸດທ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka