Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:39 - ພຣະຄຳພີສັກສິ

39 ແນ່ນອນ​ເຮົາ​ຈະ​ຢິບ​ຜູ້​ນັ້ນ​ຂຶ້ນ ແລະ​ໂຍນ​ພວກເຂົາ​ໃຫ້​ໜີໄປ​ໄກ​ຈາກ​ເຮົາ ລວມທັງ​ພວກເຂົາ​ແລະ​ນະຄອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ດ້ວຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:39
30 Jak'a apnaqawi uñst'ayäwi  

ກາອິນ​ຈຶ່ງ​ໜີ​ໄກ​ຈາກ​ພຣະພັກ​ພຣະເຈົ້າຢາເວ ໄປ​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງ​ໜຶ່ງ​ຊື່​ວ່າ, ແດນ​ພະເນຈອນ.


ເຮົາ​ຈະ​ເຮັດ​ໃຫ້​ມີ​ນໍ້າ​ຖ້ວມ​ເທິງ​ແຜ່ນດິນ​ໂລກ​ເພື່ອ​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່. ທຸກໆ​ສິ່ງ​ເທິງ​ແຜ່ນດິນ​ໂລກ​ຈະ​ດັບສູນ​ໄປ


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ເຮັດ​ຕໍ່​ຢູດາ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ອິດສະຣາເອນ​ຄື: ເຮົາ​ຈະ​ກຳຈັດ​ຊາວ​ຢູດາ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ນະຄອນ​ເຢຣູຊາເລັມ​ນະຄອນ​ທີ່​ເຮົາ​ໄດ້​ເລືອກໄວ້ ແລະ​ວິຫານ​ບ່ອນ​ທີ່​ເຮົາ​ບອກ​ວ່າ ນາມຊື່​ເຮົາ​ຈະ​ສະຖິດຢູ່​ນັ້ນ.”


ຂໍ​ຢ່າ​ຂັບໄລ່​ໃຫ້​ໜີໄປ​ຈາກ​ບ່ອນ​ທີ່​ພຣະອົງ​ສະຖິດ ແລະ​ຢ່າ​ຖອນ​ພຣະວິນຍານ​ບໍຣິສຸດ​ຂອງ​ພຣະອົງ​ໄປ​ຈາກ​ຂ້ານ້ອຍ.


ຖ້າ​ເຈົ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ກໍ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ຕົນ ເຮັດ​ຕາມ​ຖ້ອຍຄຳ​ແລ້ວ​ເຈົ້າ​ກໍ​ຈະ​ປອດໄພ.


ເຮົາ​ແມ່ນ​ຜູ້​ທີ່​ໄດ້​ກ່າວ​ແລະ​ເອີ້ນ​ເອົາ​ລາວ ເຮົາ​ໄດ້​ນຳ​ລາວ​ໄປ ແລະ​ໃຫ້​ເຮັດ​ສຳເລັດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເມື່ອ​ຜູ້ໃດ​ໃນ​ປະຊາຊົນ​ຂອງເຮົາ ຫລື​ຜູ້ທຳນວາຍ​ຄົນໃດ ຫລື​ປະໂຣຫິດ​ຄົນໃດ​ຖາມ​ເຈົ້າ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ກ່າວ​ຢ່າງໃດ?’ ໃຫ້​ເຈົ້າ​ຕອບ​ຄົນ​ນັ້ນ​ວ່າ, ‘ເຈົ້າ​ເປັນ​ພາລະໜັກ ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພຣະອົງ​ກໍ​ຈະ​ກຳຈັດ​ເຈົ້າ​ເສຍ.’


ຖ້າ​ພວກເຂົາ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ ແລະ​ໃຊ້​ຄຳສັບ​ທີ່​ວ່າ, ‘ພາລະໜັກ ​ຂອງ​ພຣະເຈົ້າຢາເວ.’ ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ


ສະນັ້ນ ບັດນີ້​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ການທຳລາຍ​ທັງໝົດ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ສູ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ບໍ່ໄດ້​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ.”’


ເຮົາ​ຈະ​ລົງໂທດ​ເຈົ້າ, ເຊື້ອສາຍ​ຂອງ​ເຈົ້າ ແລະ​ບັນດາ​ຂ້າຣາຊການ​ຂອງ​ເຈົ້າ ຍ້ອນ​ການບາບ​ທີ່​ພວກເຈົ້າ​ທັງໝົດ​ໄດ້​ເຮັດ. ເຈົ້າເອງ​ລວມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ແລະ​ຢູດາ ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງເຮົາ; ສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ໄພພິບັດ​ຊຶ່ງ​ເຮົາ​ໄດ້​ຂູ່​ໄວ້​ນັ້ນ​ມາ​ສູ່​ພວກເຈົ້າ​ທຸກຄົນ.”


ພຣະເຈົ້າຢາເວ​ໂກດຮ້າຍ​ຕໍ່​ຊາວ​ເຢຣູຊາເລັມ ແລະ​ຢູດາ ຈົນ​ພຣະອົງ​ໄດ້​ເນລະເທດ​ພວກເຂົາ​ໜີໄປ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ. ເຈົ້າ​ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ


ສະນັ້ນ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ​ນັ້ນ ເຮົາ​ກໍ​ຈະ​ເຮັດ​ຕໍ່​ພຣະວິຫານ​ຂອງເຮົາ​ເຊັ່ນກັນ ຄື​ບ່ອນ​ທີ່​ພວກເຈົ້າ​ໄວ້ວາງໃຈ​ນັ້ນ. ໃນ​ບ່ອນ​ນີ້​ເອງ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ບັນພະບຸລຸດ​ຂອງ​ພວກເຈົ້າ​ແລະ​ພວກເຈົ້າ; ແຕ່​ເຮົາ​ຈະ​ເຮັດ​ເໝືອນກັນ​ກັບ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ເມືອງ​ຊີໂລ.


ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ສາຍຕາ​ຂອງເຮົາ ດັ່ງ​ທີ່​ໄດ້​ເຮັດ​ກັບ​ຊາວ​ເອຟຣາອິມ ພີ່ນ້ອງ​ຂອງເຈົ້າ.”


ເຫດໃດ​ຈຶ່ງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ຢ່າງ​ດົນນານ? ພຣະອົງ​ຈະ​ບໍ່​ຈົດຈຳພວກ​ຂ້ານ້ອຍ​ເລີຍ​ບໍ?


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ເຮົາ​ຈະ​ຊອກຫາ​ແລະ​ເບິ່ງແຍງ​ລ້ຽງດູ​ແກະ​ຂອງເຮົາ​ເອງ


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ເຮົາ​ຈະ​ຕັດສິນ​ພວກເຈົ້າ ຄື​ລະຫວ່າງ​ແກະ​ໂຕ​ແຂງແຮງ ແລະ​ໂຕ​ອ່ອນແຮງ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ. ເຮົາ​ຈະ​ຕັດສິນ​ລົງໂທດ​ເຈົ້າ ໃນ​ບ່ອນ​ທີ່​ບັນດາ​ຊົນຊາດ​ທັງໝົດ​ເຫັນ​ເຈົ້າ​ໄດ້.


ຈົ່ງ​ບອກ​ພູເຂົາ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ​ໃຫ້​ຟັງ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບອກ​ພູເຂົາ​ແລະ​ເນີນພູ​ທັງຫລາຍ, ຫ້ວຍ​ກັບ​ຮ່ອມພູ​ທັງຫລາຍ​ວ່າ ເຮົາ​ຈະ​ໃຊ້​ດາບ​ທຳລາຍ​ບ່ອນ​ຕ່າງໆ​ທີ່​ປະຊາຊົນ​ຂາບໄຫວ້​ຮູບເຄົາຣົບ.


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ຈົ່ງ​ຂ້າ​ຄົນ​ເຖົ້າ, ຊາຍໜຸ່ມ, ຍິງ​ໜຸ່ມ, ບັນດາ​ແມ່ ແລະ​ພວກ​ເດັກນ້ອຍ. ແຕ່​ຢ່າ​ແຕະຕ້ອງ​ຜູ້ໃດ​ທີ່​ມີ​ເຄື່ອງໝາຍ​ທີ່​ໜ້າຜາກ. ຈົ່ງ​ເລີ່ມ​ແຕ່​ພຣະວິຫານ​ຂອງເຮົາ​ໄປ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເລີ່ມ​ສັງຫານ​ບັນດາ​ຜູ້ປົກຄອງ​ທີ່​ກຳລັງ​ຢືນ​ຢູ່​ໃນ​ພຣະວິຫານ.


ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ທຳລາຍ ເພາະ​ພວກເຂົາ​ຂາດ​ຄວາມ​ຮູ້. ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ບໍ່​ຍອມ​ຮັບຮູ້​ເຮົາ ແລະ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ; ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຍອມ​ຮັບຮູ້​ພວກເຈົ້າ ແລະ​ບໍ່​ຍອມ​ຮັບຮູ້​ລູກຊາຍ​ຂອງ​ພວກເຈົ້າ​ວ່າ ເປັນ​ປະໂຣຫິດ​ຂອງເຮົາ.


ເຮົາ​ຈະ​ໂດດ​ໃສ່​ປະຊາຊົນ​ເອຟຣາອິມ ແລະ​ຢູດາ​ເໝືອນ​ສິງ​ຄຸບ​ກິນ​ພວກເຂົາ. ເຮົາ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ ແລະ​ປະຖິ້ມ​ໄວ້. ເມື່ອ​ເຮົາ​ລາກ​ພວກເຂົາ​ໄປ​ແລ້ວ ຈະ​ບໍ່ມີ​ຜູ້ໃດ​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້.


ຕໍ່ໄປ​ເຮົາ​ຈະ​ຫັນ​ມາ​ລົງໂທດ​ພວກເຈົ້າ​ຢ່າງ​ໂຫດຮ້າຍ​ທາລຸນ ໃຫ້​ໜັກ​ຕື່ມຂຶ້ນ​ກວ່າເກົ່າ​ອີກ​ເຈັດ​ເທົ່າ.


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


ພຣະເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທົນທຸກ​ແລະ​ໄດ້​ຮັບ​ໂທດ ແລະ​ຖືກ​ທຳລາຍ​ຕະຫລອດໄປ ຄື​ຖືກ​ແຍກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຈາກ​ຣິດທານຸພາບ ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka