Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:36 - ພຣະຄຳພີສັກສິ

36 ສະນັ້ນ ພວກເຂົາ​ບໍ່​ຕ້ອງ​ໃຊ້​ຄຳ​ວ່າ, ‘ພາລະໜັກ​ຂອງ​ພຣະເຈົ້າຢາເວ.’ ເພາະ​ຖ້າ​ຜູ້ໃດ​ໃຊ້​ຄຳເວົ້າ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຖ້ອຍຄຳ​ຂອງເຮົາ​ກາຍເປັນ​ພາລະໜັກ​ແທ້ໆ​ສຳລັບ​ຜູ້ນັ້ນ. ປະຊາຊົນ​ໄດ້​ບິດເບືອນ​ຖ້ອຍຄຳ​ແຫ່ງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:36
24 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນສູງ​ຂອງ​ເພິ່ນ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໄດ້ຍິນ​ຄຳໝິ່ນປະໝາດ​ນີ້ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ລົງໂທດ​ຜູ້​ທີ່​ກ່າວ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ສຳລັບ​ປະຊາຊົນ​ຂອງ​ພວກເຮົາ​ທີ່​ລອດຊີວິດ​ຢູ່​ນີ້​ດ້ວຍ​ເທີ້ນ.”


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ລີ້ນ​ຄົນ​ຢ່າງ​ນັ້ນ​ມິດງຽບ ແລະ​ງັບ​ປາກ​ທຸກຄົນ​ທີ່​ເວົ້າຈາ​ອວດອ້າງ​ວ່າ,


ພວກ​ຄົນ​ຂີ້ຕົວະ​ເອີຍ ພວກເຈົ້າ​ສະສົມ​ອັນໃດ​ໄວ້​ແກ່​ຕົນ​ແດ່? ພຣະອົງ​ຈະ​ລົງໂທດ​ພວກເຈົ້າ​ຢ່າງໃດ​ຮູ້ບໍ່?


ເພື່ອ​ລົງໂທດ​ຊົນຊາດ​ຕາມ​ທີ່​ພຣະເຈົ້າ​ໄດ້​ບັນຊາ ນີ້​ແມ່ນ​ໄຊຊະນະ​ແຫ່ງ​ປະຊາຊົນ​ຂອງ​ພຣະເຈົ້າ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຍ້ອນ​ຄຳເວົ້າ​ຂອງ​ພວກເຂົາ​ເອງ ທຸກຄົນ​ທີ່​ເຫັນ​ພວກເຂົາ​ຕ່າງ​ກໍ​ແກວ່ງຫົວ.


ຄົນ​ທີ່​ຄິດ​ຊົ່ວ​ແລະ​ເວົ້າ​ຊົ່ວ​ບໍ່​ຫ່ອນ​ພົບ​ສິ່ງ​ທີ່​ດີ ນອກຈາກ​ໄພພິບັດ​ຈະ​ມາ​ຊໍ້າ​ຕື່ມ​ເທົ່ານັ້ນ.


ຢ່າ​ສູ່​ຫົວຂວັນ​ຕໍ່​ຄຳເຕືອນ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ ຖ້າ​ຫົວຂວັນ​ມັນ​ຈະ​ຮ້າຍແຮງ​ຫລາຍ​ຂຶ້ນ​ຈົນ​ພວກເຈົ້າ​ປົບໜີໄປ​ບໍ່ໄດ້. ຂ້າພະເຈົ້າ​ໄດ້ຍິນ​ຄຳ​ຕັດສິນໃຈ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເພື່ອ​ທຳລາຍ​ດິນແດນ​ທັງໝົດ​ແລ້ວ.


ຖືກຕ້ອງ ຄວາມ​ຫຼົ້ມຈົມ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຢູດາຍ​ກໍ​ກຳລັງ​ຫຼົ້ມຈົມ​ດ້ວຍ ພວກເຂົາ​ເວົ້າ​ແລະ​ເຮັດ​ທຸກຢ່າງ​ຕໍ່ສູ້​ພຣະເຈົ້າຢາເວ; ພວກເຂົາ​ດູຖູກ​ໝິ່ນປະໝາດ​ພຣະອົງ​ຢ່າງ​ເປີດເຜີຍ.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ເຢເຣມີຢາ​ເອີຍ ຈົ່ງ​ຖາມ​ບັນດາ​ຜູ້ທຳນວາຍ​ວ່າ, ‘ພຣະເຈົ້າຢາເວ​ໃຫ້​ຄຳຕອບ​ຫຍັງ​ແກ່​ພວກເຈົ້າ? ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ​ຢ່າງໃດ?’


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


“ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້ອຍຄຳ​ເປົ່າໆ​ທຸກ​ຄຳ​ທີ່​ມະນຸດ​ເວົ້າ ຈະ​ຕ້ອງ​ໃຫ້​ການ​ເພາະ​ຄຳ​ນັ້ນ​ໃນ​ວັນ​ພິພາກສາ.


ເພິ່ນ​ຕອບ​ລາວ​ວ່າ, ‘ອ້າຍ​ຄົນ​ຮັບໃຊ້​ທີ່​ຊົ່ວຊ້າ​ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ຂອງ​ເຈົ້າ​ເອງ ເມື່ອ​ເຈົ້າ​ຮູ້​ວ່າ, ເຮົາ​ເປັນ​ຄົນ​ເຂັ້ມງວດ ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ປູກ.


“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ.


ດ້ວຍວ່າ, ທຸກຄົນ​ຕ້ອງ​ຮັບຜິດຊອບ​ຕໍ່​ພາລະ​ຂອງ​ຕົນເອງ.


ມີ​ມະນຸດ​ຜູ້ໃດ​ແດ່​ທີ່​ຈະ​ຍັງ​ມີ​ຊີວິດ​ຢູ່ ຫລັງຈາກ​ທີ່​ໄດ້ຍິນ​ພຣະເຈົ້າ​ກ່າວ​ອອກ​ມາ​ຈາກ​ແປວໄຟ​ກັບ​ເຂົາ?


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


ໃນ​ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ ກໍ​ກ່າວ​ເຖິງ​ເຫດການ​ເຫຼົ່ານັ້ນ​ໄວ້​ແລ້ວ, ໃນ​ຈົດໝາຍ​ເຫຼົ່ານັ້ນ ມີ​ບາງ​ຂໍ້​ທີ່​ເຂົ້າໃຈ​ຍາກ ຊຶ່ງ​ຄົນ​ທັງຫລາຍ​ທີ່​ຮູ້ເທົ່າ​ບໍ່​ເຖິງການ ແລະ​ທີ່​ມີ​ໃຈ​ບໍ່​ໝັ້ນຄົງ​ແນ່ນອນ ໄດ້​ບິດເບືອນ​ຂໍ້ຄວາມ​ເຫຼົ່ານັ້ນ​ເສຍ ເໝືອນ​ຢ່າງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ຂໍ້​ອື່ນໆ​ໃນ​ພຣະຄຳພີ ອັນ​ເປັນ​ເຫດ​ໃຫ້​ຕົນເອງ​ຈິບຫາຍ​ໄປ.


ດາວິດ​ຈຶ່ງ​ຖາມ​ພວກ​ທີ່​ຢູ່​ໃກ້​ກັບ​ລາວ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຄົນ​ຟີລິດສະຕິນ​ຜູ້​ນີ້​ໄດ້ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ໝິ່ນປະໝາດ​ນີ້​ຈະ​ໄດ້​ຫຍັງ? ຄົນ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ ທີ່​ກຳລັງ​ເວົ້າ​ທ້າທາຍ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ນັ້ນ​ແມ່ນ​ຜູ້ໃດ?”


ຂ້ານ້ອຍ​ເຄີຍ​ຂ້າ​ສິງ​ແລະ​ໝີ​ມາ​ແລ້ວ ແລະ​ຂ້ານ້ອຍ​ຈະ​ເຮັດ​ກັບ​ຊາຍ​ຟີລິດສະຕິນ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ນີ້​ຢ່າງ​ດຽວກັນ ເພາະ​ມັນ​ໄດ້​ໝິ່ນປະໝາດ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka