35 ແທນທີ່ລາວຈະເວົ້າເຊັ່ນນັ້ນ ໃຫ້ແຕ່ລະຄົນຖາມໝູ່ເພື່ອນ ແລະພີ່ນ້ອງຂອງຕົນວ່າ, ‘ພຣະເຈົ້າຢາເວໃຫ້ຄຳຕອບຢ່າງໃດ? ພຣະເຈົ້າຢາເວກ່າວວ່າຢ່າງໃດ?’
ແທ້ຈິງແລ້ວ ພຣະອົງຕຽມພ້ອມທີ່ຈະຊ່ວຍຊູ ຜູ້ຖວາຍກຽດແກ່ພຣະອົງໃຫ້ພົ້ນໄພໄດ້ ແລະສະຫງ່າຣາສີຂອງພຣະອົງຈະດຳລົງຢູ່ຕໍ່ໄປ ໃນດິນແດນຂອງພວກຂ້ານ້ອຍນັ້ນ.
ຈະບໍ່ມີຜູ້ໃດໃນພວກເຂົາສັ່ງສອນເພື່ອນຮ່ວມຊາດຂອງຕົນໃຫ້ຮູ້ຈັກພຣະເຈົ້າຢາເວ ເພາະທຸກຄົນຈະຮູ້ຈັກເຮົາ ແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດ. ພຣະເຈົ້າຢາເວກ່າວວ່າ ເຮົາຈະອະໄພການບາບຂອງພວກເຂົາ ແລະເຮົາຈະບໍ່ຈົດຈຳຄວາມຜິດຂອງພວກເຂົາອີກຕໍ່ໄປ.”
‘ຈົ່ງຮ້ອງຫາເຮົາ ແລະເຮົາຈະຕອບເຈົ້າ; ເຮົາຈະບອກໃຫ້ເຈົ້າຮູ້ເຖິງສິ່ງທີ່ໜ້າງຶດງໍ້ແລະການອັດສະຈັນຕ່າງໆທີ່ເຈົ້າບໍ່ຮູ້.’
ຂ້າພະເຈົ້າຈຶ່ງຕອບວ່າ, “ຖ້າດັ່ງນັ້ນ ກໍດີແລ້ວ; ຂ້ອຍຈະພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຕາມທີ່ພວກເຈົ້າໄດ້ຂໍຮ້ອງມາ, ແລະເມື່ອພຣະເຈົ້າຢາເວກ່າວສິ່ງໃດສິ່ງໜຶ່ງແລ້ວ ຂ້ອຍຈະບອກພວກເຈົ້າ. ຂ້ອຍຈະບໍ່ປິດບັງສິ່ງໃດໆຕໍ່ພວກເຈົ້າເລີຍ.”
ພວກເຂົາຈະບໍ່ສອນເພື່ອນບ້ານ ແລະພີ່ນ້ອງຂອງຕົນແຕ່ລະຄົນວ່າ, “ຈົ່ງຮູ້ຈັກອົງພຣະຜູ້ເປັນເຈົ້າ” ເພາະພວກເຂົາທຸກຄົນຈະຮູ້ຈັກເຮົາ ຕັ້ງແຕ່ຜູ້ນ້ອຍທີ່ສຸດ ຈົນເຖິງຜູ້ໃຫຍ່ທີ່ສຸດ.