34 ຖ້າຜູ້ໃດໃນປະຊາຊົນຂອງເຮົາ ຫລືຜູ້ທຳນວາຍຄົນໃດ ຫລືປະໂຣຫິດຄົນໃດ ໃຊ້ຄຳເວົ້າທີ່ວ່າ, ‘ພາລະໜັກຂອງພຣະເຈົ້າຢາເວ.’ ເຮົາຈະລົງໂທດຄົນນັ້ນແລະຄອບຄົວຂອງລາວດ້ວຍ.
ເຮົາຈະລົງໂທດເຈົ້າ, ເຊື້ອສາຍຂອງເຈົ້າ ແລະບັນດາຂ້າຣາຊການຂອງເຈົ້າ ຍ້ອນການບາບທີ່ພວກເຈົ້າທັງໝົດໄດ້ເຮັດ. ເຈົ້າເອງລວມທັງຊາວນະຄອນເຢຣູຊາເລັມແລະຢູດາ ບໍ່ໄດ້ເອົາໃຈໃສ່ຕໍ່ຄຳຕັກເຕືອນຂອງເຮົາ; ສະນັ້ນ ເຮົາຈຶ່ງຈະນຳໄພພິບັດຊຶ່ງເຮົາໄດ້ຂູ່ໄວ້ນັ້ນມາສູ່ພວກເຈົ້າທຸກຄົນ.”
ຜູ້ທຳນວາຍຂອງພວກເຈົ້າບໍ່ມີຫຍັງກ່າວຈາ ນອກຈາກກ່າວຄຳຫລອກລວງເທົ່ານັ້ນ; ພວກເຂົາເທດສະໜາຫລອກລວງບອກວ່າ, ການບາບເຈົ້າບໍ່ມີ ພວກເຂົາໃຫ້ເຈົ້າຄິດວ່າບໍ່ຈຳເປັນຕ້ອງກັບໃຈໃໝ່.
ຕໍ່ໄປນີ້ແມ່ນນິມິດທີ່ນາຮູມ ຊາວແອນໂກດ ໄດ້ເຫັນກ່ຽວກັບນະຄອນນີເນເວ.
ແລ້ວຖ້າຜູ້ໃດຜູ້ໜຶ່ງຍັງທຳນວາຍຕໍ່ໄປ ພໍ່ແລະແມ່ຂອງຜູ້ນັ້ນກໍຈະບອກວ່າ, ລາວຈະຖືກປະຫານຊີວິດຍ້ອນລາວເວົ້າຕົວະໃນນາມຂອງພຣະເຈົ້າຢາເວ; ເມື່ອລາວທຳນວາຍນັ້ນ ພໍ່ແມ່ຂອງລາວຈະຕົບຕີລາວຈົນຕາຍ.