Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:33 - ພຣະຄຳພີສັກສິ

33 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເມື່ອ​ຜູ້ໃດ​ໃນ​ປະຊາຊົນ​ຂອງເຮົາ ຫລື​ຜູ້ທຳນວາຍ​ຄົນໃດ ຫລື​ປະໂຣຫິດ​ຄົນໃດ​ຖາມ​ເຈົ້າ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ກ່າວ​ຢ່າງໃດ?’ ໃຫ້​ເຈົ້າ​ຕອບ​ຄົນ​ນັ້ນ​ວ່າ, ‘ເຈົ້າ​ເປັນ​ພາລະໜັກ ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພຣະອົງ​ກໍ​ຈະ​ກຳຈັດ​ເຈົ້າ​ເສຍ.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:33
19 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ເຮັດ​ຕໍ່​ຢູດາ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ອິດສະຣາເອນ​ຄື: ເຮົາ​ຈະ​ກຳຈັດ​ຊາວ​ຢູດາ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ນະຄອນ​ເຢຣູຊາເລັມ​ນະຄອນ​ທີ່​ເຮົາ​ໄດ້​ເລືອກໄວ້ ແລະ​ວິຫານ​ບ່ອນ​ທີ່​ເຮົາ​ບອກ​ວ່າ ນາມຊື່​ເຮົາ​ຈະ​ສະຖິດຢູ່​ນັ້ນ.”


ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ນະຄອນ​ບາບີໂລນ ທີ່​ເອຊາຢາ​ລູກຊາຍ​ຂອງ​ອາໂມດ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ອັນນີ້​ແມ່ນ​ຖ້ອຍຄຳ​ທີ່​ໄດ້​ຖືກ​ປະກາດ​ໃນ​ປີ​ທີ່​ກະສັດ​ອາຮາດ​ໄດ້​ຕາຍໄປ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.


ປະຊາຊົນ​ເວົ້າ​ຕໍ່​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄປ​ໃສ​ແລ້ວ? ໃຫ້​ພຣະອົງ​ເຮັດ​ສຳເລັດ​ດຽວ​ນີ້​ແມ.”


ຄົນ​ທັງຫລາຍ​ຈະ​ເອີ້ນ​ພວກເຂົາ​ວ່າ​ເປັນ​ຂອງ​ເສດເຫລືອ; ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກເຂົາ​ແລ້ວ.”


ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ສາຍຕາ​ຂອງເຮົາ ດັ່ງ​ທີ່​ໄດ້​ເຮັດ​ກັບ​ຊາວ​ເອຟຣາອິມ ພີ່ນ້ອງ​ຂອງເຈົ້າ.”


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,


ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”


ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ໄດ້​ເປີດເຜີຍ​ແກ່​ຜູ້ທຳນວາຍ​ຮາບາກຸກ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ພຣະອົງ​ໄດ້​ວາງ​ກົດ​ລົງໂທດ​ດິນແດນ​ຮັດຣັກ​ແລະ​ນະຄອນ​ດາມັສກັດ. ບໍ່ແມ່ນແຕ່​ເຜົ່າ​ທັງຫລາຍ​ໃນ​ຊາດ​ອິດສະຣາເອນ ທີ່​ເປັນ​ຂອງ​ພຣະເຈົ້າຢາເວ​ເທົ່ານັ້ນ; ແຕ່​ເມືອງເອກ​ຂອງ​ຊີເຣຍ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ມາລາກີ ບອກ​ປະຊາຊົນ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka