Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:32 - ພຣະຄຳພີສັກສິ

32 ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ທັງຫລາຍ​ຜູ້​ທີ່​ເລົ່າ​ຄວາມຝັນ​ຕ່າງໆ​ຂອງຕົນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄຳ​ຕົວະຍົວະ. ພວກເຂົາ​ເລົ່າ​ຄວາມຝັນ​ນັ້ນ ແລະ​ນຳ​ປະຊາຊົນ​ຂອງເຮົາ​ໃຫ້​ຫລົງ​ຜິດໄປ ດ້ວຍ​ຄຳ​ຕົວະຍົວະ ແລະ​ຄຳ​ໂອ້ອວດ​ຂອງ​ພວກເຂົາ. ເຮົາ​ບໍ່ໄດ້​ໃຊ້ ຫລື​ສັ່ງ​ພວກເຂົາ​ໄປ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຊ່ວຍເຫລືອ​ປະຊາຊົນ​ຫຍັງ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:32
24 Jak'a apnaqawi uñst'ayäwi  

ພວກເຈົ້າ​ປິດບັງ​ຄວາມໂງ່​ໄວ້ ດ້ວຍ​ຄຳຕົວະ​ຫລາຍຢ່າງ; ພວກເຈົ້າ​ເປັນ​ດັ່ງ​ນາຍໝໍ ທີ່​ປົວ​ຜູ້ໃດ​ໃຫ້​ຫາຍດີ​ບໍ່ໄດ້.


ພວກ​ໃຫ້​ກູ້ຢືມ​ເງິນ ກົດຂີ່​ປະຊາຊົນ​ຂອງເຮົາ ແລະ​ພວກເຈົ້າໜີ້​ກໍ​ສໍ້ໂກງ​ພວກເຂົາ. ປະຊາຊົນ​ຂອງເຮົາ​ເອີຍ ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ກຳລັງ​ນຳ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ເລີຍ​ວ່າ​ຄວນ​ລ້ຽວ​ໄປ​ທາງ​ໃດ​ດີ.


ຫົວ​ແມ່ນ​ຜູ້​ອາວຸໂສ​ກັບ​ຄົນ​ທີ່​ມີ​ກຽດ ສ່ວນ​ຫາງ​ນັ້ນ​ແມ່ນ​ພວກ​ຜູ້ທຳນວາຍ​ທີ່​ສັ່ງສອນ​ເລື່ອງ​ບໍ່ຈິງ.


ເຮົາ​ໄດ້​ເຫັນ​ບາບ​ຂອງ​ພວກ​ຜູ້ທຳນວາຍ ຄື​ຜູ້ທຳນວາຍ​ທີ່​ຊາມາເຣຍ​ໄດ້​ເຮັດ​ດັ່ງນີ້: ພວກເຂົາ​ກ່າວ​ໃນ​ນາມ​ຂອງ​ພະບາອານ ແລະ​ນຳ​ຄົນ​ຂອງເຮົາ​ໃຫ້​ຫລົງ​ຜິດ​ຍ້ອນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ແກ່​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ, “ຢ່າ​ສູ່ຟັງ​ສິ່ງ​ທີ່​ພວກ​ຜູ້ທຳນວາຍ​ເວົ້າ; ພວກເຂົາ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຫວັງ​ທີ່​ຈອມປອມ. ພວກເຂົາ​ບອກ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ປັ້ນແຕ່ງ​ຂຶ້ນມາເອງ ແຕ່​ບໍ່ແມ່ນ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


“ເຮົາ​ຮູ້​ສິ່ງ​ທີ່​ຜູ້ທຳນວາຍ​ເຫຼົ່ານັ້ນ​ໄດ້​ເວົ້າ​ຕົວະ​ໃນ​ນາມ​ຂອງເຮົາ; ແລະ​ອ້າງ​ວ່າ​ເຮົາ​ໄດ້​ມອບ​ຖ້ອຍຄຳ​ຂອງເຮົາ​ໃຫ້​ພວກເຂົາ​ທາງ​ຄວາມຝັນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ເຫຼົ່ານັ້ນ ທີ່​ປະກາດ​ຄຳເວົ້າ​ຂອງຕົນເອງ​ວ່າ ເປັນ​ຖ້ອຍຄຳ​ຂອງເຮົາ.”


ໃຫ້​ສົ່ງ​ຖ້ອຍຄຳ​ນີ້​ໄປ​ເຖິງ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ໃນ​ບາບີໂລນ​ທັງໝົດ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, ‘ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ ແລະ​ເຊື້ອສາຍ​ຂອງ​ລາວ​ທຸກຄົນ. ເຮົາ​ບໍ່ໄດ້​ໃຊ້​ລາວ​ກ່າວ, ແຕ່​ລາວ​ໄດ້​ຊັກຊວນ​ພວກເຈົ້າ​ໃຫ້​ວາງໃຈເຊື່ອ​ໃນ​ຄວາມຕົວະ,


ເບິ່ງດູ ພວກເຈົ້າ​ໄວ້ວາງໃຈ​ໃນ​ຄຳຫລອກລວງ​ຕ່າງໆ.


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.


ບັນດາ​ຜູ້ທຳນວາຍ​ຂາດ​ຄວາມ​ຮັບຜິດຊອບ​ແລະ​ສໍ້ໂກງ; ບັນດາ​ປະໂຣຫິດ​ຕ່າງ​ກໍ​ເຮັດ​ໃຫ້​ສິ່ງ​ສັກສິດ​ເປັນ​ມົນທິນ ແລະ​ບິດເບືອນ​ກົດບັນຍັດ​ຂອງ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ​ເອງ.


ປະຊາຊົນ​ປຶກສາ​ກັບ​ບັນດາ​ຮູບເຄົາຣົບ ແລະ​ໝໍດູ​ໝໍມໍ ແຕ່​ພວກມັນ​ໃຫ້​ຄຳຕອບ​ທີ່​ຕົວະ ແລະ​ຫລອກລວງ. ບາງຄົນ​ກໍ​ແກ້​ຄວາມຝັນ ແຕ່​ເປັນ​ຄຳຫລອກລວງ​ພວກເຈົ້າ​ເທົ່ານັ້ນ; ຄຳ​ເລົ້າໂລມ​ທີ່​ພວກມັນ​ໃຫ້​ພວກເຈົ້າ​ນັ້ນ​ບໍ່ມີ​ປະໂຫຍດ. ເພາະສະນັ້ນ ປະຊາຊົນ​ຈຶ່ງ​ຊັດເຊ​ພະເນຈອນ​ໄປ​ດັ່ງ​ຝູງແກະ. ພວກເຂົາ​ຕົກ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ຍ້ອນ​ບໍ່ມີ​ຜູ້​ນຳພາ.


ຢ່າ​ສົນ​ນຳ​ພວກເຂົາ​ເທາະ! ພວກເຂົາ​ເປັນ​ຄົນ​ຕາບອດ​ນຳ​ຄົນ​ຕາບອດ ແລະ​ເມື່ອ​ຄົນ​ຕາບອດ​ຈູງ​ຄົນ​ຕາບອດ​ໄປ ເຂົາ​ທັງສອງ​ກໍ​ຕົກລົງ​ໃນ​ຂຸມ.”


ເມື່ອ​ເຮົາ​ຕັ້ງໃຈ​ເຊັ່ນນີ້ ເຮົາ​ໄດ້​ປິ້ນ​ຄວາມ​ບໍ? ຫລື​ແຜນການ​ຂອງເຮົາ​ນັ້ນ ເຮັດ​ຕາມ​ແບບ​ຢ່າງ​ຊາວ​ໂລກ​ເຮັດ​ບໍ? ໂດຍ​ກ່າວ​ຄຳ​ວ່າ, “ເຈົ້າໆ” ແລະ ຄຳ​ວ່າ, “ບໍ່ໆ” ໃນ​ເວລາ​ດຽວກັນ.


ແຕ່​ຖ້າ​ຜູ້ທຳນວາຍ​ຜູ້ໃດ​ບັງ​ອາດ​ກ່າວ​ຖ້ອຍຄຳ​ໃນ​ນາມ​ຂອງ​ເຮົາ ເມື່ອ​ເຮົາ​ບໍ່ໄດ້​ສັ່ງ​ໃຫ້​ກ່າວ ຫລື​ກ່າວ​ໃນ​ນາມ​ຂອງ​ບັນດາ​ພະອື່ນ​ລາວ​ຕ້ອງ​ຕາຍ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka