Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:27 - ພຣະຄຳພີສັກສິ

27 ພວກເຂົາ​ຄິດວ່າ​ຄວາມຝັນ​ຊຶ່ງ​ພວກເຂົາ​ບອກ​ນັ້ນ ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ລືມ​ເຮົາ​ໄປ ດັ່ງ​ທີ່​ພໍ່​ຂອງ​ພວກເຂົາ​ໄດ້​ລືມໄລ​ເຮົາ ແລະ​ຫັນໄປ​ຫາ​ພະບາອານ​ນັ້ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:27
14 Jak'a apnaqawi uñst'ayäwi  

ເພິ່ນ​ສ້າງ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ​ຂຶ້ນ​ໃໝ່ ທີ່​ກະສັດ​ເຮເຊກີຢາ​ພໍ່​ຂອງ​ເພິ່ນ​ໄດ້​ທຳລາຍ​ໄປ​ແລ້ວ​ນັ້ນ; ເພິ່ນ​ສ້າງ​ແທ່ນບູຊາ​ສຳລັບ​ຂາບໄຫວ້​ພະບາອານ ແລະ​ສ້າງ​ຮູບ​ຂອງ​ເຈົ້າແມ່​ອາເຊຣາ​ດັ່ງ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ເຮັດ​ມາ​ນັ້ນ. ກະສັດ​ມານາເຊ​ຍັງ​ໄດ້​ຂາບໄຫວ້​ຕາເວັນ​ເດືອນ​ດາວ​ອີກ​ດ້ວຍ.


ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.


ແຕ່​ພວກເຂົາ​ຊໍ້າ​ດື້ດ້ານ ແລະ​ຂາບໄຫວ້​ຮູບ​ພະບາອານ ດັ່ງ​ພໍ່​ຂອງ​ພວກເຂົາ​ໄດ້​ສອນ​ໃຫ້​ພວກເຂົາ​ເຮັດ.


ແຕ່​ເອລີມາ (ຕາມ​ຊື່​ທີ່​ຄົນ​ເອີ້ນ​ເປັນ​ພາສາ​ກຣີກ) ໝໍ​ເວດມົນ​ຄາຖາ​ໄດ້​ຂັດຂວາງ​ທ່ານ​ທັງສອງ​ໄວ້ ໂດຍ​ພະຍາຍາມ​ຈະ​ແຍກ​ຜູ້​ປົກຄອງ ໃຫ້​ໜີ​ຫ່າງ​ຈາກ​ຄວາມເຊື່ອ.


“ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຢ່າ​ລົ້ມເລີກ​ທີ່​ຈະ​ເຊື່ອຟັງ​ກົດບັນຍັດ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນວັນນີ້.


ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ບໍ່ໄດ້​ກາຍເປັນ​ຄົນ​ຈອງຫອງ​ພອງຕົວ ແລະ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ນັ້ນ.


ຈົ່ງ​ຈົດຈຳ​ວ່າ ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ໃຫ້​ອຳນາດ​ແກ່​ພວກເຈົ້າ​ກາຍເປັນ​ຜູ້​ຮັ່ງມີ. ພຣະອົງ​ເຮັດ​ເຊັ່ນນີ້ ເພາະ​ພຣະອົງ​ຍັງ​ສັດຊື່​ຕໍ່​ພັນທະສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ອີກ​ຄັ້ງໜຶ່ງ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ໂດຍ​ຂາບໄຫວ້​ພະບາອານ​ກັບ​ເຈົ້າແມ່​ອັດສະຕາກ ແລະ​ບັນດາ​ພະ​ຂອງ​ຊາວ​ຊີເຣຍ, ຊີໂດນ, ໂມອາບ, ອຳໂມນ ແລະ​ຊາວ​ຟີລິດສະຕິນ​ດ້ວຍ. ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ແລະ​ເຊົາ​ນະມັດສະການ​ພຣະອົງ.


ປະຊາຊົນ​ອິດສະຣາເອນ​ໄດ້​ລືມໄລ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ພວກ​ຕົນ; ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ ແລະ​ຂາບໄຫວ້​ຮູບເຄົາຣົບ​ບາອານ​ແລະ​ເຈົ້າແມ່​ອາເຊຣາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka