ເຢເຣມີຢາ 23:26 - ພຣະຄຳພີສັກສິ26 ຜູ້ທຳນວາຍເຫຼົ່ານີ້ຍັງຈະນຳປະຊາຊົນຂອງເຮົາໄປໃນທາງຜິດ ດ້ວຍການຕົວະທີ່ພວກເຂົາແຕ່ງຂຶ້ນມານັ້ນອີກດົນປານໃດ? Uka jalj uñjjattʼäta |
ພຣະອົງໄດ້ເຫັນເຈົ້າເຮັດສິ່ງຕ່າງໆທີ່ພຣະອົງກຽດຊັງ. ພຣະອົງໄດ້ເຫັນເຈົ້າແລ່ນຕາມບັນດາພະຕ່າງຊາດທີ່ເທິງເນີນພູແລະທີ່ທົ່ງນາ ດັ່ງຊາຍຜູ້ໜຶ່ງທີ່ແລ່ນຕາມເມຍຂອງເພື່ອນບ້ານຢ່າງບ້າຕັນຫາ ຫລືດັ່ງມ້າຖືເຊີງແລ່ນຕາມມ້າໂຕແມ່ ຊາວນະຄອນເຢຣູຊາເລັມເອີຍ ເຄາະກຳເປັນຂອງພວກເຈົ້າສາແລ້ວ ເມື່ອໃດນໍພວກເຈົ້າຈຶ່ງຈະບໍຣິສຸດ?
ແຕ່ພຣະເຈົ້າຢາເວໄດ້ຕອບຄືນວ່າ, “ພວກຜູ້ທຳນວາຍກຳລັງໃຊ້ນາມຂອງເຮົາກ່າວຖ້ອຍຄຳບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະບໍ່ໄດ້ສັ່ງ ຫລືເວົ້າແມ່ນແຕ່ຄຳດຽວກັບພວກເຂົາ. ນິມິດທັງຫລາຍທີ່ພວກເຂົາເວົ້າເຖິງນັ້ນບໍ່ໄດ້ມາຈາກເຮົາ ການທຳນວາຍຂອງພວກເຂົາບໍ່ມີປະໂຫຍດ ແລະເປັນສິ່ງທີ່ພວກເຂົາຄິດຝັນເອົາເອງ.