Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:25 - ພຣະຄຳພີສັກສິ

25 “ເຮົາ​ຮູ້​ສິ່ງ​ທີ່​ຜູ້ທຳນວາຍ​ເຫຼົ່ານັ້ນ​ໄດ້​ເວົ້າ​ຕົວະ​ໃນ​ນາມ​ຂອງເຮົາ; ແລະ​ອ້າງ​ວ່າ​ເຮົາ​ໄດ້​ມອບ​ຖ້ອຍຄຳ​ຂອງເຮົາ​ໃຫ້​ພວກເຂົາ​ທາງ​ຄວາມຝັນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:25
24 Jak'a apnaqawi uñst'ayäwi  

ຄືນ​ໜຶ່ງ ໂຢເຊັບ​ຝັນ ເມື່ອ​ລາວ​ເລົ່າ​ຄວາມຝັນ​ສູ່​ພວກ​ອ້າຍ​ຟັງ ພວກເຂົາ​ແຮ່ງ​ກຽດຊັງ​ລາວ​ຫລາຍ​ຂຶ້ນ.


ແລ້ວ​ໂຢເຊັບ​ກໍ​ຝັນ​ອີກ ແລະ​ເລົ່າ​ຄວາມຝັນ​ສູ່​ພວກ​ອ້າຍ​ຟັງ​ຕື່ມ​ວ່າ, “ຂ້ອຍ​ຝັນ​ອີກ. ຂ້ອຍ​ຝັນ​ເຫັນ​ຕາເວັນ, ເດືອນ ແລະ​ດວງດາວ​ສິບເອັດ​ດວງ​ກົ້ມຂາບ​ຂ້ອຍ.”


ພຣະອົງ​ຮູ້​ທຸກໆສິ່ງ​ທີ່​ຂ້ານ້ອຍ​ກະທຳ​ໄປ ເຖິງ​ວ່າ​ຢູ່​ໄກແສນໄກ ກໍ​ເຂົ້າໃຈ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.


ຂ້າແດ່​ພຣະເຈົ້າຢາເວ ແມ່ນ​ວ່າ​ກ່ອນ​ທີ່​ຂ້ານ້ອຍ​ເວົ້າ​ຄຳ​ໃດໆ​ອອກ​ມາ ພຣະອົງ​ກໍ​ຮູ້​ລ່ວງໜ້າ​ສິ່ງ​ທີ່​ຂ້ານ້ອຍ​ຈະ​ເວົ້າ​ນັ້ນ.


ພຣະອົງ​ໄດ້​ເຫັນ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ກຽດຊັງ. ພຣະອົງ​ໄດ້​ເຫັນ​ເຈົ້າ​ແລ່ນ​ຕາມ​ບັນດາ​ພະ​ຕ່າງຊາດ​ທີ່​ເທິງ​ເນີນພູ​ແລະ​ທີ່​ທົ່ງນາ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແລ່ນຕາມ​ເມຍ​ຂອງ​ເພື່ອນບ້ານ​ຢ່າງ​ບ້າ​ຕັນຫາ ຫລື​ດັ່ງ​ມ້າ​ຖືເຊີງ​ແລ່ນຕາມ​ມ້າ​ໂຕ​ແມ່ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ເມື່ອໃດ​ນໍ​ພວກເຈົ້າ​ຈຶ່ງ​ຈະ​ບໍຣິສຸດ?


ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ຄືນ​ວ່າ, “ພວກ​ຜູ້ທຳນວາຍ​ກຳລັງ​ໃຊ້​ນາມ​ຂອງເຮົາ​ກ່າວ​ຖ້ອຍຄຳ​ບໍ່ຈິງ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ໄປ ແລະ​ບໍ່ໄດ້​ສັ່ງ ຫລື​ເວົ້າ​ແມ່ນແຕ່​ຄຳດຽວ​ກັບ​ພວກເຂົາ. ນິມິດ​ທັງຫລາຍ​ທີ່​ພວກເຂົາ​ເວົ້າເຖິງ​ນັ້ນ​ບໍ່ໄດ້​ມາ​ຈາກ​ເຮົາ ການ​ທຳນວາຍ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ ແລະ​ເປັນ​ສິ່ງ​ທີ່​ພວກເຂົາ​ຄິດຝັນ​ເອົາເອງ.


ເຮົາ​ເຫັນ​ທຸກໆ​ສິ່ງ​ທີ່​ພວກເຂົາ​ເຮັດ. ບໍ່ມີ​ສິ່ງໃດ​ປິດບັງ​ຈາກ​ເຮົາ​ໄປ​ໄດ້. ບາບ​ຂອງ​ພວກເຂົາ​ຫລົບຫລີກ​ຈາກ​ສາຍຕາ​ຂອງເຮົາ​ບໍ່ໄດ້​ດອກ.


ຜູ້ທຳນວາຍ​ທີ່​ໄດ້​ຝັນ​ກໍ​ຄວນ​ກ່າວ​ວ່າ ເປັນ​ແຕ່​ຄວາມຝັນ​ເທົ່ານັ້ນ; ແຕ່​ຜູ້ທຳນວາຍ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ກໍ​ຕ້ອງ​ປະກາດ​ຖ້ອຍຄຳ​ນັ້ນ​ຢ່າງ​ສັດຊື່. ເຟືອງເຂົ້າ​ຈະ​ປຽບ​ກັບ​ເຂົ້າ​ໄດ້​ບໍ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຮັບ​ຟັງ​ສິ່ງ​ທີ່​ເຮົາ​ກ່າວ ເຮົາ​ຕໍ່ສູ້​ຜູ້ທຳນວາຍ​ທັງຫລາຍ​ຜູ້​ທີ່​ເລົ່າ​ຄວາມຝັນ​ຕ່າງໆ​ຂອງຕົນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄຳ​ຕົວະຍົວະ. ພວກເຂົາ​ເລົ່າ​ຄວາມຝັນ​ນັ້ນ ແລະ​ນຳ​ປະຊາຊົນ​ຂອງເຮົາ​ໃຫ້​ຫລົງ​ຜິດໄປ ດ້ວຍ​ຄຳ​ຕົວະຍົວະ ແລະ​ຄຳ​ໂອ້ອວດ​ຂອງ​ພວກເຂົາ. ເຮົາ​ບໍ່ໄດ້​ໃຊ້ ຫລື​ສັ່ງ​ພວກເຂົາ​ໄປ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຊ່ວຍເຫລືອ​ປະຊາຊົນ​ຫຍັງ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ກຳລັງ​ລໍ້ລວງ​ພວກເຈົ້າ ແລະ​ຈະ​ກໍ່ເຫດ​ໃຫ້​ພວກເຈົ້າ​ຖືກ​ຈັບ​ໄປ​ຈາກ​ປະເທດ​ຂອງ​ພວກເຈົ້າ. ເຮົາ​ຈະ​ຂັບໄລ່​ພວກເຈົ້າ​ອອກໄປ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ.


ພຣະເຈົ້າຢາເວ​ເອງ​ກ່າວ​ວ່າ​ພຣະອົງ​ບໍ່ໄດ້​ໃຊ້​ພວກເຂົາ​ມາ ແລະ​ກ່າວ​ວ່າ​ພວກເຂົາ​ກຳລັງ​ຕົວະ​ທ່ານ​ໂດຍ​ໃຊ້​ນາມ​ຂອງ​ພຣະອົງ. ເພາະສະນັ້ນ ພຣະອົງ​ຈຶ່ງ​ຈະ​ຂັບໄລ່​ທ່ານ​ໃຫ້​ອອກ​ໄປ ແລະ​ທ່ານ​ຈະ​ຖືກ​ຂ້າ ຄື​ທ່ານ​ກັບ​ບັນດາ​ຜູ້ທຳນວາຍ​ທີ່​ກຳລັງ​ເວົ້າ​ຄຳຕົວະ​ເຫຼົ່ານີ້.”


ຊາຕາກຳ​ຂອງ​ພວກເຂົາ​ເປັນ​ເຊັ່ນນີ້ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ ຄື​ພວກເຂົາ​ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແລະ​ໄດ້​ເວົ້າຕົວະ​ໃນ​ນາມ​ຂອງ​ເຮົາ ທີ່​ເຮົາ​ບໍ່ໄດ້​ສັ່ງ​ໄວ້​ແກ່​ພວກເຂົາ. ເຮົາ​ຮູ້ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ເຮົາ​ກໍ​ເປັນ​ພະຍານ​ຕໍ່ສູ້​ໃນເລື່ອງນີ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.


ເຮົາ​ໄດ້​ຟັງ​ພວກເຈົ້າ​ຢ່າງ​ຕັ້ງໃຈ ແຕ່​ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ. ບໍ່ມີ​ຜູ້ໃດ​ເລີຍ​ໃນ​ພວກເຈົ້າ​ເສຍໃຈ​ຕໍ່​ບາບ​ທີ່​ຕົນ​ໄດ້​ເຮັດ; ບໍ່ມີ​ຜູ້ໃດ​ເລີຍ​ຖາມ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ?’ ທຸກຄົນ​ຕ່າງ​ກໍ​ເຮັດ​ໄປ​ຕາມ​ທາງ​ຂອງ​ຕົນເອງ ດັ່ງ​ມ້າ​ໂຕໜຶ່ງ​ທີ່​ກຳລັງ​ແລ່ນ​ເຂົ້າ​ສູ່​ສະໜາມຮົບ.


ຜູ້ທຳນວາຍ​ຂອງ​ພວກເຈົ້າ​ບໍ່ມີ​ຫຍັງ​ກ່າວ​ຈາ ນອກຈາກ​ກ່າວ​ຄຳ​ຫລອກລວງ​ເທົ່ານັ້ນ; ພວກເຂົາ​ເທດສະໜາ​ຫລອກລວງ​ບອກ​ວ່າ, ການບາບ​ເຈົ້າ​ບໍ່ມີ ພວກເຂົາ​ໃຫ້​ເຈົ້າ​ຄິດວ່າ​ບໍ່​ຈຳເປັນ​ຕ້ອງ​ກັບໃຈໃໝ່.


ພວກ​ຜູ້ທຳນວາຍ​ໄດ້​ເຊື່ອງ​ບາບ​ເຫຼົ່ານີ້​ໄວ້ ເໝືອນ​ຄົນ​ໜຶ່ງ​ທີ່​ໃຊ້​ປູນຂາວ​ໂອບ​ບ່ອນ​ທີ່​ກຳແພງ​ແຕກ. ພວກເຂົາ​ເຫັນ​ນິມິດ​ແລະ​ການ​ທຳນວາຍ​ອັນ​ຈອມປອມ. ພວກເຂົາ​ອ້າງ​ວ່າ ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້’ ໃນ​ເມື່ອ​ພຣະເຈົ້າຢາເວ​ບໍ່ໄດ້​ກ່າວ​ຫຍັງ​ເລີຍ.


ແລ້ວ​ເຮົາ​ຈະ​ເທ​ວິນຍານ​ຂອງເຮົາ​ແກ່​ຄົນ​ທັງປວງ ລູກ​ຊາຍ​ຍິງ​ພວກເຈົ້າ​ຈະ​ປະກາດ​ພຣະທຳ​ຂອງເຮົາ​ໄດ້; ສ່ວນ​ຜູ້ເຖົ້າ​ຈະ​ຝັນ​ເຫັນ​ສິ່ງ​ຕ່າງໆນາໆ ແລະ​ຊາຍໜຸ່ມ​ຍິງສາວ​ກໍ​ຈະ​ເຫັນ​ນິມິດ​ຕ່າງໆ.


ແລ້ວ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຍັງ​ທຳນວາຍ​ຕໍ່ໄປ ພໍ່​ແລະ​ແມ່​ຂອງ​ຜູ້ນັ້ນ​ກໍ​ຈະ​ບອກ​ວ່າ, ລາວ​ຈະ​ຖືກ​ປະຫານ​ຊີວິດ​ຍ້ອນ​ລາວ​ເວົ້າ​ຕົວະ​ໃນນາມ​ຂອງ​ພຣະເຈົ້າຢາເວ; ເມື່ອ​ລາວ​ທຳນວາຍ​ນັ້ນ ພໍ່​ແມ່​ຂອງ​ລາວ​ຈະ​ຕົບຕີ​ລາວ​ຈົນ​ຕາຍ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


ແຕ່​ໃນ​ຂະນະ​ທີ່​ໂຢເຊັບ​ຄິດເຖິງ​ເລື່ອງ​ນີ້​ຢູ່ ກໍ​ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ປາກົດ​ຕໍ່​ລາວ​ໃນ​ຄວາມ​ຝັນ ແລະ​ກ່າວ​ວ່າ, “ໂຢເຊັບ ລູກ​ດາວິດ​ເອີຍ ຢ່າ​ສູ່​ຢ້ານ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ ການ​ທີ່​ມາຣີ​ຕັ້ງ​ທ້ອງ​ນັ້ນ​ກໍ​ມີ​ໂດຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ດັ່ງນັ້ນ ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ເວົ້າ​ໃນ​ບ່ອນ​ມືດ ຈະ​ມີ​ຄົນ​ໄດ້ຍິນ​ທົ່ວ​ໄປ​ໃນ​ບ່ອນ​ແຈ້ງ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ໄດ້​ຊິ່ມ​ໃສ່​ຫູ​ຄົນ​ຢູ່​ໃນ​ຫ້ອງ​ທີ່​ປິດ​ໄວ້ ຈະ​ມີ​ຄົນ​ຮ້ອງ​ປະກາດ​ຢູ່​ເທິງ​ຫລັງຄາ​ເຮືອນ.”


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka