24 ພຣະເຈົ້າຢາເວໄດ້ກ່າວວ່າ, “ບໍ່ມີຜູ້ໃດຫລົບລີ້ຈາກສາຍຕາຂອງເຮົາໄປໄດ້. ພວກເຈົ້າບໍ່ຮູ້ຫລືວ່າ ເຮົາຢູ່ທຸກໆບ່ອນທັງໃນສະຫວັນ ແລະທີ່ແຜ່ນດິນໂລກ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ນາງຮາກາຈຶ່ງຖາມຕົນເອງວ່າ, “ຂ້ອຍໄດ້ເຫັນພຣະເຈົ້າ ແລະມີຊີວິດຢູ່ເພື່ອເວົ້າເຖິງເລື່ອງນີ້ແທ້ບໍ?” ດັ່ງນັ້ນ ນາງຈຶ່ງເອີ້ນພຣະເຈົ້າຢາເວຜູ້ທີ່ໄດ້ກ່າວແກ່ນາງວ່າ, “ພຣະເຈົ້າຜູ້ເຫັນໄດ້.”
ໂອພຣະເຈົ້າເອີຍ ແຕ່ພຣະອົງຢາກຢູ່ໃນແຜ່ນດິນໂລກນີ້ແທ້ບໍ? ແມ່ນແຕ່ຟ້າສະຫວັນທັງໝົດກໍບໍ່ໃຫຍ່ພໍທີ່ຈະຮັບພຣະອົງໄດ້ ແລ້ວພຣະວິຫານທີ່ຂ້ານ້ອຍສ້າງນີ້ຈະໃຫຍ່ພຽງພໍສຳລັບພຣະອົງໄດ້ຢ່າງໃດ?
ແຕ່ທີ່ຈິງແລ້ວ ບໍ່ມີຜູ້ໃດສ້າງວິຫານອັນໃຫຍ່ໂຕສຳລັບພຣະອົງໄດ້ ເພາະແມ່ນແຕ່ສະຫວັນແລະສະຫວັນທີ່ສູງສຸດກໍຮອງຮັບພຣະອົງບໍ່ໄດ້. ຂ້າພະເຈົ້າຈະສ້າງພຣະວິຫານໃຫ້ພຣະອົງໄດ້ຢ່າງໃດ ນອກຈາກຈະສ້າງບ່ອນເຜົາເຄື່ອງຫອມຖວາຍແກ່ພຣະອົງເທົ່ານັ້ນ.
ແຕ່ພຣະເຈົ້າເອີຍ ພຣະອົງສະຖິດຢູ່ເທິງແຜ່ນດິນໂລກທ່າມກາງມະນຸດໄດ້ແທ້ບໍ? ແມ່ນແຕ່ສະຫວັນແລະສະຫວັນທີ່ສູງສຸດກໍບໍ່ໃຫຍ່ພໍທີ່ຈະຮັບພຣະອົງໄດ້; ສະນັ້ນ ວິຫານທີ່ຂ້ານ້ອຍໄດ້ສ້າງນີ້ຈະໃຫຍ່ພໍສຳລັບພຣະອົງໄດ້ຢ່າງໃດ?
ທີ່ຈິງ ພຣະອົງເຝົ້າເບິ່ງການກະທຳຂອງທຸກຄົນ ຂີດໝາຍການເດີນໄປຂອງມະນຸດທຸກບາດກ້າວ.
ບໍ່ມີຄວາມມືດອັນໃດທີ່ຈະມືດໜາຫລາຍ ພໍທີ່ຈະປິດບັງຄົນບາບໜາຈາກພຣະເຈົ້າໄວ້ໄດ້.
ຄົນຊົ່ວຮ້າຍໄດ້ຄິດໃນໃຈວ່າ, “ພຣະເຈົ້າລືມແລ້ວ ພຣະອົງປິດຕາຂອງພຣະອົງໄວ້ ແລະກໍຈະບໍ່ເຫັນເລີຍ.”
ຂ້ານ້ອຍຈະປົບໜີຈາກພຣະອົງໄປທາງໃດ? ຈະໜີໄປໃສເພື່ອຫລີກຈາກສາຍຕາຂອງພຣະອົງໄດ້?
ຖ້າຂຶ້ນໄປທີ່ຟ້າສະຫວັນ ພຣະອົງກໍຢູ່ທີ່ນັ້ນແລ້ວເດ ຖ້າລົງໄປໃນພິພົບຄົນຕາຍ ພຣະອົງກໍຢູ່ທີ່ນັ້ນດ້ວຍ.
ຂໍໃຫ້ສິ່ງທັງໝົດເຫຼົ່ານີ້ ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວ ເພາະພຣະນາມຂອງພຣະອົງຍິ່ງໃຫຍ່ກວ່ານາມໃດໆທັງສິ້ນ. ສະຫງ່າຣາສີຂອງພຣະອົງສູງສົ່ງເໜືອແຜ່ນດິນໂລກ ແລະທັງຢູ່ເໜືອຟ້າສະຫວັນ.
ພຣະອົງເປີດເຜີຍການບາບຂອງພວກຂ້ານ້ອຍຕໍ່ໜ້າພຣະອົງ ຄືການບາບອັນລັບລີ້ຊຶ່ງພຣະອົງເຫັນໄດ້.
ທຸກເຫດການທີ່ເກີດຂຶ້ນພຣະເຈົ້າຢາເວຮູ້ເຫັນ ພຣະອົງເປັນຜູ້ເຝົ້າເບິ່ງທັງຄົນດີແລະຄົນຊົ່ວດ້ວຍ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກທີ່ຊອກປິດບັງແຜນການຂອງພວກຕົນໄວ້ຈາກພຣະເຈົ້າຢາເວ. ພວກເຂົາເຮັດຕາມແຜນການຂອງຕົນເອງໃນທີ່ລັບລີ້ ແລະຄິດວ່າບໍ່ມີຜູ້ໃດຮູ້ເຫັນພວກຕົນກຳລັງເຮັດຢູ່.
ເຮົາເປັນພຣະເຈົ້າອົງສູງສຸດ, ອົງບໍຣິສຸດ, ແລະອົງຊົງຊີວິດຢູ່ຕະຫລອດໄປ. ເຮົາຢູ່ໃນສະຖານທີ່ສູງສຸດແລະບໍຣິສຸດ; ແຕ່ເຮົາຢູ່ນຳປະຊາຊົນຜູ້ທີ່ຖ່ອມໃຈແລະຜູ້ທີ່ກັບໃຈໃໝ່ ເພື່ອວ່າເຮົາຈະໄດ້ຟື້ນຟູຈິດວິນຍານ ແລະຄວາມຫວັງຂອງພວກເຂົາຂຶ້ນໃໝ່.
ພຣະເຈົ້າຢາເວກ່າວວ່າ, “ສະຫວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງຫໍໂຮງຊະນິດໃດສຳລັບເຮົາ ຈະສ້າງວັງຊະນິດໃດໃຫ້ເຮົາຢູ່?
ເຮົາເຫັນທຸກໆສິ່ງທີ່ພວກເຂົາເຮັດ. ບໍ່ມີສິ່ງໃດປິດບັງຈາກເຮົາໄປໄດ້. ບາບຂອງພວກເຂົາຫລົບຫລີກຈາກສາຍຕາຂອງເຮົາບໍ່ໄດ້ດອກ.
ພຣະອົງວາງແຜນໄດ້ດີເລີດ ແລະເຮັດສິ່ງຕ່າງໆດ້ວຍຣິດອຳນາດ. ພຣະອົງເຫັນທຸກໆສິ່ງທີ່ມະນຸດເຮັດ ແລະພຣະອົງໃຫ້ບຳເໜັດຕາມການກະທຳຂອງພວກເຂົາ.
ແຕ່ເຮົາ ໄດ້ປຸ້ນເອົານຳເຊື້ອສາຍຂອງເອຊາວຈົນໝົດກ້ຽງ ພ້ອມທັງໄດ້ເປີດເຜີຍບ່ອນທີ່ພວກເຂົາຫລົບລີ້ ເພື່ອວ່າພວກເຂົາຈະຫລົບລີ້ບໍ່ໄດ້ອີກຕໍ່ໄປ. ປະຊາຊົນເອໂດມທັງໝົດຖືກທຳລາຍແລ້ວ. ບໍ່ມີຜູ້ໜຶ່ງຜູ້ໃດໃນພວກເຂົາເຫຼືອຢູ່ເລີຍ.
ພຣະອົງຈຶ່ງຖາມຂ້າພະເຈົ້າວ່າ, “ມະນຸດເອີຍ ເຈົ້າເຫັນບໍ ສິ່ງທີ່ບັນດາຜູ້ນຳຂອງຊາດອິດສະຣາເອນກຳລັງເຮັດຢູ່ຢ່າງລັບລີ້ນັ້ນ? ແຕ່ລະຄົນກໍມີບ່ອນຂາບໄຫວ້ຮູບເຄົາຣົບຂອງຕົນ. ການແກ້ຕົວຂອງພວກເຂົາຄື: ‘ພຣະເຈົ້າຢາເວບໍ່ເຫັນພວກເຮົາດອກ ພຣະເຈົ້າຢາເວໄດ້ປະຖິ້ມປະເທດຂອງເຮົາສາແລ້ວ.”’
ແລ້ວພຣະອົງກໍຕອບວ່າ, “ປະຊາຊົນອິດສະຣາເອນ ແລະຢູດາໄດ້ເຮັດຜິດ ເພາະການບາບອັນຮ້າຍແຮງ. ພວກເຂົາໄດ້ຂ້າຄົນທົ່ວທັງດິນແດນ ແລະເຮັດໃຫ້ນະຄອນເຢຣູຊາເລັມເຕັມໄປດ້ວຍຄາດຕະກອນ. ພວກເຂົາເວົ້າວ່າ ‘ພຣະເຈົ້າຢາເວໄດ້ປະຖິ້ມປະເທດຂອງພວກເຮົາ ພຣະເຈົ້າຢາເວບໍ່ຮູ້ເຫັນສິ່ງໃດ.’
ພຣະອົງເປີດເຜີຍສິ່ງເລິກລັບທັງຫລາຍ ຮູ້ທຸກຢ່າງທຸກແນວທີ່ຖືກປິດບັງໄວ້ ແມ່ນແຕ່ສິ່ງນີ້ຖືກປິດບັງໄວ້ໃນທີ່ມືດກໍຕາມ ແສງແຈ້ງໃສກໍອ້ອມຮອບພຣະອົງໄວ້ທຸກດ້ານ.
ພຣະອົງຖືວ່າຄົນໃນໂລກນີ້ບໍ່ມີຫຍັງໝົດ ຕ່າງກໍບໍ່ມີຄຸນຄ່າບໍ່ມີຫຍັງທັງນັ້ນ; ມະນຸດໃນໂລກ ແລະເທວະດາເທິງສະຫວັນ ກໍຢູ່ໃຕ້ການປົກຄອງຂອງພຣະອົງທັງນັ້ນ. ບໍ່ມີຜູ້ໃດສາມາດຂັດຂວາງພຣະປະສົງ ຫລືສອບຖາມເຖິງສິ່ງທີ່ພຣະອົງຊົງກະທຳ.
ຊຶ່ງເປັນພຣະກາຍຂອງພຣະອົງ ຊຶ່ງເຕັມບໍຣິບູນດ້ວຍພຣະອົງ ຜູ້ຊົງເຕັມໃນທຸກຫົນທຸກແຫ່ງທົ່ວສັບພະທຸກສິ່ງ.
ແລະໃນທຸກສິ່ງທີ່ໄດ້ຖືກສ້າງຂຶ້ນນັ້ນ ບໍ່ມີສິ່ງໃດຖືກບັງລັບໄວ້ຈາກພຣະພັກພຣະອົງໄດ້ ແຕ່ທຸກສິ່ງໄດ້ປາກົດແຈ້ງຕໍ່ສາຍຕາຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງໃຫ້ການນັ້ນ.