Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:22 - ພຣະຄຳພີສັກສິ

22 ຖ້າ​ພວກເຂົາ​ຮູ້​ຄວາມ​ນຶກຄິດ​ອັນ​ລຶກລັບ​ຂອງເຮົາ​ແລ້ວ ພວກເຂົາ​ກໍ​ຄວນ​ປະກາດ​ຖ້ອຍຄຳ​ຂອງເຮົາ​ໃຫ້​ປະຊາຊົນ​ຂອງເຮົາ​ຟັງ ແລະ​ນຳພາ​ພວກເຂົາ​ໃຫ້​ປະຖິ້ມ​ການ​ດຳລົງ​ຊີວິດ​ອັນ​ບໍ່​ດີ​ແລະ​ຊົ່ວຊ້າ ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:22
18 Jak'a apnaqawi uñst'ayäwi  

ແຕ່​ຜູ້ທຳນວາຍ​ຊາວ​ເຢຣູຊາເລັມ​ເຮັດ​ຊົ່ວ ໂດຍ​ມົວ​ຫລິ້ນຊູ້​ເວົ້າ​ຕົວະຍົວະ​ຜິດ​ຊາຍຍິງ; ພວກເຂົາ​ສົ່ງເສີມ​ປະຊາຊົນ​ໃຫ້​ເຮັດ​ໄປ​ໃນ​ທາງ​ຜິດ ເພື່ອ​ຈະ​ບໍ່​ໃຫ້​ມີ​ຜູ້ໃດ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ​ໄດ້. ສຳລັບ​ເຮົາ​ແລ້ວ​ພວກເຂົາ​ຊົ່ວຊ້າ​ກັນ​ທັງໝົດ ເທົ່າ​ກັບ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ພຸ້ນ.


ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, “ໃນ​ພວກ​ຜູ້ທຳນວາຍ​ເຫຼົ່ານີ້ ບໍ່ມີ​ຜູ້ໃດ​ທີ່​ເຄີຍ​ໄດ້​ຮູ້ຈັກ​ຄວາມຄິດ​ອັນ​ລຶກລັບ​ຂອງ​ພຣະເຈົ້າຢາເວ. ໃນ​ພວກເຂົາ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້ຍິນ ຫລື​ໄດ້​ເຂົ້າໃຈ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ຫລື​ເຄີຍ​ໄດ້​ຟັງ ຫລື​ເຄີຍ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.


ບາງທີ ເມື່ອ​ປະຊາຊົນ​ຢູດາ​ໄດ້ຍິນ​ເລື່ອງ​ການທຳລາຍ ທີ່​ເຮົາ​ຕັ້ງໃຈ​ຈະ​ນຳ​ມາ​ສູ່​ພວກເຂົາ​ນັ້ນ ພວກເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວຮ້າຍ​ກໍໄດ້. ແລ້ວ​ເຮົາ​ກໍ​ຈະ​ຍົກໂທດ​ຄວາມ​ຊົ່ວຮ້າຍ ແລະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.”


ຂ້ານ້ອຍ​ໄດ້​ຖາມ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ດິນແດນ​ນີ້​ຈຶ່ງ​ຖືກ​ທຳລາຍ ແລະ​ແຫ້ງແລ້ງ​ດັ່ງ​ຖິ່ນ​ທຸລະກັນດານ ຈົນ​ວ່າ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ຜ່ານ​ໄປມາ​ເລີຍ? ຜູ້ໃດ​ແດ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງນີ້​ໄດ້? ພຣະອົງ​ໄດ້​ອະທິບາຍ​ໃຫ້​ຜູ້ໃດ​ຟັງ​ແດ່ ເພື່ອ​ລາວ​ຈະ​ບອກ​ຄົນອື່ນ​ໃຫ້​ຮູ້​ໄດ້?”


ດ້ວຍ​ການຕົວະ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ຄົນ​ຊອບທຳ​ໝົດ​ກຳລັງໃຈ ຄື​ຄົນ​ທີ່​ເຮົາ​ບໍ່​ຕ້ອງການ​ທຳຮ້າຍ. ພວກເຈົ້າ​ປ້ອງກັນ​ຄົນຊົ່ວ​ໄວ້​ບໍ່​ໃຫ້​ພວກເຂົາ​ປະຖິ້ມ​ຄວາມຊົ່ວ ແລະ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຂົາ​ໄວ້.


ພວກເຂົາ​ບໍ່ໄດ້​ເຝົ້າເບິ່ງ​ບ່ອນ​ທີ່​ກຳແພງ​ຫລຸ ແລະ​ບໍ່ໄດ້​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່; ສະນັ້ນ ຊາດ​ອິດສະຣາເອນ ຈຶ່ງ​ບໍ່​ສາມາດ​ປ້ອງກັນ ເມື່ອ​ເສິກ​ມາເຖິງ​ໃນ​ວັນ​ຂອງ​ພຣະເຈົ້າຢາເວ.


ແຕ່​ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ກຳລັງ​ບອກ​ຊາວ​ອິດສະຣາເອນ​ວ່າ, ເຮົາ​ຈະ​ຕັດສິນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ. ຈົ່ງ​ຫັນໜີ​ຈາກ​ການ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ນັ້ນ​ສາ ແລະ​ຢ່າ​ປ່ອຍ​ໃຫ້​ການບາບ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ​ທຳລາຍ​ພວກເຈົ້າ.


ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ. ຈົ່ງ​ຈຳ​ໄວ້​ວ່າ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ.


“ມະນຸດ​ເອີຍ ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຈະ​ຖ່າຍທອດ​ຄຳ​ຕັກເຕືອນ​ທີ່​ເຮົາ​ໃຫ້​ເຈົ້າ​ສູ່​ພວກເຂົາ​ຟັງ.


ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.


‘ຢ່າ​ສູ່​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ນານ​ມາ​ແລ້ວ​ບັນດາ​ຜູ້ທຳນວາຍ​ໄດ້​ບອກ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ບອກ​ພວກເຈົ້າ​ບໍ່​ໃຫ້​ດຳເນີນ​ຊີວິດ​ໃນ​ທາງ​ຊົ່ວຊ້າ​ແລະ​ໃນ​ທາງ​ບາບ​ຕໍ່ໄປ.’ ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ໄດ້​ສອນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ບໍ່ໄດ້​ສອນ​ສິ່ງ​ທີ່​ຜິດ. ພວກເຂົາ​ໄດ້​ດຳເນີນ​ຊີວິດ​ທີ່​ຮວມເຂົ້າ​ກັບ​ເຮົາ​ຢ່າງ​ສະໜິດ; ພວກເຂົາ​ບໍ່ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເທົ່ານັ້ນ, ແຕ່​ພວກເຂົາ​ຍັງ​ໄດ້​ຊ່ວຍ​ຄົນອື່ນໆ ຕັ້ງ​ຫລວງຫລາຍ​ໃຫ້​ເຊົາ​ເຮັດ​ຊົ່ວ.


ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.


ດ້ວຍເຫດນີ້ ຢ່າ​ໃຫ້​ພວກເຮົາ​ຫລັບ​ຢູ່​ເໝືອນ​ດັ່ງ​ຄົນອື່ນ, ແຕ່​ໃຫ້​ພວກເຮົາ​ເຝົ້າ​ລະວັງ​ຢູ່ ແລະ​ຢ່າ​ເມົາມົວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka