ເຢເຣມີຢາ 23:2 - ພຣະຄຳພີສັກສິ2 ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນທີ່ມີກ່າວເຖິງບັນດາພວກຜູ້ລ້ຽງແກະ ຄືຜູ້ມີໜ້າທີ່ລ້ຽງດູປະຊາຊົນຂອງພຣະອົງວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູປະຊາຊົນຂອງເຮົາ; ພວກເຈົ້າໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ແລະຂັບໄລ່ພວກເຂົາໃຫ້ໜີໄປ ແລະບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.