Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:19 - ພຣະຄຳພີສັກສິ

19 ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ພະຍຸ​ໃຫຍ່ ຄື​ລົມ​ແຮງ​ທີ່​ຈະ​ພັດ​ກະໜໍ່າ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຮ້າຍ

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:19
19 Jak'a apnaqawi uñst'ayäwi  

ກ່ອນ​ທີ່​ພວກເຂົາ​ຈະ​ຮູ້​ເຖິງ​ການ​ນີ້ ພວກເຂົາ​ໄດ້​ຖືກ​ຕັດ​ຖິ້ມ​ດັ່ງ​ຕົ້ນຫຍ້າ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ພຣະອົງ​ຈະ​ເປົ່າ​ພວກເຂົາ​ອອກ​ໜີໄປ ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ນັ້ນ.


ເມື່ອ​ຄວາມຢ້ານ​ອັນ​ໃຫຍ່​ມາ​ກະທົບ​ເຈົ້າ​ດັ່ງ​ລົມພະຍຸ​ກ້າ ໂດຍ​ນຳ​ເອົາ​ຄວາມ​ທຸກຮ້ອນ​ອັນ​ໂຫດຫ້ຽມ​ດັ່ງ​ລົມ​ຫົວກຸດ ເຈົ້າ​ກໍ​ຈະ​ໄດ້​ຮັບ​ຄວາມ​ເຈັບປວດ​ແລະ​ຄວາມ​ທຸກ​ລຳບາກ.


ເມື່ອ​ລົມພະຍຸ​ພັດ​ຜ່ານ ຄົນຊົ່ວຮ້າຍ​ກໍ​ຖືກ​ພັດ​ໄປ, ແຕ່​ຄົນ​ສັດຊື່​ປອດໄພ​ຢູ່​ເລື້ອຍໆ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ບາບີໂລນ. ໄພພິບັດ​ຈະ​ມາ​ຈາກ​ດິນແດນ​ທີ່​ໜ້າຢ້ານກົວ​ຫລາຍ ດັ່ງ​ລົມ​ບ້າໝູ​ພັດ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ.


ຄົນ​ເຫຼົ່ານັ້ນ​ເປັນ​ດັ່ງ​ຕົ້ນໄມ້​ນ້ອຍໆ​ທັງຫລາຍ ທີ່​ຫາ​ກໍ່​ປູກ​ໃໝ່ ແລະ​ຮາກ​ຫາ​ກໍ່​ຢັ່ງລົງ​ດິນ​ເທົ່ານັ້ນ. ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ລົມ​ພັດ​ຜ່ານ​ກາຍມາ ມັນ​ກໍ​ຫ່ຽວແຫ້ງ​ທັນທີ ແລະ​ຖືກ​ພັດ​ໄປ​ດັ່ງ​ເຟືອງເຂົ້າ.


ສຽງ​ທີ່​ໄດ້ຍິນ ຈະ​ດັງ​ສະໜັ່ນ​ຈົນ​ໄປ​ສຸດ​ແຜ່ນດິນ ພຣະເຈົ້າຢາເວ​ມີ​ຄະດີ​ຕໍ່ສູ້​ນາໆ​ປະເທດ. ພຣະອົງ​ຈະ​ນຳ​ຄົນຊົ່ວ​ຂຶ້ນ​ສານ ໃຫ້​ຖືກ​ສັງຫານ​ໝົດ.”’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໄພພິບັດ​ກຳລັງ​ມາ​ຈາກ​ຊົນຊາດ​ໜຶ່ງ​ໄປ​ເຖິງ​ອີກ​ຊົນຊາດ​ໜຶ່ງ ແລະ​ພະຍຸ​ໃຫຍ່​ກຳລັງ​ກໍ່ຕົວ​ຂຶ້ນ​ທີ່​ທາງ​ສຸດປາຍ​ແຜ່ນດິນ​ໂລກ.


ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ນັ້ນ ເປັນ​ດັ່ງ​ລົມພະຍຸ ຄື​ລົມ​ອັນ​ໂຫດຮ້າຍ​ທີ່​ຈະ​ພັດປິວ​ວົນວຽນ​ຢູ່​ເທິງ​ຫົວ​ຂອງ​ຄົນຊົ່ວຊ້າ​ທັງຫລາຍ. ຄວາມ​ໂກດຮ້າຍ​ນີ້​ຈະ​ບໍ່​ສິ້ນສຸດ ຈົນກວ່າ​ພຣະເຈົ້າຢາເວ​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ປະສົງ​ຢາກ​ເຮັດ​ໃຫ້​ສຳເລັດ. ໃນເວລາ​ສຸດທ້າຍ ເຈົ້າ​ທັງຫລາຍ​ຈະ​ເຂົ້າໃຈ​ຢ່າງ​ແຈ່ມແຈ້ງ.


ເວລາ​ນັ້ນ​ກຳລັງ​ມາເຖິງ ເມື່ອ​ຈະ​ມີ​ຄົນ​ມາ​ບອກ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ລົມຮ້ອນ​ຈາກ​ເທິງ​ພູ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ​ກຳລັງ​ພັດ​ມາ​ສູ່​ພວກເຂົາ. ມັນ​ຈະ​ບໍ່ແມ່ນ​ລົມ​ເບົາໆ​ທີ່​ພັດ​ເອົາ​ຂີ້ແກບ​ໄປ


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ສົ່ງ​ລົມ​ທີ່​ທຳລາຍ ມາ​ຕໍ່ສູ້​ບາບີໂລນ​ແລະ​ປະຊາຊົນ​ໃນ​ປະເທດ.


ແລ້ວ​ຂ້າພະເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ເຫັນ​ລົມພະຍຸ​ກຳລັງ​ພັດ​ມາ​ແຕ່​ທາງ​ທິດເໜືອ. ຟ້າ​ແມບເຫລື້ອມ​ສາດ​ແສງ​ອອກ​ມາ​ຈາກ​ເມກ​ກ້ອນ​ໃຫຍ່ ແລະ​ທ້ອງຟ້າ​ກໍ​ລຸກ​ຂຶ້ນ​ເປັນ​ໄຟ​ອ້ອມຮອບ. ບ່ອນ​ທີ່​ມີ​ແສງ​ຟ້າ​ແມບເຫລື້ອມ​ນັ້ນ ມີ​ສິ່ງ​ໜຶ່ງ​ສ່ອງ​ແສງ​ເໝືອນ​ທອງສຳຣິດ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຣັບບາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້. ໃນ​ວັນ​ສູ້ຮົບ​ນັ້ນ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງສະໜັ່ນ ແລະ​ການ​ຕໍ່ສູ້​ກໍ​ຈະ​ດຸເດືອດ​ດັ່ງ​ລົມພະຍຸ.


ແລະ​ເຮົາ​ໄດ້​ກວາດ​ພວກເຂົາ​ເໝືອນ​ລົມພະຍຸ​ພັດ ໃຫ້​ໜີໄປ​ອາໄສ​ຢູ່​ໃນ​ຕ່າງ​ປະເທດ. ດັ່ງນັ້ນ ດິນແດນ​ທີ່​ອຸດົມ​ຮັ່ງມີ​ນີ້​ຈຶ່ງ​ຖືກ​ປະປ່ອຍ​ໃຫ້​ເປົ່າປ່ຽວ​ເປັນ​ຕາ​ໜ້າຢ້ານກົວ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”


ເມື່ອ​ພຣະເຈົ້າຢາເວ​ຈະ​ປາກົດ​ຢູ່​ເທິງ​ປະຊາຊົນ​ຂອງຕົນ ພຣະອົງ​ຈະ​ຍິງ​ລູກທະນູ​ດັ່ງ​ສາຍ​ຟ້າ​ແມບເຫລື້ອມ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປົ່າແກ​ປຸກ ພຣະອົງ​ຈະ​ຍົກທັບ​ມາ​ໃນ​ພະຍຸ​ຈາກ​ທິດໃຕ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka