Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 23:18 - ພຣະຄຳພີສັກສິ

18 ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, “ໃນ​ພວກ​ຜູ້ທຳນວາຍ​ເຫຼົ່ານີ້ ບໍ່ມີ​ຜູ້ໃດ​ທີ່​ເຄີຍ​ໄດ້​ຮູ້ຈັກ​ຄວາມຄິດ​ອັນ​ລຶກລັບ​ຂອງ​ພຣະເຈົ້າຢາເວ. ໃນ​ພວກເຂົາ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້ຍິນ ຫລື​ໄດ້​ເຂົ້າໃຈ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ຫລື​ເຄີຍ​ໄດ້​ຟັງ ຫລື​ເຄີຍ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 23:18
11 Jak'a apnaqawi uñst'ayäwi  

ແລ້ວ​ຜູ້ທຳນວາຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ກໍ​ອອກ​ໄປ​ຫາ​ມີກາອີຢາ ທັງ​ຕົບ​ໜ້າ​ເພິ່ນ ແລະ​ຖາມ​ວ່າ, “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ຫາ​ເຈົ້າ​ເມື່ອໃດ?”


ແລ້ວ​ຜູ້ທຳນວາຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ກໍ​ອອກ​ໄປ​ຫາ​ມີກາອີຢາ ແລະ​ໄດ້​ຕົບ​ໜ້າ​ລາວ​ພ້ອມ​ທັງ​ຖາມ​ວ່າ, “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ເວົ້າ​ກັບ​ເຈົ້າ​ເມື່ອໃດ?”


ຜູ້ໃດ​ຜູ້ໜຶ່ງ​ສັ່ງສອນ​ພຣະເຈົ້າ​ໄດ້​ບໍ? ຜູ້​ທີ່​ຕັດສິນ​ແມ່ນ​ພຣະອົງ​ທີ່​ຢູ່​ເບື້ອງເທິງ​ພຸ້ນ.


ໂຢບ​ເອີຍ ບັດນີ້​ຈົ່ງ​ຟັງ​ຂ້ອຍ​ກຳລັງ​ເວົ້າ​ນີ້ແມ ຈົ່ງ​ມິດງຽບ​ສາ​ແລະ​ປ່ອຍ​ໃຫ້​ຂ້ອຍ​ເວົ້າ.


ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.


ຖ້າ​ພວກເຂົາ​ຮູ້​ຄວາມ​ນຶກຄິດ​ອັນ​ລຶກລັບ​ຂອງເຮົາ​ແລ້ວ ພວກເຂົາ​ກໍ​ຄວນ​ປະກາດ​ຖ້ອຍຄຳ​ຂອງເຮົາ​ໃຫ້​ປະຊາຊົນ​ຂອງເຮົາ​ຟັງ ແລະ​ນຳພາ​ພວກເຂົາ​ໃຫ້​ປະຖິ້ມ​ການ​ດຳລົງ​ຊີວິດ​ອັນ​ບໍ່​ດີ​ແລະ​ຊົ່ວຊ້າ ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ.”


ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.


ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນ​ຮັບໃຊ້​ອີກ​ຕໍ່ໄປ ເພາະ​ຄົນ​ຮັບໃຊ້​ບໍ່​ຮູ້​ວ່າ​ນາຍ​ຂອງຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ, ‘ມິດ​ສະຫາຍ’ ເພາະ​ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ທຸກສິ່ງ ທີ່​ເຮົາ​ໄດ້ຍິນ​ຈາກ​ພຣະບິດາເຈົ້າ.


“ດ້ວຍ​ວ່າ ຜູ້ໃດ​ໜໍ ຮູ້​ຄວາມ​ຄິດ​ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້ ຈຶ່ງ​ສາມາດ​ໃຫ້​ຄຳແນະນຳ ແກ່​ພຣະອົງ​ໄດ້?” ແຕ່​ພວກເຮົາ​ມີ​ຄວາມ​ຄິດ​ຂອງ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka